ທ່ານ Mueller ຖືກແຕ່ງຕັ້ງ ເປັນໄອຍະການ ພິເສດ ສືບສວນການ​ແຊກ​ແຊງ​​ ຂອງຣັດເຊຍ

ອະດີດ​ຜູ້ອຳນວຍການ ​ຂອງ​ອົງການ​ສັນຕິ​ບານ​ກາງ ຫຼື FBI ທ່ານ Robert Mueller ນັ່ງຟັງຄຳໃຫ້ການທີ່ລັດຖະສະພາ ຢູ່ວໍຊີງຕັນ, 13 ພຶດສະພາ 2013.

ໃນ​ການ​ເຄື່ອນ​ໄຫວທີ່​ບໍ່​ຄາດ​ຄິດ ອະດີດ​ຜູ້ອຳນວຍການ​ຂອງ​ອົງການ​ສັນຕິ​ບານ​ກາງ
ຫຼື FBI ໄດ້​ຖືກ​ແຕ່ງຕັ້ງ ​ໃນ​ວັນ​ພຸດ​ວາ​ນີ້ ​ໃຫ້​ເປັນ​ໄອ​ຍະ​ການ​ພິ​ເສດ ​ທີ່​ຈະກຳກັບ​ໃນ​ເລື່ອງ​
ການສືບສວນ​ ກ່ຽວ​ກັບ “ຄວາມ​ພະຍາຍາມຂອງລັດຖະບານຣັດ​ເຊຍ ທີ່​ຈະ​ແຊກ​ແຊງ
ເຂົ້າໃນ​ການເລືອກ​ຕັ້ງ​ປະທານາທິບໍດີ ປີ 2016 ​ແລະ​ເລື່ອງທີ່ກ່ຽວຂ້ອງ​ອື່ນໆ,”
ອີງ​ຕາມ​
ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ.

ການ​ແຕ່ງ​ຕັ້ງ​ໃຫ້ທ່າ​ນ Robert Mueller ​ເປັນ​ທະນາຍຄວາມ​ພິ​ເສດ ທີ່​ຮູ້​ກັນອີກ​ຊື່​ນຶ່ງ​ວ່າ​
ແມ່ນ ໄອ​ຍະ​ການ​ພິ​ເສດນັ້ນ ທີ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ “​ໃຫ້​ຊອກ​ຄົ້ນ​ຫາ ການ​ກະທຳ​ຜິດ​
ທີ່ໄດ້​ເກີດຂຶ້ນ​ ​ຫຼື​ການ​ຟ້ອງ​ຮ້ອງ​ໃດໆ​ແມ່ນ​ໄດ້ຮັບ​ການ​ຄ້ຳປະກັນ​ແລ້ວ”
ນັ້ນຄື​ການໃຫ້
​ຄຳ​ອະທິບາຍ ​ຂອງທ່ານ Rod Rosenstein ຮອງ​ລັດຖະມົນຕີ​ຍຸຕິ​ທຳສະຫະລັດ ຜູ້​ຊຶ່ງ
ໃນ​ໄລຍະສອງ​ສາມມື້ ຜ່ານ​ມານີ້ ໄດ້​ສະ​ແດງ​ອອກຊຶ່ງ​ຄວາມ​ສົງ​ໄສກ່ຽວ​ກັບ​ຄວາມຈຳ​ເປັນ
​ໃນ​ການ​ແຕ່ງຕັ້ງຜູ້ສືບສວນທີ່​ເປັນ​ອິດສະຫຼະ​ແບບ​ນີ້​.

ປະທາ​ນາທິບໍດີດໍ​ໂນ​ລ ທຣຳ ຍົກມື ໃນຂະນະທີ່ຍ່າງເຂົ້າໄປ ໃນສະໜາມຫຍ້າທາງທິດໃຕ້ ຂອງທຳນຽບຂາວ ໃນວໍຊີງຕັນດີຊີ ກ່ອນທີ່ຈະອອກເດີນທາງ ໄປຍັງ Groton, Connecticut, 17 ພຶດສະພາ, 2017.

​ ​ທ່ານ Rosenstein ໄດ້​ກ່າວ​ເພີ່ມ​ຕື່ມວ່າ “ສິ່ງ​ທີ່​ຂ້າພະ​ເຈົ້າ​ພິຈາລະນາ ​ແມ່ນ​ເປັນ​
ພື້ນຖານ​ພາຍ​ໃຕ້​ສະຖານະ​ການ​ພິ​ເສດ ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊົນ​ແມ່ນ​ຮຽກຮ້ອງ
ໃຫ້​ຂ້າພະ​ເຈົ້າ​ ມອບ​ໝາຍເລື່ອງ​ການ​ສືບສວນນີ້ ​ໃຫ້​ຢູຸ່ພາຍ​ໃຕ້ອຳນາດຂອງ​ບຸກຄົນ ​
ທີ່​ມີ​ຄວາມ​ພຽບພ້ອມທີ່​ເປັນ​ອິດສະຫຼະຢ່າງ​ແທ້ຈິງ ​ໄປ​ຈາກສາຍອຳນາດບັງຄັບບັນ
ຊາແບບ​ປົກກະຕິນັ້ນ.”

ໂດຍ​ບໍ່​ໄດ້​ກ່າວ​ເຖິງ​ການ​ແຕ່ງ​ຕັ້ງທ່າ​ນ Mueller, ປະທາ​ນາທິບໍດີດໍ​ໂນ​ລ ທຣຳ ​
ໃນ​ຖະແຫຼງການ​ ​ສະບັບ​ນຶ່ງ ກ່າວ​ວ່າ “ການ​ສື​ບສວນ​ຢ່າງ​ລະອຽດ ຈະໃຫ້ການ​ຢືນ​ຢັນ​
ໃນ​ສິ່ງ​ທີ່​ພວກ​ເຮົາ​ຮູ້​ກັນຢູ່​ແລ້ວວ່າ...ມັນ​ບໍ່​ໄດ້​ມີ​ການ​ສົມຮູ້​ຮ່ວມ​ກັນ ລະຫວ່າງຄະນະ​
ໂຄສະນາ​ຫາ​ສຽງ​ຂອງ​ຂ້າພະ​ເຈົ້າ ​ແລະ​ໜ່ວຍ​ງານ​ຕ່າງປະ​ເທດ​ໃດໆ. ຂ້າພະ​ເຈົ້າ​
ຫວັງ​ວ່າ​ເລື່ອງດັ່ງກ່າວ​ນີ້ ຈະ​ສິ້ນສຸດ​ລົງ​ໂດຍ​ໄວ.”

Your browser doesn’t support HTML5

Former FBI Chief to Lead Russia Inquiry

ຫຼັງ​ຈາກ​ທີ່​ໄດ້ມີ​ການ​ປະກາດ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງທ່ານ​ແລ້ວ ທ່ານ Mueller ​ໄດ້​ກ່າວ​ວ່າ
“ຂ້າພະ​ເຈົ້າ ​ຂໍ​ຮັບ​ເອົາ​ຄວາມ​ຮັບຜິດຊອບນີ້ ​ແລະ​ຈະ​ປະຕິບັດ​ໜ້າ​ທີ່​ໃຫ້​ດີ​ທີ່​ສຸດ​ເທົ່າ
ທີ່​ຂ້າພະ​ເຈົ້າສາມາດ​ເຮັດ​ໄດ້.”

ທ່ານ Mueller ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າຂອງອົງ​ການ FBI​ ເປັນ​ເວລາ 12 ປີ
ຈົນ​ເຖິງ ປີ 2013. ​ທ່ານ James Comey​ ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ແທນ​ທ່ານ ​ແລະ​ໄດ້​ຖືກ​
ປົດ​ ​ໃນ​ສັບປະດາແລ້ວໂດຍ​ທ່ານ​ທຣຳຊຶ່ງການ​ເຄື່ອນ​ໄຫວ​ນີ້ໄດ້ກໍ່ໃຫ້​ເກີດ​ພາຍຸ​ການ​ເມືອງ​.

ສະມາຊິກສະພາສູງ ທ່ານ Richard Burr ສັງກັດພັກ Republican ຈາກລັດ NC ກ່າວທີ່ກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ ທີ່ ວໍຊີງຕັນ ດີຊີ.,13 ມັງກອນ, 2015.

ທ່ານ Evan Siegfried ນັກວິ​ໄຈ​ທາງ​ການ​ເມືອງ​ຂອງ​ພັກ Republican ​ໄດ້​ບອກກັບ
VOA ວ່າ ຈົນເທົ່າ​ມີການ​ແຕ່ງ​ຕັ້ງ​ຂອງ​ທ່ານ Mueller “ກຽດ​ສັກ​ສີແມ່ນ​ສູນ ​ໃນ​ການ​
ສືບສວນ​ນີ້.​”

​ທ່ານໄດ້​ອະທິບາຍ​ເພີ່ມ​ຕື່ມ​ວ່າ ທ່ານ Mueller ຈະ​ຖືກ “​ໂດດດ່ຽວ​ຢ່າງ​ສິ້ນ​ເຊີງ​ຈາກ​
ກະຊວງຍຸຕິ​ທຳ​ແລະ​ອົງການ FBI​. ທ່ານມີງົບປະມານ​ຂອງ​ທ່ານ, ທ່ານຈະ​ສາມາດ
ຈ້າງ​ພະນັກງານ​ຂອງ​ທ່ານ​ເອງໄດ້ ​ແລະ​ທ່ານ​ຍັງ​ສາມາດກຳຈັດ​ພະນັກງານອົງການ
FBI​ ​ທີ່​ທ່ານ​ບໍ່ຕ້ອງການກໍ​ໄດ້,”
​ແລະທ່ານ​ກໍ​ຈະສາມາດ​ດຳ​ເນີນ​ການ​ສືບສວນ​ໄປ​ເຖິງ​ໃສ
ກໍ​ຕາມ ​ເທົ່າ​ມີ​ມັນ​ຈະ​ນຳພາໄປ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາຕ່ຳ ທ່ານ Peter King, ສັງກັດພັກ Republican ຈາກລັດ N.Y. ກ່າວຕໍ່ພວກນັກຂ່າວທີ່ ລັດຖະສະພາ ໃນວໍຊີງຕັນດີຊີ ຫຼັງຈາກກອງປະຊຸມຂອງຜູ້ນຳສະພາຕ່ຳ, 15 ມັງກອນ, 2016.