​42 ຄົນ ເສຍ​ຊີ​ວິດ ແລະ 17 ຄົນ ​ໄດ້​ຮັບບາດ​ເຈັບ ໃນອຸບັດຕິເຫດລົດຕຳກັນ ຢູ່ປາກິສຖານ (ວີດີໂອ)

ພະນັກງານກູ້ໄພ ພ້ອມກັບ ພົນລະເມືອງ ຫຼາຍຄົນ ພະຍາຍາມ ຊ່ວຍເຫຼືອ ຜູ້ໄດ້ຮັບ ເຄາະຮ້າຍ.

ເຈົ້າໜ້າ​ທີ່ປາ​ກິ​ສຖານ ກ່າວວ່າ ຢ່າງ​ນ້ອຍ ​42 ຄົນ ເສຍ​ຊີ​ວິດ
​ແລະ ປະມານ 17 ຄົນ ​ໄດ້​ຮັບບາດ​ເຈັບ ​ໃນ​ເຊົ້າ​ວັນອາທິດມື້​ນີ້
ເວລາ​ລົດເມໂດ​ຍສານ​ຄັນ​ນຶ່ງ ​ແລ່ນ​ໄປ​ຕຳ​ກົ້ນລົດ​ດຸດ​ຄັນ​ນຶ່ງ​ ​
ໃນ​ພາກ​ໃຕ້​ ຂອງ​ ປາ​ກິ​ສຖານ.

ຕຳຫຼວດ ກ່າວ​ວ່າ ລົດ​ເມໂດຍ​ສານດັ່ງກ່າວ​ ກຳລັງເດີນທາງ
ມຸ້ງ​ໜ້າ​ໄປ​ທາງທິດ​ເໜືອ​ ຢູ່​ໃກ້​ໆກັບ​ເມືອງ Pannu Agil ​ໃນ​
ເວລາ​ທີ່ມັນ ​ແລ່ນ​ເຂົ້າ​ໄປ​ຕຳ​ກົ້ນລົດ​ດຸດ.

ເຈົ້າໜ້າ​ທີ່ກ່າວ​ວ່າ ​ຜູ້​ເສ​ຍຊີວິດ​ ສ່ວນຫຼາຍ​ແມ່ນ ຜູ້ຍິງ ​ແລະ ເດັກນ້ອຍ ​ແລະ ຈຳນວນ​ຜູ້​ເສຍ​ຊີວິດ​ ອາດ​ເພີ້​ມຂຶ້ນຕື່ມ.

ຫົນທາງທີ່​ບໍ່​ດີ ບວກກັບການ​ຂັບ​ລົດ​ບໍ່​ດີ ​ແລ ການບໍ່​ເອົາ​ໃຈ​ໃສ່​ຕໍ່​ກົດ ຈະ​ລາ​ຈອນ
​ພາ​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ​ ເປັນ​ປະຈຳ ​ຢູ່ໃນປາ​ກິ​ສຖານ.

Your browser doesn’t support HTML5

PakistanAccident20april14


Officials in Pakistan say at least 42 people were killed and around 17 injured early Sunday when a passenger bus ran into the back of a tractor pulling a trailer in southern Pakistan.

Police say the bus was traveling north near the town of Pannu Agil when it hit the the tractor-trailer.

Authorities said some of the dead were women and children. The death toll could rise.

Bad roads, poor driving and disregard for traffic laws frequently cause such accidents in Pakistan.