ອະດີດກະສັດກໍາປູເຈຍ ສະເດັດເຈົ້າ ນະໂຣດົມ ສີຫານຸ ສິ້ນພະຊົນ

ຊາວກໍາປູເຈຍ ພາກັນນັ່ງສວດມົນພາວະນາ ຢູ່ຕໍ່ໜ້າປະຕູເຂົ້າພະລາດຊະວັງ ໃນນະຄອນຫລວງພະນົມເປັນ ເພື່ອໄວ້ອາໄລແກ່ອະດີດ ກະສັດ ສີຫານຸ, ວັນທີ 15 ຕຸລາ 2012.

ຊາວຂະເໝນຄອບຄົວນຶ່ງ ຂີ່ລົດຈັກເມືອບ້ານ ຜ່ານຮູບຂອງມື້ລາງກະສັດ ສີຫານຸ ແລະພະມະເຫສີ Monineath, ໃນນະຄອນຫລວງພະນົມເປັນ, ກໍາປູເຈຍ, ວັນທີ 15 ຕຸລາ 2012.

ແມ່ຍິງຂະເໝນຄົນນຶ່ງ ນັ່ງນົບໄຫວ້ພາວະນາ ຢູ່ຕໍ່ໜ້າປະຕູເຂົ້າພະລາດຊະວັງ ໃນນະຄອນຫລວງພະນົມເປັນ ສະແດງຄວາມໂສກເສົ້າສະລົດໃຈ ແລະໄວ້ອາໄລແກ່ ອະດີດ ກະສັດ ສີຫານຸ, ວັນທີ 15 ຕຸລາ 2012.

ເຈົ້າຍິງ Monineath Sihanouk, ພະມະເຫສີຂອງມື້ລາງກະສັດ Norodom Sihanouk, ນັ່ງຢູ່ບ່ອນນັ່ງ ທາງຫລັງຂອງລົດ ຂະນະເດີນທາງໄປຮອດໂຮງພະຍາບານ ບ່ອນທີ່ກະສັດສີຫານຸ ຊົງຮັບການຮັກສາພະອົງຢູ່ ກ່ອນສິ້ນພະຊົນ ໃນນະຄອນຫລວງປັກກິ່ງ, ປະເທດຈີນ, ວັນທີ 15 ຕຸລາ 2012.

ໃນຮູບນີ້ ຖ່າຍເມື່ອວັນທີ 2 ເດືອນກັນຍາ 2006, ອະດີດກະສັດ ນະໂຣດົມ ສີຫານຸ (ກາງ) ທັກທາຍປາໄສ ກັບໄຜ່ຟ້າລັດຖະດອນ ທີ່ຈົ່ງຮັກພັກດີ ຢູ່ສະໜາມບິນພະນົມເປັນ ກ່ອນສະເດັດໄປຮັບການຮັກສາພະອົງ ຢູ່ປັກກິ່ງ, ບ່ອນທີ່ພະອົງສະເດັດໄປເລື້ອຍໆ.

ອະດີດກະສັດ ນະໂຣດົມ ສີຫານຸ (ກາງ) ໂບກພະຫັດ ທັກທາຍ ໄຜ່ຟ້າລັດຖະດອນ ຜູ້ຈົ່ງຮັກພັກດີ ທີ່ມາຖວາຍ ການຕ້ອນຮັບສະເດັດ ຢູ່ສະໜາມບິນພະນົມເປັນ ໃນຮູບນີ້ ວັນທີ 26 ພຶດສະພາ 2006.

ໃນຮູບນີ້ ຖ່າຍເມື່ອວັນທີ 20 ຕຸລາ 2004, ມື້ລາງກະສັດ ນະໂຣດົມ ສີຫານຸ ຊົງແນະນໍາ ພະໂອລົດ ແລະຜູ້ສືບທອດບັນລັງ ສະເດັດເຈົ້າ ນະໂຣດົມ ສີຫາໂມນີ, ກະສັດກໍາປູເຈຍອົງປັດຈຸບັນ, ໃນຕອນເດີນທາງ ມາຮອດ ສະໜາມບິນພະນົມເປັນ.

ກະສັດນະໂຣດົມ ສີຫານຸ ຊົງກ່າວຄໍາອໍາລາ ພະສົງອົງນຶ່ງ ທີ່ວັດແຫ່ງນຶ່ງ ໃນເມືອງສຽມຣຽບ, ພາກເໜືອກໍາປູເຈຍ, ວັນທີ 1 ກັນຍາ 1997.

ບັນດາແມ່ຊີ ຖວາຍການຕ້ອນຮັບແກ່ ກະສັດນະໂຣດົມ ສີຫານຸ ຢູ່ວັດແຫ່ງນຶ່ງ ໃນເມືອງສຽມຣຽບ, ວັນທີ 1 ກັນຍາ 1997.