ທ່ານ ຫຼີ ກວານ ຢີວ ຜູ້ກໍ່ຕັ້ງ ສິງກະໂປຍຸກໃໝ່ ເຖິງແກ່ອະສັນຍະກຳ ຮວມອາຍຸໄດ້ 91 ປີ

ທ່ານຫຼີ ກວານ ຢິວ ອະດີດນາຍົກລັດຖະມົນຕີ ສິງກະໂປ ວັນທີ 14 ກັນຍາ 2011.

ທ່ານ​ຫຼີ ກ​ວານ ​ຢີວ ​ຜູ້​ກໍ່​ຕັ້ງ​ສິງກະ​ໂປ​ຍຸກ​ໃໝ່ ​ແລະຜູ້​ວາງ​ນະ​ໂຍ
ບາຍ​ດຳ​ເນີນ​ການ ເຮັດ​ໃຫ້​ສິງກະ​ໂປ​ກາຍເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງ
​ໂດ່​ງດັງ​ໃນ ດ້ານ​ເສດຖະກິດຂອງ​ໂລກ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​
ໄປ​ແລ້ວ ຮວມອາຍຸ​ໄດ້ 91 ປີ.

ທ່ານ​ຫຼີ​ໄດ້​ເຂົ້າ​ຮັກສາ​ໂຕ​ທີ່​ໂຮງໝໍ Singapore General
Hospital ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ຍ້ອນ​ໂຣກປອດ​ບວມ
ທີ່​ຮ້າຍ​ແຮງ ​ແລະ​ຕໍ່​ມາໄດ້​ຮັບ​ເຄື່ອງຊ່ອຍ​ຫາຍ​ໃຈ​.

ສຳນັກງານ​ນາຍົກລັດຖະມົນຕີສິງກະ​ໂປ ກ່າວ​ວ່າ ທ່ານ​ຫຼີ ທີ່​ປົກ
ຄອງ​ປະ​ເທດ​ເກາະດອນ​ດັ່ງກ່າວ​ ມາຕັ້ງ​ແຕ່​ປີ 1959 ຈົນເຖິງ​ປີ
1990“ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳ​ໄປ​ຢ່າງ​ສະຫງົບ​ງຽບ” ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ລັດຖະບານ​ໄດ້​ປະກາດ​ໄວ້ອາ​ໄລ​ຢ່າງ​ເປັນ​ທາງ​ການ​ ​ໄປ​ຮອດ​ວັນ​ສົ່ງສະການ​ທ່ານ​ຫຼີ ​ໃນ
​ວັນ​ອາທິດ​ໜ້າ. ການໄວ້ອາ​ໄລ​ທາງສ່ວນ​ຕົວ ​ຂອງ​ຄອບຄົວ​ຈະ​ມີ​ຂຶ້ນ ​ໃນ​ວັນ​ຈັນ​ມື້​ນີ້ແລະ​ວັນອັງຄານ​ມື້​ອື່ນ. ຫຼັງ​ຈາກ​ນັ້ນ ສົບ​ຂອງທ່ານຈະຖືກນຳ​ໄປ​ດອຍ​ໄວ້ຢ່າງ​ເປັນ​ທາງ​ການຈົນ​ຮອດ​ມື້​ສົ່ງສະການ.

ຊາວສິງກະໂປ ອາໄລເຖິງ ທ່ານ ຫລີ ກວານ ຢິວ

ລູກ​ຊາຍ​ຂອງ​ທ່ານ ຄື​ທ່ານ​ຫຼີ ຊຽນ ຫຼຸ​ງ ຊຶ່ງ​ເປັນ​ນາຍົກລັດຖະມົນຕີຄົນ​ປັດຈຸບັນ ໄດ້​ກັ້ນນ້ຳ
ຕາໄວ້ ເວລາ​ທ່ານອອກ​ມາ​ແຈ້ງ​ຂ່າວ​ທາງ​ໂທລະພາບ​ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ຈັນ​ມື້​ນີ້. ທ່ານ​ກ່າວ​ວ່າ ບິດາ​ຂອງ​ທ່ານ “​ໄດ້ເປັນ​ແຮງ​ບັນດານໃຈ​ຂອງພວກ​ເຮົາ ​ໃຫ້​ກຳລັງ​ໃຈ​ແກ່
ພວກ​ເຮົາ ​ແລະ​ນຳພາ​ພວກ​ເຮົາ​ມາ​ຮອດ​ຈຸດນີ້. ສຳລັບ​ຫຼາຍໆ​ຄົນ​ແລ້ວ ທ່ານ​ ຫຼີ
ກ​ວານ​ ຢີວ ກໍຄື​ສິງກະ​ໂປ.”

ທີ່ມາ​ເລ​ເຊຍ ​ປະ​ເທດ​ເພື່ອນ​ບ້ານ ນາຍົກລັດຖະມົນຕີ Hajib Razak ​ໄດ້​ກ່າວ​ຍ້ອງຍໍ​ສັນ
ລະ​ເສີນ​ທ່ານ​ຫຼີ "ສຳລັບ​ການ​ຕັດສິນ​ໃຈ​ອັນ​ແນ່​ວ​ແນ່ ຂອງ​ທ່ານ​ໃນ​ການ​ພັດທະນາ​
ສິງກະ​ໂປ​ ຈາກການເປັນ​ປະ​ເທດ​ໃໝ່ ຂຶ້ນ​ມາ​ເປັນ​ປະ​ເທດ​ທີ່ທັນ​ສະ​ໄໝ ​ແລະ​ເປັນ​
ເມືອງ​ທີ່​ກ້າວໜ້າ​ແລະ​ມີ​ພະລັງ ທີ່ພວກ​ເຮົາ​ເຫັນໃນ​ມື້​ນີ້. “

Your browser doesn’t support HTML5

Lee Kuan Yew, Founder of Modern Singapore, Dies at 91

ທ່ານ​ຫຼີ​ໄດ້​ຂຶ້ນ​ມາ​ເປັນ​ນາຍົກລັດຖະມົນຕີຄົນທຳອິດ ​ເວລາ​ສິງກະ​ໂປໄດ້​ຮັບ​ເອກະລາດ​ປົກ
ຄອງ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ ຈາກ​ການເປັນ​ຫົວ​ເມືອງຂຶ້ນ​ຂອງ​ອັງກິດ. ທ່ານຍັງ​ເປັນ​ແຮງ​ຂັບ​ດັນປະ​ເທດ ຕໍ່​ມາອີກ​ເປັນເວລາ​ດົນ​ນານ ຫຼັງ​ຈາກ​ທ່ານ​ລາ​ອອກ​ກິນ​ເບ້ຍ​ບຳນານ​ 3 ທົດ​ສະ
ວັດ​ຕໍ່​ມາ.

​ໃນ​ວັນ​ອາທິດ​ວານ​ນີ້ ທຳນຽບຂາວ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ທ່ານ​ຫຼີວ່າ “​ເປັນ​ຜູ້​ມີ​ຈິນ
​ຕະ
ນາ​ການ” ທີ່​ໄດ້​ສ້າງຕັ້ງ “ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ມັ່ງ​ຄັ່ງ ສົມບູນ​ທີ່​ສຸດ​ຂອງ​ໂລກ​
ໃນ​ສູ່​ມື້​ນີ້”
ແລະ​ບັນລະ​ຍາຍ​ທ່ານວ່າ “​ເປັນ​ຜູ້​ຍິ່ງ​ໃຫຍ່​ທີ່​ແທ້​ຈິງ​ຂອງ​ປະຫວັດສາດ ທີ່
​ຜູ້​ຄົນ​ຈະ​ຈາລຶກ​ໄວ້ ແລະ​ເປັນ​ໜຶ່ງ​ ໃນ​ບັນດາ​ນັກ​ວາງ​ຍຸດ​ທະ​ສາດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ
​ຂອງ​ກິດຈະການ​ເອເຊຍ.”

ນາຍົກລັດຖະມົນຕີ David Cameron ​ແຫ່ງ​ອັງກິດ ອອກ​ຖະ​ແຫຼ​ງ ການ​ສະບັບ​ໜຶ່ງ ​ກ່າວ​ວ່າ "ທ່ານ​ຫຼີ​ແມ່ນມີ​ບ່ອນຢູ່​ໃນ​ປະຫວັດສາດຢ່າງ​ແນ່ນອນ ​ໃນ​ຖານະ​ເປັນ​ຜູ້ນຳຄົນ​ໜຶ່ງ ​ແລະ​ໜຶ່ງ​ໃນ​ບັນດາລັດຖະບຸລຸດ ​ຊັ້ນ​ຢ້ຽມ​ຂອງ​ຍຸກ​ໂລກ​ໃໝ່.”

Your browser doesn’t support HTML5

Lee Kuan Yew Obit