ອະດີດ ປະທານາທິບໍດີ Nelson Mandela ແຫ່ງອາຟຣິກາໃຕ້ ເຂົ້າໂຮງພະຍາບານ

ອະດີດປະທານາທິບໍດີ ອາຟຣິກາໃຕ້ ທ່ານ Nelson Mandela (ຄົນກາງ) ອາຍຸ 93 ປີ ໄດ້ເຂົ້ານອນທີ່ໂຮງ ພະຍາບານ

ອະດີດ​ປະທານາທິບໍດີ ອາ​ຟຣິກາໃຕ້ ທ່ານ Nelson Mandela ​ໄດ້​ເຂົ້າ​ໂຮງພະຍາບານ
ທີ່ນະຄອນ Johannesburg ​ໂດຍໄດ້​ຮັບ​ຄຳ​ແນະນຳ ຈາກ​ບັນດາທ່ານໝໍປະ​ຈໍາ​ຕົວ​ຂອງ
ທ່ານ.

ປະທານາທິບໍດີ Jacob Zuma ​ໄດ້ຖະ​ແຫລ​ງ​ໃນ​ວັນ​ເສົາ​ນີ້ວ່າ ທ່ານ Mandela ​“ໄດ້​ຈົ່ມ​
ເຈັບທ້ອງ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ແລະ​ບັນດາ​ທ່ານໝໍ​ມີ​ຄວາມ​ຮູ້ສຶກ​ວ່າ ມັນ​ມີ​ຄວາມ​
ຈໍາເປັນ​ທີ່​ຕ້ອງພົບກັບ​ທ່ານໝໍທີ່ຊ່ຽວຊານ​ໂດຍ​ສະ​ເພາະ.”

ທ່ານ Zuma ​ໄດ້​ກ່າວຕາງ​ໜ້າ​ປະຊາຊົນ​ອາ​ຟຣິກາ​ໃຕ້ວ່າ ຂໍ​ໃຫ້​ທ່ານຈົ່ງຫາຍເຊົາ ພ້ອມ​
ທັງ​ຂໍ​ຮ້ອງໃຫ້​ສາທາລະນະຊົນ​ຈົ່ງ​ໃຫ້​ກຽດນັບຖືເລື້ອງ​ສ່ວນ​ຕົວຂອງ​ທ່ານ Mandela ​ແລະ​
ຄອບ​ຄົວ.

ທ່ານ Mandela ອາຍຸ 93 ປີ ຜູ້ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງສັນ​ຕິ​ພາບໃນ​ປີ 1993
ບໍ່​ໄດ້​ປະກົດ​ຕົວຕໍ່​ທີ່​ສາທາລະນະ ໃນ​ໄລຍະ​ສອງ​ສາມ​ເດືອນຜ່ານມາ​ນີ້​ເນື່ອງຈາກວ່າ​ມີສຸກຂະ
ພາບ​ອ່ອນ​ເພຍ.

ທ່ານ Nelson Mandela ​ໄດ້​ເປັນ​ປະທານາທິບໍດີຄົນ​ຜີວດໍ​າຂອງອາ​ຟຣິກາ​ໃຕ້ຜູ້​ທໍາ​ອິດ ​
ໃນ​ປີ 1994 ຊຶ່ງ​ເຮັດ​ໃຫ້ການ​ປົກ​ຄອງຂອງຄົນ​ຜີວຂາວ ທີ່​ຮ້ອງ​ວ່າ ການ​ແບ່ງ​ແຍກ​ເຊື້ອ
ຊາດ​ຜີວພັນຫລື Apartheid ສິ້ນສຸດ​ລົງ.