ເຊື້ອໄວຣັສ Zika ສີ່ກໍລະນີ ແຜ່ລະບາດ ຢູ່ໃນ ລັດຟລໍຣິດາ

ຮູບພາບຈາກວັນທີ 28 ເດືອນມິຖຸນາ, 2016 ທີ່ເຫັນເຈົ້າໜ໊າທີ່ ທ່ານ Evaristo Miqueli ຢູ່ສູນກາງຊັບພະຍາກອນທຳມະຊາດ ກຳລັງກວດ ສອບເບິ່ງນໍ້າທີ່ມີໄຂ່ຍຸງ.

ຜູ້​ປົກຄອງ​ລັດ Florida ທ່ານ Rick Scott ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ລັດ​ Florida ທີ່ຢູ່​ທາງພາກ​ໃຕ້​ຂອງ​ປະ​ເທດ ​ມີ​ລາຍ​ງານ​ 4 ກໍລະນີ ຂອງເຊື້ອ​ໄວຣັສ Zika ທີ່ປາກົດ​ວ່າ​ບໍ່​ພົວພັນ​ກັບ​ການ​ເດີ​ນທາງ.

ທ່ານ Scott ກ່າວ​ວ່າ “ລັດ Florida ​ໄດ້​ກາຍ​ມາ​ເປັນ​ລັດ​ທຳ​ອິດ​ຢູ່​ໃນ​ປະ​ເທດ​ເຮົາທີ່​ມີ​ການ​ລະບາດ​ ຂອງ​ເຊື້ອ​ໄວຣັສ Zika ຢູ່​ໃນ​ທ້ອງ​ຖິ່ນ. ມາ​ເຖິງ​ປັດຈຸບັນ​ນີ້ ມີ​ລາຍ​ງານ​ການລະ ບາດ ປະມານ 1,650 ກໍລະນີ​ຂອງ​ເຊື້ອ​ໄວ​ຣັສ Zika ​ຢູ່​ໃນ​ສະຫະລັດ ທີ່​ພົວພັນ​ກັບ​ການ​ເດີນທາງ​ໄປ​ຍັງບັນດາ​ປະ​ເທດ ຢູ່ໃນ​ເຂດ Latin America ຫລື Caribbean ທີ່ພວມ​ປະ​ເຊີນ​ໜ້າ​ກັບ​ການລະບາດຂອງ​ເຊື້ອ​ໄວຣັສນີ້.

ທ່ານ Scott ​ໄດ້ກ່າ​ວ ​ໂດຍ​ອ້າງ​ຄຳ​ເວົ້າຂອງພວກ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ຂອງ​ລັດ​ວ່າ ສີ່​ກໍລະ​ນີ​ໃນ​ລັດ Florida ​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ນ້ອຍໆ​ທາງ​ພາກ​ເໜືອ​ຂອງ​ນະຄອນ Miami.

​ໂຄສົກ​ທຳ​ນຽບຂາວ ທ່ານ Eric Schultz ກ່າວ​ວ່າ ​ໄດ້​ມີ​ການ​ລາຍ​ງານ​ໃຫ້ປະ ທານາທິບໍດີ Barack Obama ​ຊາບ​ກ່ຽວ​ກັບ​ສະຖານະ​ການດັ່ງກ່າວ ​ໃນຕອນເຊົ້າ​ວັນ​ສຸກວານນີ້. ທ່ານ​
ກ່າວ​ວ່າ ລັດຖະບານທ່ານ Obama ​ໃຫ້ການ​ສະໜັບສະໜູນຕໍ່ຄວາມພະ​ຍາຍ​າມຂ​ອງ ທ່ານ Scott ຜູ້​ທີ່​ທ່ານ​ຍ້ອງຍໍ​ວ່າ ກຳລັງ​ກວດ​ສອບ​ຂົງ​ເຂດດັ່ງກ່າວ​ຢ່າງ​ລະອຽດ​ ໃນ​ການ​ຊອກ​ຫາ​ເຊື້ອໄວຣັສ Zika ​ແລະ​ໄດ້ ກະກຽມມາ​ເປັນ​ເວລາ​ນານເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດທີ່​ອາດ​ເກີດ​ຂຶ້ນ.

ພາບຖ່າຍໃນວັນທີ 7 ເດືອນມິຖຸນາ 2016 ສະແດງໃຫ້ເຫັນ ຢູ່ເຂດເມືອງ Dade ນະຄອນ Miami ທີ່ພະນັກງານຄວບຄຸມຍຸງ ທ່ານ Carlos Vargas ກຳລັງຊີ້ໃສ່ໜອນນໍ້າ.

ລັດ Florida ​ໄດ້​ຮ້ອງ​ຂໍ​ເງິນຈາກ​ກອງ​ທຶນ​ສຸກ​ເສີນ Zika 15 ລ້ານ​ໂດ​ລາ ​ເພື່ອ​ເກັບ​ກຳແລະ​ກວດເບິ່ງ​ຍຸງ ​ແລະ​ໂຄງການ​ຕ່າງໆ ເພື່ອການ​ກະກຽມຮັບ​ມື​ກັບເຊື້ອ​ໄວຣັສ Zika. ສູນ​ກາ​ງ ຄວບ​ຄຸມ ​ແລະ​ປ້ອງກັນພ​ະຍາດ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອເງິນ 8 ລ້ານ​ໂດ​ລາ.

ອົງການ Oneblood ​ຊຶ່ງ​ເປັນສູ​ນກາງ​ຮັບ​ການ​ບໍລິຈາກເລືອດ​ທີ່ສຳຄັນ ​ໄດ້​ກ່າວວ່າຕົນຈະ ກວດ​ສອບ​ເລືອດ​ທັງ​ໝົດ​ທີ່​ເກັບ​ໄວ້​ເພື່ອ​ຊອກ​ຫາ​ເຊື້ອໄວຣັສ Zika​.

ອ່ານາຂ່າວນີ້ເພີ້ມເປັນພາສາອັງກິດ