ບັນດາປະເທດ ອະດີດຄູ່ສັດຕູ ມາຮວມກັນ ໃນພິທີຄົບຮອບ 100 ປີ ຂອງສົງຄາມ​ໂລກ​ຄັ້ງທີ​ນຶ່ງ (ວີດີໂອ/ສະໄລດ໌)

(ຈາກຊ້າຍ) ເຈົ້າຊາຍ William ແຫ່ງອັງກິດ ພ້ອມດ້ວຍພະຊາຍາ Catherine, ປະທານາທິບໍດີຝຣັ່ງ Francois Hollande, ພະລາຊີນີ Mathilde ແຫ່ງແບລຈຽມ, ກະສັດ Philippe ແຫ່ງແບລຈຽມ ແລະ ປະທານາທິບໍດີ ເຢຍຣະມັນ Joachim Gauck ເຂົ້າຮ່ວມພິທີ​ຂີດ​ໝາຍ​ ຄົບຮອບ 100 ປີ ຂອງສົງຄາມ​ໂລກ​ຄັ້ງທີ​ນຶ່ງ ຢູ່ໃນນະຄອນ Liege, ປະເທດຝຣັ່ງ, ວັນທີ 4 ສິງຫາ 2014.

ເຊື້​ອລາດ​ຊະ​ວົງແບ​ລຈຽມ ​ໄດ້​ຕ້ອນຮັບ ບັນດາ​ແຂກ​ຜູ້​ມີ​ກຽດ
ຫຼາຍໆ​ຄົນ ສູ່ພິທີຕ່າງໆ​ໃນ​ມື​ນີ້ ທີ່​ຈັດ​ຂຶ້ນ​ເປັນ​ເປັນ​ຂີດ​ໝາຍ​
ຄົບ​ຮອບ 100 ປີ ຂອງ ສົງຄາມ​ໂລກ​ຄັ້ງທີ​ນຶ່ງ.

ກະສັດ Philippe ​ແລະ​ພະ​ລາ​ຊີ​ນີ Mathilde ​ໄດ້ຊົງ​ເລີ້ມ
​ພິທີຕ່າງໆ ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ເມືອງ Liege.

ພິທີ​ເຫລົ່າ​ນີ້​ ແມ່ນເປັນ​ການ​ລະນຶກ​ເຖິງການ​ບຸກລຸກ​ແບ​ລຈຽມ
ໂດຍນາ​ຊີເຢຍຣະ​ມັນ ​ແລະ ການ​ປະກາດ​ສົງຄາມຂອງອັງກິດ ​
ໃນວັນ​ທີ 4 ສິງຫາ​ 1914 ​ເວລາ​ການ​ຂັດ​ແຍ້​ງ​ໄດ້​ລະ​ເບີດ​ຂຶ້ນ​ເປັນ​ສົງຄາມ​ຢ່າງເຕັມ​ກຳລັງ.

ທັງ​ສອງ​ຝ່າຍຕ່າງ​ກໍ​ເຊື່ອວ່າ ​ສົງຄາມຈະສິ້ນສຸດ​ລົງ​ໃນ​ທ້າຍ​ປີ. ​ແຕ່ຫາກ​ວ່າ ທະວີ​ບຢູ​ໂຣບ
ກັບ​ໄດ້ຕົກ​ລົງ​ ສູ່​ສະພາບ​ທີ່​ທຸກ​ຍາກລຳບາກ ​ແລະ ທຸກທໍລະມານ ​ເປັນ​ເວລາດົນກວ່າ 4 ປີ.

ພິທີຂີດໝາຍຄົບຮອບ 100 ປີ ຂອງສົງຄາມໂລກ ຄັ້ງທີນຶ່ງ

​ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ ​ຝຣັ່ງ ​ແລະ ​ເຢຍຣະມັນ ​ກໍໄດ້ໄປ​ພົບ​ປະກັນ ​ຢູ່​ຂົງ​ເຂດ
Alsace ​ໃນພາກ​ຕາ​ເວັນ​ອອກ​ຂອງຝຣັ່ງ ​ເພື່ອຮ່ວມ​ໃນ​ພິທີ​ຂີດ​ໝາຍ ຄົບຮອບ 100 ປີ ຂອງການ​ປະກາດ​ສົງຄາມ​ ຂອງເຢຍຣະມັນ​ຕໍ່​ຝຣັ່ງ ຊຶ່ງເປັນ​ທີ່​ຮັບ​ຮູ້​ກັນວ່າເປັນ​ການ​ເລີ້ມຕົ້ນ
​ຂອງສົງຄາມ​ໂລກ​ຄັ້ງທີ​ນຶ່ງນັ້ນ.

ທ່ານ Francois Hollande ​ແລະທ່ານ Joachim Gauck ໄດ້​ພາກັນ​ວາງ​ຫິນ​ກ້ອນທຳອິດ​
ຢູ່ທີ່​ອະ​ນຸສອນສະຖານ ສຳ​ຫລັບທະຫານ ຝຣັ່ງ ​ແລະ​ເຢຍຣະມັນ ຢູ່ຈອມ​ພູ​ແຫ່ງ​ນຶ່ງ ບ່ອນ​ທີ່
ທະຫານ ​ປະມານ 30.000 ຄົນ ​ໄດ້ເສຍ​ຊີວິ​ດ.

Your browser doesn’t support HTML5

How WWI Changed the Map of Europe