49 ຄົນ ໄດ້ເສຍຊີວິດ 58 ຄົນ ໄດ້ຮັບບາດເຈັບ ຍ້ອນລົດບັນທຸກຂວ້ຳ ຢູ່ພາກໃຕ້ ຂອງເມັກຊິໂກ 

ຄົນເຂົ້່າເມືອງທີ່ໄດ້ຮັບບາດເຈັບ ກຳລັງຖືກປີ່ນປົວຢູ່ຂ້າຖະໜົນ ຢູ່ບ່ອນລົດຂ້ວມ ໃກ້ກັບເມືອງ Tuxtla Gutierrez, ລັດ Chiapas state ປະເທດ Mexico ວັນທີ 9, 2021.

ລົດບັນທຸກຂົນສົ່ງທີ່ແອອັດໄປດ້ວຍຄົນ ທີ່ປາກົດວ່າເປັນຄົນເຂົ້າເມືອງມາຈາກ ພາກກາງຂອງ​ທະ​ວີບອາເມຣິກາ ໄດ້ປິ້ນຂວ້ຳ ແລະໄປຕຳໃສ່ຂົວສຳ​ລັບ​ຄົນ​ຍ່າງ ຢູ່​ທ່າງ​ດ່ວນໃນພາກໃຕ້ຂອງເມັກຊິໂກ ໃນວັນພະຫັດວານນີ້ ເຮັດໃຫ້ມີຜູ້ເສຍ ຊີວິດ 49 ຄົນ ແລະຄົນ​ອື່ນໄດ້ຮັບບາດເຈັບອີກເກືອບຮອດ 60 ຄົນ, ອີງ​ຕາມການລາຍງານຂອງພວກເຈົ້າໜ້າທີ່.

ທ່ານຫລຸຍສ໌ ມານຸຍແອລ ໂມຣີໂນ (Luis Manuel Moreno) ຫົວໜ້າຫ້ອງ ການປ້ອງກັນ
ພົນລະເຮືອນລັດເຈຍປາ (Chiapas) ກ່າວວ່າ ການຄາດຄະເນ ຂັ້ນຕົ້ນມີຢູ່ 49 ຄົນເສຍ
ຊີວິດ ແລະ 58 ຄົນໄດ້ຮັບບາດເຈັບ. ທ່ານກ່າວອີກວ່າ ປະມານ 40 ຄົນທີ່ໄດ້ຮັບບາດເຈັບ
ແມ່ນມີອາການຮ້າຍແຮງ ແລະໄດ້ຖືກນຳ ໄປໂຮງໝໍໃນທ້ອງຖິ່ນ.

ລົດປີ້ນຂວ້ຳໄດ້ເກີດຂຶ້ນຢູ່ທີ່ທາງດ່ວນທີ່ມຸ້ງ​ໜ້າ​ໄປ​ຫາເມືອງ​ເອກຂອງລັດເຈຍປາ. ຮູບພາບ
ຈາກບ່ອນເກີດເຫດໄດ້ສະແດງໃຫ້ເຫັນຜູ້ເຄາະຮ້າຍຢາຍຢູ່ຕາມ ທາງຢາງ ແລະຢູ່ໃນຕູ້
ຂອງລົດບັນທຸກສິນຄ້າ.

ຜູ້ເຄາະຮ້າຍປາກົດວ່າ ເປັນຄົນເຂົ້າເມືອງທີ່ມາຈາກພາກກາງຂອງທະ​ວີບອາເມຣິກາ ແຕ່
ວ່າສັນຊາດຂອງເຂົາເຈົ້າຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ. ທ່ານໂມ ຣິໂນ ໄດ້ລາຍງານວ່າ
ບັນດາຜູ້ລອດຊີວິດຈຳນວນນຶ່ງກ່າວວ່າ ເຂົາເຈົ້າມາຈາກ ປະເທດເພື່ອນບ້ານກົວເຕມາລາ
(Guatemala).

ທ່ານໂມຣິໂນກ່າວອີກວ່າ ປາກົດວ່ານໍ້າໜັກທີ່​ຫລາຍ​ເກີນ​ໄປຂອງ​ລົດຂົນສົ່ງສິນ​ຄ້າ​ທີ່ບັນ​ທຸກ​ຄົນອາດຈະເປັນສາເຫດເຮັດໃຫ້ລົດປີ້ນຂວ້ຳແລະໃນຂະນະທີ່ລົດປິ້ນ ຢູ່ນັ້ນມັນໄດ້ຕຳເອົາເສົາເຫລັກຂົວສຳ​ລັບຄົນຍ່າງຂ້າມນັ້ນ.

ນັ້ນໝາຍ​ກໍຄວາມວ່າຢ່າງໜ້ອຍ 170 ຄົນ ໄດ້ແຫຍ້​ກັນ​ຢ່າງແອອັດຢູ່ໃນລົດ. ມັນບໍ່ເປັນ​ເລື້ອງແປກແຕ່​ຢ່າງ​ໃດ ທີ່ລົດບັນທຸກຂົນສົ່ງສິນ​ຄ້າຢູ່ໃນເມັກຊິໂກ ໄດ້ນຳເອົາຫລາຍໆຄົນໄປໃນການປະຕິບັດງານຂອງ​ການລັກລອບ​ຂົນ​ເອົາຄົນ ເຂົ້າເມືອງໄປ ຢູ່ພາກໃຕ້ຂອງເມັກຊິໂກ.

ພວກພະນັກງານກູ້ໄພ ຜູ້ທີ່ມາຮອດຢູ່ບ່ອນເກີດເຫດກ່ອນ ແລະບໍ່ໄດ້ຮັບ ອະນຸຍາດໃຫ້ບອກຊື່ກ່າວວ່າ ຍິ່ງ​ມີຄົນເຂົ້າເມືອງຫລາຍຄົນອີກຢູ່ໃນລົດບັນທຸກ ຄັນນັ້ນໃນເວລາມັນຂວ້ຳ ແລະໄດ້ພາກັນລົບໜີດ້ວຍຄວາມຢ້ານກົວ ທີ່ຈະຖືກ ກັກຂັງໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ