ອະດີດ ສະມາຊິກ ສະພາຕ່ຳ ສຫລ ຖືກຟ້ອງ ໃນຂໍ້ຫາ ສໍ້ໂກງ

ອະດີດສະມາຊິກສະພາຕ່ຳ Aaron Schock ຈາກລັດອິລລີນອຍ ກ່າວຕໍ່ພວກນັກຂ່າວ ທີ່ເມືອງ Peoria. (6 ກຸມພາ 2015)

ອະດີດ​ສະມາຊິກ​ສະພາ​ຕ່ຳຈາກ​ລັດ​ອິລລີ​ນອຍ ທ່ານ Aaron Schock ຊຶ່ງ​ຄັ້ງນຶ່ງ​ເຄີຍ​ເປັນ​ດາວ​ຮຸ່ງ​ຂອງ​ພັກຣີພັບ​ບລີ​ກັນ ​ໄດ້​ຖືກ​ກ່າວ​ຫາ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນການ​ຟ້ອງ​ຮ້ອງຫຼາຍ​ກະທົງຂອງ​ລັດຖະບານ​ກາງ ຖານ​ສ້າງ​ຜົນ​ປະ​ໂຫຍ​ດສ່ວນ​ໂຕຈາກ​ວຽກ​ລັດຖະບານ​ທີ່​ທ່ານ​ເຮັດ.

ທ່ານ Schock ອາຍຸ 35 ປີ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່​ສືບສວນ​ຂອງ​ລັດຖະບານ​ກາງ​ ທຳ​ການ​ສືບສວນ​ກ່ຽວ​ກັບ​ການ​ກ່າວຫາ​ໃນ​ການ​ໃຊ້​ຈ່າຍ​ທີ່​ ເປັນ​ບັນຫາ​ຂອງ​ທ່ານຮວມທັງ​ການເອ້​ຕົກ​ແຕ່ງຫ້ອງການຂອງ​ທ່ານ​ໃນ​ເຂດ​ໃຈກາງ​ເມືອງ​ໃກ້ໆ​ກັບ​ຕຶກ​ສະພາ​ສະຫະລັດ.

ພະນັກງານຄົນນຶ່ງ ທີ່ເຮັດວຽກ ຢູ່ຫ້ອງການ ສະມາຊິກສະພາຕ່ຳ ທີ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ (15 ມີນາ 2015)

ການ​ຕົກ​ອຳນາດ​ຂອງ​ທ່ານ Schock ​ເລີ້ມຂຶ້ນ​ໃນ​ເດືອນ​ກຸມພາ​ປີ 2015 ເວລາໜັງສືພິມ​ວໍ​ຊິງ​ຕັນ​ໂພສທ໌ລາຍ​ງານ​ການ​ສ້ອມ​ແປງ​ແລະເອ້​ປະດັບ​ຫ້ອງການ​ຂອງ ທ່ານ​ໃນ​ບໍລິ​ເວ​ນຕຶກ​ສະພາ ຊຶ່ງ​ພະນັກງານ​ຂອງ​ທ່ານ​ກ່າວ​ວ່າ​ເອົາ​ແບບຢ່າງ​ຂອງ ລາຍການ​ໂທລະພາບ PBS ທີ່​ເອີ້ນວ່າ Downtown Abbey ນັ້ນ.​ ພວກ​ພະນັກ​ກງານ​ຂອງທ່ານ ກ່າວ​ຕໍ່​ໜັງສືພິມວໍ​ຊິງ​ຕັນ​ໂພສທ໌ວ່າ ຜູ້​ອອກ​ແບບ​ພາຍ​ໃນ​ຫ້ອງການ​ ແມ່ນເຮັດ​ວຽກໃຫ້​ລ້າ​ບໍ່​ເອົາ​ເງິນ.

ລາຍ​ງານ​ນີ້ ພາ​ໃຫ້​ເກີດ​ກະ​ແສ​ຟອງ ​ຂອງ​ການ​ສອບ​ສວນ​ ໃນ​ທັນທີ ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ຂອງ​ສະມາຊິກ​ສະພາ​ຕ່ຳ​ທ່ານ​ນີ້.

ມີ​ລາຍ​ງານ​ວ່າ ທ່ານ Schock ​ໄດ້​ໃຊ້​ເງິນ​ລັດຖະບານ​ 40,000 ​ໂດ​ລາ ເພື່ອ​ເອ້​ຕົກ​ແຕ່ງ​ຫ້ອງການ​ຂອງ​ທ່ານ​ທີ່​ວໍ​ຊິງ​ຕັນ ຮວມທັງ 5,000 ​ໂດ​ລາ​ໃນ​ການ​ຊື້​ໂຄມແຂວນ​ ​ແລະ​ຂໍ​ໃຫ້​ສະພາ​ຈ່າຍ​ເງິນ​ຄືນ​ໃຫ້​ທ່ານ​ເກືອບ 30,000 ​ໂດ​ລາ ​ໃນ​ການຊື້ອຸບປະກອນ​ກ້ອງຖ່າຍຮູບ ອີງ​ຕາມ​ການ​ກ່າວ​ຫາ​ຂອງໄອ​ຍະ​ການ. ສຳນວນ​ຟ້ອງກ່າວ​ວ່າ ​ໃນ​ໄລຍະ 6 ປີ ທ່ານ​ໄດ້​ຂໍ​ເງິນ​ຄື​ນ 140,000 ​ໂດ​ລາ​ໃນ​ການ​ໃຊ້​ ລົດ​ຂອງ​ທ່ານ​ເດີນທາງຫຼາຍກວ່າ 150,000 ​ໄມ​ລ໌.

​ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Schock ກ່າວ​ວ່າ ທ່ານໄດ້ຕັ້ງ​ໃຈ​ ບໍ່​ພຽງ​ແຕ່ທີ່​ຈະ​ພິ​ສູດ​ໃຫ້​ເຫັນ​ວ່າ ການ​ກ່າວ​ຫາ​ເຫຼົ່ານີ້ບໍ່​ຖືກຕ້ອງ ​ແຕ່ໃນ​ຂັ້ນຕອນ​ກໍ​ຈະ​ເຜີຍ​ແບ​ໃຫ້​ເຫັນການ​ສືບສວນ​ນີ້​ໃນ​ສິ່ງ​ທີ່​ມັນ​ໄດ້​ເກີດ​ຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ