ຢ່າງໜ້ອຍ 40 ຄົນໄດ້ເສຍຊີວິດໃນວັນສຸກມື້ນີ້ ເວລາກຳລັງລັດ
ຖະບານຊີເຣຍ ໄດ້ຍິງລູກສອນໄຟເຂົ້າໄປໃສ່ຄຸ້ມ ທີ່ມີຄົນອາໄສ
ຢູ່ຢ່າງໜ້າແໜ້ນ ໃນເຂດຄວບຄຸມຂອງພວກຕໍ່ຕ້ານລັດຖະບານ
ໃກ້ກັບນະຄອນຫລວງ ອີງຕາມບັນດາຜູ້ສັງເກດການສົງຄາມ
ໃນປະເທດດັ່ງກ່າວ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ປະມານ 100 ຄົນ
ຍັງໄດ້ຮັບບາດເຈັບ ໃນການໂຈມຕີທີ່ເມືອງ Douma ຕັ້ງຢູ່ທາງ
ພາກຕາເວັນອອກສຽງເໜືອຂອງນະຄອນຫຼວງ Damascus.
ລາຍງານກ່າວເພີ້ມອີກວ່າ ຈຳນວນຜູ້ເສຍ ຊີວິດຄາດວ່າຈະສູງ
ຂື້ນຕື່ມ.
ລັດຖະບານຊີເຣຍຍັງບໍ່ທັນໃຫ້ຄວາມເຫັນໃດໆກ່ຽວກັບການໂຈມຕີ ຊຶ່ງຜູ້ສັງເກດການ
ກ່າວວ່າ ຍັງດຳເນີນຢູ່ຕໍ່ໄປ ໃນຕອນທ່ຽງຂອງວັນສຸກມື້ນີ້.
ພວກນັກລົບຕໍ່ຕ້ານລັດຖະບານໄດ້ຍິງຕໍ່ສູ້ກັນເປັນປະຈຳກັບທະຫານລັດຖະບານ ຊີເຣຍ
ທີ່ເມຶຶອງ Douma ຊຶ່ງເປັນທີ່ຕັ້ງບ່ອນສຳຄັນຂອງພວກຕໍ່ຕ້ານລັດຖະບານ.
ການໂຈມຕີຂອງລັດຖະບານໃສ່ເມືອງ Douma ໄດ້ເຮັດໃຫ້ມີການໄດ້ຮັບບາດເຈັບ ແລະ
ລົ້ມຕາຍເປັນຈຳນວນຫຼວງຫຼາຍຊໍ້າແລ້ວຊໍ້າອີກ. ການໂຈມຕີຢູ່ຕະຫຼາດ ໃນເດືອນສິງຫາ
ຜ່ານມາ ໄດ້ສັງຫານຢ່າງໜ້ອຍ 112 ຄົນ ຊຶ່ງສ່ວນໃຫຍ່ເປັນພົນລະເຮືອນ.
ບັນຫາຂັດແຍ້ງໃນຊີເຣຍ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 250,000 ຄົນ ນັບແຕ່ໄດ້
ເລີ້ມມາໃນປີ 2011.
Your browser doesn’t support HTML5
Syria Violence