14 ຄົນ ເສຍຊີວິດ ໃນການ ປະທະກັນ ຢູ່ມາເລເຊຍ

ບັນດາຜູ້ສະໜັບສະໜູນ Sulu Sultan Jamalul Kiram III ພາກັນຮ້ອງໂຮວ່າ Allahu Akhbar (ພະເຈົ້າເປັນຜູ້ຍິງໃຫຍ່!)

ຢ່າງ​ໜ້ອຍ 14 ຄົນ​ ໄດ້​ເສຍ​ຊີວິດ​ຈາກ​ການ​ສູ້​ລົບ​ກັນລະຫວ່າງ​ກຳ
ລັງຮັກສາ​ຄວາມ​ປອດ​ໄພມາ​ເລ​ເຊຍແລະ​ກຸ່ມ​ປະກອບອາ​ວຸດຟິລິບ
​ປີນ.

ຫົວໜ້າ​ຕໍາຫລວດ ມາ​ເລ​ເຊຍ​ໃນ​ແຂວງ Sabah ທ່ານ Hamza
Taib ກ່າວ​ວ່າ ສະມາຊິກ 12 ຄົນ​ຂອງ​ກຸ່ມ​ດັ່ງກ່າວ ໄດ້​ຖືກ​ສັງຫານ
ພ້ອ​ມດ້ວຍເຈົ້າ​ໜ້າ​ທີ່ຕໍາຫລວດ​ສອງ​ຄົນ.

ການ​ຍິງ​ຕໍ່ສູ້​ກັນ ​ໄດ້​ເກີດ​ຂື້ນ​ ທີ່ບ້ານ Lahad Datu ​ເທິງ​ເກາະ​ບໍ​ນຽວ ບ່ອນ​ທີ່​ຊາວ​ຟິລິບ​ປິນ ​ໄດ້​ຍຶ​ດ​ເອົາ​ເປັນ​ເວລາ​ສອງ​ອາທິດມາ​ແລ້ວ ​ເພື່ອ​ທວງກຳມະສິດ​ເອົາ​ດິນແດນດັ່ງກ່າວ.

​ເຂົາ​ເຈົ້າແມ່ນ​ບັນດາ​ຜູ້​ເຊື່ອ​ຖື ຜູ້​ນໍາ​ທີ່​ປະກາດ​ຕົນ​ເອງ​ວ່າ​ເປັນທາຍາດ​ຂອງສຸນລະ​ຕານ
ອິສລາມ Sulu ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ຄວບ​ຄຸມບາງ​ເຂດ​ຂອງ ​ເກາະ​ບໍ​ນຽວ ພ້ອມ​ກັບ​ໝູ່​ເກາະ​ອື່ນ​ໃນພາກ​ໃຕ້​ຂອງຟິລິບ​ປີນ.

ທ່ານ Hamza ກ່າວ​ວ່າ ການປະ​ເຊິ​ນໜ້າ​ຍັງດໍາ​ເນີນ​ຢູ່​ຕໍ່​ໄປ ​ເຖິງ​ແມ່ນ​ວ່າ​ມີ​ລາຍ​ງານ​ວ່າ​ໄດ້​ສີ້​ນສຸດ​ລົງ​ແລ້ວກໍ​ຕາມ.