ອະດີດນາຍົກລັດຖະມົນຕີ ຂອງອອສເຕຣເລຍ ທ່ານສະກັອດ ມໍຣິສັນ (Scott Morrison) ກ່າວໃນວັນພຸດແລ້ວນີ້ວ່າ ມັນມີຄວາມ “ຈໍາເປັນ” ສໍາລັບທ່ານ ມີອໍານາດຂອງລັດຖະມົນຕີເພີ້ມຂຶ້ນ ໃນຊ່ວງການລະບາດໃຫຍ່ຂອງພະ ຍາດໂຄວິດ-19. ທ່ານມໍຣິສັນ ໄດ້ຖືກກ່າວຫາວ່າເປັນຜູ້ທໍາລາຍ ລະບອບປະ ຊາທິປະໄຕຂອງອອສເຕຣເລຍ ດ້ວຍການແຕ່ງຕັ້ງຕົນເອງແບບລັບໆໃຫ້ເປັນລັດຖະມົນຕີອະວຸໂສຂອງ 5 ກະຊວງ ໂດຍປາສະຈາກການຮັບຮູ້ຂອງເພື່ອນຮ່ວມງານໃນລັດຖະບານຂອງທ່ານ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ທ່ານສະກັອດ ມໍຣິສັນ ກ່າວວ່າ ການທີ່ທ່ານຕ້ອງສາບານໂຕ ແບບລັບໆ ໃນການເຂົ້າດໍາລົງຕໍາແໜ່ງເປັນລັດຖະມົນຕີຂອງຫ້າກະຊວງ ເຊັ່ນ ລັດຖະມົນຕີກະຊວງພາຍໃນ, ລັດຖະມົນຕີກະຊວງການຄັງ, ລັດຖະມົນຕີກະຊວງສາທາ ລະນະສຸກ, ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງຊັບພະ
ຍາກອນໃນລະຫວ່າງປີ 2020 ຫາປີ 2021, ເນື່ອງຈາກວ່າທ່ານເອງ “ເປັນ
ຜູ້ຂັດທ້າຍເຮືອ” ຂອງລັດຖະບານໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19.
ທ່ານມໍຣິສັນສູນເສຍອໍານາດໃນການເລືອກຕັ້ງລັດຖະບານໃນເດືອນພຶດສະພາ. ຜູ້ສືບທອດຕໍາແໜ່ງຂອງທ່ານ ທ່ານແອນໂທນີ ອາລບານີສ ເປັນຜູ້ນໍາພາໃນການຕ້ອງຕິຕໍ່ການກະທໍາຕ່າງໆຂອງອະດີດຜູ້ນໍາ ຮຸນແຮງຂຶ້ນເລື້ອຍໆ, ເຊິ່ງພວກເຂົາເຈົ້າ ໄດ້ຕໍາໜິວ່າ ເປັນການກະທໍາທີ່ “ຮັບບໍ່ໄດ້” ແລະ “ແປກປະ ຫຼາດ.”
ທ່ານອາລບານິສກ່າວວ່າ ທ່ານມໍຣິສັນໄດ້ທໍາລາຍລະບອບການປົກຄອງແບບລັດຖະສະພາຂອງປະເທດອັງກິດ.
ຢ່າງໃດກໍຕາມ, ທ່ານມໍຣິສັນ ກ່າວຕໍ່ບັນດານັກຂ່າວໃນວັນພຸດແລ້ວນີ້ວ່າ ທ່ານໄດ້ດໍາເນີນການ ເພື່ອຜົນປະໂຫຍດຂອງຊາດ, ເຊິ່ງທ່ານໄດ້ກ່າວວ່າ:
“ຂ້າພະເຈົ້າເຊື່ອວ່າ ມັນມີຄວາມຈໍາເປັນທີ່ຈະຕ້ອງມີອໍານາດທາງໜ້າທີ່, ມີໃນສິ່ງທີ່ເປັນອໍານາດສຸກເສີນແບບມີປະສິດທິພາບ, ເພື່ອນໍາໃຊ້ເຂົ້າໃນການດໍາເນີນງານທີ່ມີສະຖານະການຮຸນແຮງຕ່າງໆແບບບໍ່ໄດ້ຄາດການລ່ວງໜ້າໄວ້, ນັ້ນ ຈຶ່ງຈະສາມາດເຮັດໃຫ້ຂ້າພະເຈົ້າປະຕິບັດງານເພື່ອຜົນປະໂຫຍດຂອງຊາດໄດ້.”
ອະດີດເພື່ອນຮ່ວມງານໃນຄະນະລັດຖະບານຂອງທ່ານມໍຣິສັນບາງຄົນ ຮັບຮູ້ການແຕ່ງຕັ້ງເຂົ້າດໍາລົງຫຼາຍຕໍາແໜ່ງລັດຖະມົນຕີຂອງທ່ານມໍຣິສັນ.
ລາຍງານຂອງສື່ມວນຊົນໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ຂັ້ນສູງທີ່ສຸດຂອງອອສເຕຣເລຍ ຍັງບໍ່ທັນຮັບຮູ້ກ່ຽວກັບສິ່ງທີ່ຖືກອະທິບາຍວ່າ “ເປັນການຄຸບເອົາອໍານາດແບບລັບໆ.”
ອະດີດລັດຖະມົນຕີກະຊວງພາຍໃນ ທ່ານນາງຄາເຣັນ ແອນດຣູສ໌ (Karen Andrews), ເຊິ່ງເຄີຍດໍາລົງຕໍາແໜ່ງໃນຄະນະລັດຖະມົນຕີຂອງທ່ານມໍຣິສັນ, ໄດ້ຮຽກຮ້ອງໃຫ້ທ່ານມໍຣິສັນລາອອກຈາກສະພາລັດຖະບານ ເນື່ອງຈາກພຶດຕິ ກໍາທີ່ “ເປັນຕາອັບອາຍຂາຍໜ້າ” ຂອງທ່ານ.
ນັກຊ່ຽວຊານເຊື່ອໝັ້ນວ່າ ເຖິງແມ່ນການກະທໍາດັ່ງກ່າວຈະບໍ່ເປັນດັ່ງເລື້ອງປົກ ກະຕິທົ່ວໄປ ແລະເບິ່ງຄືວ່າຈະມີຄວາມຜິດທາງຈັນຍາບັນ, ແຕ່ການປະຕິບັດຂອງທ່ານມໍຣິສັນ ກໍບໍ່ໄດ້ຂັດຕໍ່ລັດຖະທໍາມະນູນຂອງປະເທດ.
ທ່ານສະຈວດ ແຈັກສັນ (Stewart Jackson), ຜູ້ປະທະກະຖາອາວຸໂສທາງດ້ານການເມືອງ ຢູ່ທີ່ມະຫາວິທະຍາໄລຊິດນີກ່າວວ່າ ມັນເປັນບົດຮຽນພິເສດຢູ່ໃນການເມືອງຂອງອອສເຕຣເລຍ, ເຊິ່ງທ່ານໄດ້ກ່າວວ່າ:
“ນະທີ່ນີ້ ພວກເຮົາມີນາຍົກລັດຖະມົນຕີທີ່ພະຍາຍາມແຕ່ງຕັ້ງຕົນເອງຂຶ້ນ, ຖ້າພວກເຈົ້າມັກປະທານາທິບໍດີ. ພວກເຈົ້າຮູ້, ພວກເຮົາບໍ່ໄດ້ຢູ່ໃນລະບົບ ທີ່ມີປະ ທານາທິບໍດີ, ພວກເຮົາບໍ່ໄດ້ເລືອກຕັ້ງເອົານາຍົກລັດຖະມົນຕີໂດຍກົງ. ດັ່ງນັ້ນ, ມັນຈຶ່ງເປັນເລື້ອງທີ່ແປກປະຫຼາດຫຼາຍ, ເປັນການລະເມີດສົນທິສັນຍາທີ່ໜ້າສົນ ໃຈ ແລະມີຄວາມຜິດແບບແຈ່ມແຈ້ງຫຼາຍທີ່ສຸດ, ທ່ານຕັ້ງໃຈທີ່ຈະບໍ່ສົນໃຈໃນເລື້ອງນີ້ເລີຍ. ຂ້າພະເຈົ້າບໍ່ຄິດວ່າມັນມັນມີຄວາມສໍາຄັນເຖິງຂັ້ນຜິດກົດໝາຍ, ແຕ່, ແມ່ນແລ້ວ ແນ່ນອນທີ່ສຸດມັນເປັນພຶດຕິກໍາທີ່ແປກປະຫຼາດຫຼາຍ.”
ການເປີດເຜີຍກ່ຽວກັບການແຕ່ງຕັ້ງລັດຖະມົນຕີແບບປິດລັບຂອງທ່ານມໍຣິສັນ ປາກົດອອກມາໃຫ້ເຫັນໂດຍຜ່ານການຂຽນຊີວະປະຫວັດກ່ຽວກັບອະດີດຂອງນາຍົກລັດຖະມົນຕີ.
ທ່ານມໍຣິສັນ ກ່າວວ່າ ທ່ານບໍ່ໄດ້ບອກກັບບັນດາເພື່ອນຮ່ວມງານ ໃນຄະນະລັດຖະບານຂອງທ່ານ ເນື່ອງຈາກວ່າ ທ່ານພຽງແຕ່ຈະນໍາໃຊ້ອໍານາດເຂົ້າໃນວຽກງານສຸກເສີນເທົ່ານັ້ນ.
ການໃຫ້ຄຳອະທິບາຍຂອງທ່ານບໍ່ໄດ້ໃຫ້ຄວາມໝັ້ນໃຈແກ່ຜູ້ທີ່ຍັງມີຄວາມສົງໃສແຕ່ຢ່າງໃດ. ລັດຖະມົນຕີກະຊວງການຄັງອອສເຕຣເລຍ ທ່ານຈິມ ຊາມເມີສ໌
(Jim Chalmers) ກ່າວໃນມື້ວັນພຸດແລ້ວນີ້ວ່າ ການກະທຳຂອງທ່ານມໍຣິສັນ ແມ່ນເປັນການ “ຜະເດັດການ.”