ອະດີດ ປະທານາທິບໍດີ ສຫລ ທ່ານ ຈິມມີ້ ຄາເຕີ້ ປະກາດວ່າ ທ່ານເປັນໂຣກມະເຮັງ

ອະດີດ ປະທານາທິບໍດີ ສຫລ ທ່ານ ຈິມມີ ຄາເຕີ້ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມ ຢູ່ໃນນະຄອນ ບອັສຕັ້ນ ລັດ ແມັສສະຈູຊັດສ໌.

ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ Jimmy Carter
ປະກາດ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ທ່ານ​ເປັນ​ໂຣກມະ​ເຮັງ ທີ່​ໄດ້
​ຖືກ​ກວດ​ພົບ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໃນ​ລະຫວ່າງ​ ການ​ເຂົ້າຜ່າຕັດ
​ຕັບ​ຢູ່​ນັ້ນ.

ທ່ານ Carter ຜູ້​ມີ​ອາຍຸ​ໄດ້ 90 ປີ ​ໄດ້ປະກາດ​ການ​ວິນິດ​ໄສ
​ໃນຖະ​ແຫລ​ງການສັ້ນໆ​ຄັ້ງໜຶ່ງ. ທ່ານ ບໍ່​ໄດ້​ລະບຸ​ໂດຍ​ກົງ​ວ່າ
​ເປັນ​ໂຣກມະ​ເຮັງ​ຊະນິດ​ໃດ ພຽງ​ແຕ່​ກ່າວ​ວ່າ ມັນ​ຢູ່​ໃນ
“ສ່ວນ​ອື່ນໆ” ຂອງ​ຮ່າງ​ກາຍ​ທ່ານ.

ທ່ານ ຄາ​ເຕີ ກ່າວ​ວ່າ “ຖະ​ແຫລ​ງການ​ທີ່​ຄົບ​ຖ້ວນ​ກວ່າ​ນີ້ ຕໍ່​ມະຫາຊົນ ຈະມີ​ຂຶ້ນ​ໃນ​
ເວລາ ທີ່​ຮູ້ຈັກ​ຄວາມ​ແທ້​ຈິງ​ແລ້ວ ຊຶ່ງອາດ​ຈະ​ເປັນ​ໄປ​ໄດ້​ໃນ​ອາທິດ​ໜ້າ​ນີ້.”

ປະທານາທິບໍດີ ຄົນທີ 39 ຂອງ​ສະຫະລັດ ທ່ານ​ນີ້ ຈະ​ໄດ້​ຮັບ​ການ​ປິ່ນປົວ ຢູ່​ທີ່ ​ໂຮງໝໍ
Emory Healthcare ​ໃນ​ນະຄອນ Atlanta ຢູ່ທາງ​ພາກ​ໃຕ້ຂອງ​ປະ​ເທດ.

ຄຳ​ອວຍພອນ​ທີ່​ດີໆ ລັ່ງ​ໄຫລ​ເຂົ້າມາ ຢູ່​ໃນ​ສື່​ສັງຄົມ ຫຼັງຈາກການ​ປະກາດດັ່ງ​ກາວ​ຂອງ​
ທ່ານຄາ​ເຕີ. ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ກັບ​ທ່ານຄາ​ເຕີ ​ເມື່ອ​ຕອນ​ແລງ
​ວັນ​ພຸດ​ວານ​ນີ້ ​ແລະ ​ໄດ້​ອວຍພອນ ​ໃຫ້​ທ່ານ​ຄາ​ເຕີ ຟື້ນ​ຕົວ​ຄືນຫາຍ​ປ່ວຍໄວໆ ​ໃນ​ນາມ​
ສ່ວນ​ຕົວ ​ແລະ ສະຕີ​ໝາຍ​ເລກ​ໜຶ່ງ ທ່ານ​ນາງ Michelle Obama. ທ່ານ​ໂອ​ບາ​ມາ ​ກ່າວ
​ໃນ​ການ​ຂຽນ​ຖະ​ແຫລ​ງການວ່າ “ຈິ​ມມີ້ ທ່ານ​ເປັນ​ຄົນໜຶ່ງ ​ທີ່​ມີ​ຄວາມ​ສາມາດ​ຈະ​ກັບ​
ຄືນ​ມາ​ຢູ່​ໃນ​ສະພາບ​ເດີມ​ໄດ້ ​ແລະ ພ້ອມ​ກັນ​ກັບ​ຊາວ​ອາ​ເມຣິກາ​ທັງ​ມວນ ພວກ​ເຮົາ
ເອົາ​ໃຈເຊຍ​ທ່ານ.”

ທ່ານ​ຄາ​ເຕີ ​ໄດ້​ເຂົ້າຮັບ​ການຜ່າຕັດ ​ເມື່ອ​ວັນ​ທີ 3 ສິງຫາ​ຜ່ານ​ມາ ​ເພື່ອ​ຕັດ​ເອົາກ້ອນເນື້ອ​
ເຍື້ອສ່ວນນ້ອຍໆ ທີ່ຢູ່​ໃນ​ຕັບ​ຂອງ​ທ່ານ​ອອກ.

ນັບ​ຕັ້ງ​ແຕ່ ​ໄດ້​ອອກ​ຈາກ​ທຳນຽບຂາວ​ໄປ ​ໃນ​ປີ 1981 ອະດີດ​ປະທານາທິບໍດີ ​ໄດ້​ກໍ່ຕັ້ງ
ມູນ​ນິທິຄາ​ເຕີ ​ແລະ ​ໄດ້​ເດີນທາງ​ໄປ​ທົ່ວ​ໂລກ ​ເພື່ອ​ທຳ​ງານ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ
ດ້ານ​ສຸຂະພາບ, ປະຊາທິປະ​ໄຕ​ໃນ​ໂລກ, ​ເລື້ອງສິດທິ​ຂອງ​ພວກແມ່ຍິງ ​ແລະ ​ເດັກ​ນ້ອຍ
ຕະຫລອດ​ເຖິງ​ ການ​ມີ​ທີ່ຢູ່​ອາ​ໄສ​ທີ່​ບໍ່​ແພງ.

​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ​ໄດ້​ສຳ​ເລັດ​ການ​ເດີນທາງ​ໂຄສະນາ ປຶ້ມຂອງ​ທ່ານ ​ເລື້ອງ A Full
Life ທີ່​ສະທ້ອນ​ຄືນ ເມື່ອ​ອາຍຸ​ໄດ້ 90 ປີ ຊຶ່ງ​ເປັນ​ຜົນງານ​ອັນຫຼ້າສຸດ​ຂອງທ່ານ. ທ່ານ ​ໄດ້​
ຂຽນ​ປຶ້ມ ຫຼາຍກວ່າ 20 ຫົວ ນັບ​ຕັ້ງ​ແຕ່​ໄດ້​ອອກ​ຈາກ​ຕຳ​ແໜ່​ງ.

Your browser doesn’t support HTML5

Carter Cancer