ອະດີດ ສະຕີເບີນຶ່ງ ຂອງ Ivory Coast ຖືກຈັບ

ທ່ານນາງ Simone Ehivet Gbagbo ພັນລະຍາ ອະດິດ ປະທານາ ທິບໍດີ Laurent Gbagbo ໄດ້ຖືກກັກຂັງ ໃນຖານທໍາຄວາມຜິດ ກໍ່ ອາດຊະຍາກໍາ

ສານ​ອາດຍາ​ນາໆ​ຊາດ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ
ທ່ານນາງ Simone Gbagbo ​ພັນ​ລະ​ຍາ​ຂອງອະດີດປະທາ
ນາທິບໍດີ Ivory Coast ທ່ານ Laurent Gbagbo ​ໃນ​ຄວາ​ມ
ຜິດກໍ່ອາດຊະຍາກໍາ​ຕ້ານ​ມະນຸດຊາ​ດ.


ສານນາໆ​ຊາດ​ໄດ້​ຟ້ອງ​ຮ້ອງແລະອອກ​ໝາຍຈັບ ທ່ານ​ນາງ Gbagbo ຢ່າງ​ເປີດ​ເຜີຍ​ໃນ​ວັນ​ພະຫັດ​ວານ​ນີ້. ຂໍ້​ຫາ​ຕໍ່ອະດີດ​ສະຕີໝາຍ​ເລກ​ນຶ່ງ​ ຂອງ Ivory Coast ​ແມ່ນ​ຮວມ​ທັງ “ການ​ຄາດ​ຕະກໍາ ຂົ່ມຂືນ ​ແລະການ​ລວນ​ລາມ​ທາງ​ເພດ​ທີ່​ຮຸນ​ແຮງ​ ​ການ​ປະພຶດ​ທີ່​ບໍ່​ມີ​ມະນຸດສະ​ທໍາ ອື່ນໆ ​ແລະ​ການ​ປະ​ຫັດ​ປະຫານ​ເປັນຕົ້ນ.

ຄວາມ​ຮຸນ​ແຮງ​ໄດ້​ລະເບີດ​ຂື້ນ ​ໃນ Ivory Coast ​ໃນ​ປີ 2010 ​ແລະ ດຳ​ເນີນ​ຕໍ່ມາ​ເຖິງ​ປີ 2011 ຫຼັງຈາກ​ໄດ້​ມີ​ການ​ເລືອກ​ຕັ້ງ ຊຶ່ງປະທານາ ທິບໍດີ Gbagbo ປະຕິ​ເສດ​ບໍ່​ຮັບເອົາການ​ພ່າຍ​ແພ້.

ທ່ານ​ Laurent Gbagbo ​ໄດ້​ຖືກ​ກັກ​ໂຕ​ໄວ້​ແລ້ວ​ທີ່​ ສານອາດຍາ​ນາໆ​ຊາດ ​ເພື່ອລໍຖ້າ​ການດຳ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ທີ່​ຄ້າຍຄື​ກັນນີ້.

ປັດຈຸ​ບັນ​ນີ້ ທ່ານ​ນາງ Simone Gbagbo ຖືກ​ກັກ​ໂຕ​ໄວ້​ທີ່ Ivory Coast ບ່ອນ​ທີ່ທ່ານ​ນາງ ກໍາລັງ​ຕໍ່ສູ້​ການ​ກ່າວ​ຫາທີ່​ວ່າ ນາງ​ໄດ້​ຊ່ວຍ ບົງ​ການໃນ​ການກໍ່​ຄວາມ​ຮຸນ​ແຮງ ຫລັງ​ຈາກ​ການ​ເລືອກ​ຕັ້ງ.