ເມືອງ Gyeongju, ເກົາຫຼີໃຕ້
ພວກພະນັກງານກູ້ໄພໃນເກົາຫຼີໃຕ້ ຍັງສືບຕໍ່ ດຳເນີນຄວາມ
ພະຍາຍາມ ເຂົ້າເຖິງຢ່າງນ້ອຍ 10 ຄົນ ທີ່ຍັງຕົກຄ້າງຢູ່ໃນ
ຊາກຫັກພັງຂອງຕຶກທີ່ພູຕາກອາກາດແຫ່ງນຶ່ງ ຊຶ່ງໄດ້ພັງລົງ
ມາໃນວັນຈັນວານນີ້.
ມີຢ່າງນ້ອຍ 10 ຄົນ ຊຶ່ງຮວມທັງນັກສຶກສາມະຫະວິທະຍາ
ໄລ 9 ຄົນ ໄດ້ເສຍຊີວິດ ແລະອີກສິບກວ່າຄົນໄດ້ຮັບບາດເຈັບ ເວລາທີ່ຫຼັງຄາຂອງຫໍ
ສະແດງ ໄດ້ພັງລົງມາໃສ່ ພວກນັກ ສຶກສາຮຽນພາສາຕ່າງປະເທດ ຫຼາຍກວ່າ 500 ຄົນ
ທີ່ໄດ້ເຕົ້າໂຮມກັນ ໃນພິທີການຕ້ອນຮັບນ້ອງໃໝ່ ໃນເມືອງ Gyeongju ນັ້ນ.
ໄດ້ມີພວກນັກສຶກສາຫຼາຍຄົນ ສາມາດລົບໜີອອກຈາກຕຶກໄດ້ຢ່າງປອດໄພ ແຕ່ສື່ລາຍ
ງານວ່າ ມີປະມານ 70 ຄົນ ໄດ້ຖືກນໍາສົ່ງໂຮງພະຍາບານ ຍ້ອນອາການບາດເຈັບ.
Your browser doesn’t support HTML5
SOKOR BUILDING COLLAPSE VOSOT