ທ່ານ ຈອຣ໌ຈ ເອຈ ດັບເບີນຢູ ບຸຊ (George H. W. Bush) ປະທານາທິບໍດີຄົນທີ 41 ຂອງສະຫະລັດ ຊຶ່ງເກີດມາໃນຄອບຄົວທີ່ມີຕະກູນສູງສັກແຕ່ດ້ວຍກຽດສັກສີ ໜ້າທີ່ແລະການຮັບໃຊ້ປະເທດຊາດຂອງທ່ານ ທີ່ມີມາເປັນເວລາ 60 ກວ່າປີ ໃນສັດຕະວັດທີ 20 ນັ້ນ ໄດ້ເຖິງແກ່ອະສັນຍະກຳແລ້ວທີ່ບ້ານພັກຂອງທ່ານຢູ່ນະຄອນຮິວສ໌ຕັນໃນລັດເທັກຊັສ. ໂຄສົກຂອງທາງຄອບຄົວ ໄດ້ປະກາດ ໃຫ້ຊາບ ໃນຕອນແລງວັນສຸກວານນີ້.
ອະດີດປະທານາທິບໍດີ ອາຍຸ 94 ປີທ່ານນີ້ ໄດ້ມີສຸຂະພາບຊຸດໂຊມມາໄດ້ຫຼາຍປີແລ້ວ ຍ້ອນເປັນໂຣກພາກກິງນສັນຊະນິດນຶ່ງ ແລະການເຈັບປ່ວຍອື່ນໆ.
ໃນຊີວິດຢູ່ເທິງເວທີຂອງໂລກ ແລະການເມືອງໃນລະດັບສູງສຸດຂອງສະຫະລັດນັ້ນ ທ່ານບຸຊເຄີຍໄດ້ເສຍໄຊແລະຊະນະການເລືອກຕັ້ງ ກ່ອນທີ່ຈະກາຍມາເປັນຜູ້ນຳຂອງອາເມຣິກັນໃນປີ 1989 ແລະຫລັງຈາກນັ້ນ ຍ້ອນການຫຼຸດຖອຍຂອງເສດຖະກິດສະຫະລັດ ແລະຄົນຫວ່າງງານທີ່ມີເພີ້ມຂຶ້ນ ທ່ານຈຶ່ງໄດ້ເສຍໄຊ ໃນການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຕື່ມອີກ ໃນປີ 1982 ຫຼັງຈາກທີ່ໄດ້ເຂົ້າໄປຢູ່ໃນທຳນຽບຂາວແລ້ວ 4 ປີ.
ທ່ານໄດ້ເລີ້ມຕົ້ນ ຂີດໝາຍການເປັນປະທານາທິບໍດີຂອງທ່ານ ດ້ວຍຄຳປະກາດໃນພິທີສາບານຕົວ ເຂົ້າຮັບຕຳແໜ່ງວ່າ “ສາຍລົມໃໝ່ກຳລັງເລີ້ມພັດ ແລະໂລກຈະໄດ້ຊົດຊື່ນ ຂຶ້ນດ້ວຍອິດສະຫຼະພາບ ທີ່ເບິ່ງຄືກັນກັບວ່າເກີດໃໝ່ ຊຶ່ງຢູ່ໃນຈິດໃຈຂອງຄົນຜູ້ນຶ່ງ ຖ້າຫາກບໍ່ແມ່ນວ່າຄວາມຈິງແລ້ວ ວັນເວລາຂອງພວກຜະເດັດ ການໄດ້ໝົດລົງແລ້ວ. ຍຸກສະໄໝຂອງລະບອບຜະເດັດການ ກຳລັງຜ່ານພົ້ນໄປ ອຸດົມການເກົ່າໆ ພວມຖືກພັດໜີໄປ ຄືກັນກັບໃບໄມ້ເກົ່າ ຈາກຕົ້ນໄມ້ທີ່ຕາຍໄປແລ້ວ.”
ປະທານາທິບໍດີໂຊຫວຽດ ທ່ານມີຄາຍລ໌ ກໍບາຊັອຟ (ຊ້າຍ) ແລະປະທານາທິບໍດີ ຈອຣ໌ຈ ເອຈ ດັບເບິນຢູ ບຸຊ ຈັບມືກັນຍ ທີ່ທຳນຽບຂາວ. (1 ມິຖຸນາ 19909
ການປະກາດຂອງທ່ານ ໃນອີກບໍ່ດົນແມ່ນໄດ້ພິສູດໃຫ້ເຫັນວ່າເປັນການທຳນາຍລ່ວງໜ້າ ດ້ວຍການພັງລົງຂອງກຳແພງເບີລິນແລະຫຼົ້ມສະຫຼາຍຂອງສະຫະພາບໂຊຫວຽດ ມີຂຶ້ນໃນຕອນເລີ້ມຕົ້ນ ການເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຂອງທ່ານ. ທ່ານບຸຊໄດ້ພົບປະກັບຜູ້ນຳຂອງສະຫະພາບໂຊຫວຽດ ທ່ານມີຄາຍລ໌ ກໍບາຊັອຟ ບໍ່ດົນຫຼັງຈາກ ການພັງລົງຂອງກຳແພງເບີລິນ ຊຶ່ງການເຈລະຈາຂອງພວກທ່ານທີ່ເກາະມາລຕາ ແມ່ນເບິ່ງກັນວ່າ ເປັນບາດກ້າວທີ່ສຳຄັນສຸດ ທີ່ຊ່ວຍໃຫ້ພວກຜູ້ນຳທັງສອງ ໄດ້ລົງນາມໃນສົນທິສັນຍາຫລຸດກຳລັງອາວຸດຍຸດທະສາດປີ 1991.
ໃນລະຫວ່າງການດຳລົງຕຳແໜ່ງ ເປັນເວລາ 4 ປີ ທີ່ທຳນຽບຂາວນັ້ນ ທ່ານບຸຊໄດ້ສັ່ງໃຫ້ມີການປະຕິບັດງານທາງທະຫານຢູ່ປານາມາເພື່ອໂຄ່ນລົ້ມຜູ້ນຳທີ່ຄ້າຢາເສບຕິດຂອງປະເທດດັ່ງກ່າວ ທ່ານມານູແອລ ນໍຣີເອກາ. ຕໍ່ມາທ່ານກໍໄດ້ສົ່ງທະຫານໄປພາກຕາເວັນອອກກາງ ເພື່ອຂັບໄລ່ຊາດດຳ ຮຸສເຊນ ຈອມຜະເດັດການອີຣັກ ທີ່ພະຍາຍາມຈະເຂົ້າຄວບຄຸມປະເທດຄູເວດທີ່ອຸດົມສົມບູນໄປດ້ວຍນ້ຳມັນ.ບາງທີ ນັ້ນອາດຈະແມ່ນຈຸດສູງສຸດ ໃນການດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ ອັດຕາການເຫັນພ້ອມໃນໝູ່ພວກມີສິດປ່ອນບັດຊາວອາເມຣິກັນແມ່ນ
ສູງເຖິງ 89 ເປີເຊັນ ດ້ວຍການຈູດບັ້ງໄຟດອກທົ່ວທ້ອງຟ້າໃນຍາມຄ່ຳຄືນຢູ່ນະຄອນຫຼວງວໍຊິງຕັນ ເພື່ອສະເຫຼີມສະຫຼອງ ແລະສະແດງການຄຳນັບ ຕໍ່ການປະຕິບັດງານທີ່ສຳເລັດຜົນຂອງທ່ານ.
ດັ່ງທີ່ສະທ້ອນໃຫ້ເຫັນ ໃນເວລາຕໍ່ມາ ການສົ່ງກຳລັງໄປຍັງຄູເວດຂອງທ່ານບຸຊແມ່ນເບິ່ງກັນວ່າ ເປັນໄຊຊະນະທີ່ບໍ່ສົມບູນ ຊຶ່ງກຳລັງອີຣັກເປັນຈຳນວນຫລວງຫຼາຍໄດ້ຖືກຂັບໄລ່ ໃຫ້ຖອຍຄືນເຂົ້າໄປ ໃນດິນແດນຂອງຕົນ ແທນທີ່ຈະຖືກຈັບເປັນຊະເລີຍ ຫຼືຖືກສັງຫານ ແລະຊາດດາມ ຮຸສເຊນ ກໍຍັງກຳອຳນາດ ຢູ່ຄືເກົ່າແລະຜູ້ກ່ຽວໄດ້ຖືກໂຄ່ນລົ້ມໃນເວລາຕໍ່ມາເມື່ອປີ 2003 ໃນການບຸກເຂົ້າໄປຂອງສະຫະລັດ ທີ່ສັ່ງໂດຍລູດຊາຍຂອງທ່ານບຸຊ ປະທານາທິບໍດີ ຈອຣ໌ຈ ດັບເບິນຢູ
ບຸຊນັ້ນ.