ມີນັກທ່ອງທ່ຽວ ເດີນທາງມາທ່ອງທ່ຽວ ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ຫລາຍກວ່າ 30%

ພິທີເປີດປີທ່ອງທ່ຽວລາວ 2012 ທີ່ຈັດຂຶ້ນໃນນະຄອນວຽງຈັນໃນທ້າຍເດືອນ ທັນວາ 2011 ທີ່ຜ່ານມານີ້

ນັກທ່ອງທ່ຽວຊາວຕ່າງຊາດຈໍານວນກວ່າລ້ານຄົນ ເດີນທາງມາທ່ອງທ່ຽວໃນນະຄອນ ຫຼວງວຽງຈັນໃນຕະຫຼອດປີ 2011 ທີ່ຜ່ານມາໂດຍເພີ່ມຂຶ້ນຈາກປິ 2010 ໃນອັດຕາສະເລ່ຍ ທີ່ສູງກວ່າ 30%.

ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງຢືນຢັນໃນໂອກາດ
ສະຫຼອງວັນຂຶ້ນປິໃໝ່ສາກົນໃນຄືນວັນທີ 31 ທັນວາ 2011 ຕໍ່ເນື່ອງເຖິງຕອນເຊົ້າ
ຂອງວັນທີ 1 ມັງກອນ 2012 ທີ່ຜ່ານມາວ່າ ທຸລະກິດບໍລິການ ແລະທ່ອງທ່ຽວໃນ
ເຂດນະຄອນຫຼວງວຽງຈັນ ຍັງຄົງມີທ່າອ່ຽງຂະຫຍາຍຕົວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈະເຫັນໄດ້ຈາກໃນຕະຫຼອດປີ 2011 ທີ່ຜ່ານມາປະກົດວ່າ ມີນັກທ່ອງທ່ຽວຕ່າງ
ປະເທດຫຼາຍກວ່າ 1,164,743 ຄົນທີ່ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນເຂດນະຄອນ
ຫຼວງ ຊຶ່ງເພີ່ມຂຶ້ນຈາກປີ 2010 ໃນອັດຕາສະເລ່ຍທີ່ສູງກວ່າ 30%.

ຍິ່ງໄປກວ່ານັ້ນ ດ້ວຍການຂະຫຍາຍຕົວໃນລະດັບດັ່ງກ່າວນີ້ຍັງເຮັດໃຫ້ເຊື່ອວ່າໃນຕະ
ຫຼອດປີ 2012 ນີ້ຈະມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາທ່ອງທ່ຽວໃນເຂດ
ນະຄອນຫຼວງວຽງຈັນຫຼາຍກວ່າ 1.7 ລ້ານຄົນ ຫຼື ຄິດເປັນອັດຕາຂະຫຍາຍຕົວທີ່ເພີ່ມ
ຂຶ້ນຈາກປີ 2011 ເກີນກວ່າ 40% ຊຶ່ງກໍຈະເຮັດໃຫ້ທຸລະກິດພາກບໍລິການ ແລະທ່ອງ
ທ່ຽວ ໃນເຂດນະຄອນຫຼວງວຽງຈັນມີເງິນຕາຕ່າງປະເທດ ໄຫຼເຂົ້າສູ່ລະບົບທຸລະກິດ
ຄິດເປັນມູນຄ່າລວມເຖິງ 165 ລ້ານໂດລາ ເນື່ອງຈາກວ່າໃນຕະຫຼອດປີ 2012 ນີ້ເປັນ
ປີການທ່ອງທ່ຽວລາວ ຫຼື Visit Lao Year ນັ້ນເອງ.

ພິທີສະຫລອງປີໃໝ່ 2012 ໃນສະຖານທີ່ແຫ່ງນຶ່ງ ໃນນະຄອນວຽງຈັນ

ສ່ວນກ່ຽວກັບການກຽມ
ຄວາມພ້ອມໃນດ້ານຕ່າງໆ
ເພື່ອຮອງຮັບປິການທ່ອງທ່ຽວ
ລາວດັ່ງກ່າວນີ້ ທ່ານຄໍາປະດິດ
ເຂັມມານິດ ຫົວໜ້າພະແນກ
ການທ່ອງທ່ຽວນະຄອນຫຼວງ
ວຽງຈັນກໍໄດ້ໃຫ້ການຊີ້ແຈງວ່າ:

ພຶ້ນຖານຮອງຮັບພວກເຮົາກໍໄດ້ເອົາໃຈໃສ່ໃນການພັດທະນາໂຄງການຕ່າງໆ
ຕິດພັນກັບທິດນໍາ ຂອງການນໍາ
ນະຄອນຫຼວງວຽງຈັນໃນການປະຕິບັດນະໂຍ
ບາຍ 6 ສ. ກໍຄືການສ້າງພຶ້ນຖານໂຄງລ່າງຂອງຕົວເມືອງ
ຫັ້ ເພື່ອໃຫ້ສະຖານ
ທີ່ຕ່າງໆຫັ່ນ ໄດ້ກາຍເປັນທີ່ຮອງຮັບ ແລະຮັບໃຊ້ບໍລິການຂອງສັງຄົມກໍຄືນັກ ທ່ອງທ່ຽວບໍ່ວ່າຈະເປັນຮ້ານຄ້າ, ຮ້ານຂາຍກໍຄືສະຖານທີ່ພັກຜ່ອນ
ແບບສາທາ
ລະນະ ໃຫ້ມີຫຼາຍບ່ອນເພີ່ມຂຶ້ນ.

ທາງດ້ານ ທ່ານ ສາລີ ພິມພິນິດ ຫົວນ້າສໍານັກງານສົ່ງເສີມການຕະຫຼາດຂອງອົງ
ການທ່ອງທ່ຽວແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າລັດຖະບານລາວໄດ້ອະນຸ
ມັດງົບປະມານໃນມູນຄ່າ 6 ຕື້ກີບສໍານໍາໃຊ້ການໂຄສະນາປະຊາສໍາພັນປີການທ່ອງ
ທ່ຽວລາວ 2012 ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນປະເທດ ແລະຕ່າງປະ
ເທດຊຶ່ງຖືວ່າເປັນງົບປະມານ ທີ່ໄດ້ຮັບຕໍ່າກວ່າຄວາມຕ້ອງການຕົວຈິງກໍຄືບໍ່ໜ້ອຍ
ກວ່າ 10 ຕື້ກີບ.

ເຄື່ອງໝາຍປີທ່ອງທ່ຽວລາວ 2012

ແຕ່ຢ່າງໃດກໍຕາມ ກະຊວງ
ຖະແຫຼງຂ່າວ ວັດທະນະທໍາ
ແລະທ່ອງທ່ຽວຂອງລາວ ກໍ
ໄດ້ຕັ້ງເປົ້າໝາຍທີ່ຈະດຶງດູດ
ເອົານັກທ່ອງທ່ຽວຕ່າງປະ
ເທດເພື່ອໃຫ້ພາກັນເດີນທາງ
ເຂົ້າມາທ່ອງທ່ຽວໃນລາວໃຫ້
ໄດ້ບໍ່ໜ້ອຍກວ່າ 2.6 ລ້ານ
ຄົນໃນຕະຫຼອດປີ 2012 ນີ້
ໂດຍໄດ້ມີການດໍາເນີນງານເພື່ອກຽມຄວາມພ້ອມທັງໃນດ້ານໂຮງແຮມ, ຮ້ານອາຫານ,
ສະຖານທີ່ທ່ອງທ່ຽວ ແລະການບໍລິການຕ່າງໆສໍາລັບຮອງຮັບ ປີທ່ອງທ່ຽວລາວໃຫ້ໄດ້
ຢ່າງມີປະສິດທິພາບ ແລະໃຫ້ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວຕ່າງປະເທດອີກດ້ວຍ.

ໃນປະຈຸບັນ ນີ້ທົ່ວປະເທດລາວມີໂຮງແຮມ 357 ແຫ່ງ, ບ້ານພັກ 1,127 ແຫ່ງ, ຮ້ານ
ອາຫານ 1,246 ແຫ່ງ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ ແລະວັດທະນະທໍາ
1,493 ແຫ່ງ ຫາກແຕ່ວ່າໃນຈໍານວນນີ້ມີພຽງ 465 ແຫ່ງເທົ່ານັ້ນ ທີ່ໄດ້ຮັບການພັດ ທະນາໃຫ້ສາມາດຮອງຮັບນັກທ່ອງທ່ຽວໄດ້ແລ້ວ ສ່ວນໂຮງແຮມ, ບ້ານພັກໃນທົ່ວປະ ເທດນັ້ນກໍສາມາດຮອງຮັບນັກທ່ອງທ່ຽວໄດ້ທັງໝົດເກືອບ 40,000 ຄົນຕໍ່ຄືນ.

ນອກຈາກນັ້ນ ຖ້າຫາກວ່າໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງຈີນກັບ
ລາວແລ້ວ ສໍາເລັດຕາມແຜນການທີ່ວາງໄວ້ພາຍໃນປິ 2015 ກໍຍັງຈະສົ່ງຜົນດີຕໍ່ການ
ພັດທະນາການທ່ອງທ່ຽວໃນລາວອີກດ້ວຍ.