ລມຕ ຕ່າງປະເທດ ກໍາປູເຈຍ ພົບປະ ທ່ານນາງ ຄລິນຕັນ (ວີດີໂອ)

ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ (ຂວາ) ພົບປະກັບ ທ່ານ Hor Namhong ລັດຖະມົນຕີຕ່າງປະເທດກໍາປູເຈຍ (12 ມິຖຸນາ 2012)

ລັດຖະມົນຕີ​ການ​ຕ່າງປະ​ທດກໍາຢູ​ເຈຍ ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ທີ່​ນະຄອນຫຼວງວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ທ່າມກາງ​ທີ່ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂື້ນ​ ກ່ຽວ​ກັບປະຫວັດ​ການ​ເຄົາລົບ​ນັບຖືສິດທິ​ຂອງ​ກໍາປູ​ເຈຍ ​ແລະຄວາມ​ບໍ່​ພໍ​ໃຈໃນ​ການລະ​ເມີດ​ລະ ບຽບ​ການເລືອກ​ຕັ້ງ ​ຢູ່ໃນ​ການ​ປ່ອນ​ບັດ​ອາທິດ​ແລ້ວ​ນີ້.

ທ່ານ​ນາງ Clinton ຈະເດີນ​ທາງ​ໄປກຳປູ​ເຈຍ ​ເພື່ອ​ເຂົ້າຮ່ວມ​ກອງປະ​ຊຸ​ມຄັ້ງສຳຄັນ​ຂອງ​ ASEAN ທີ່​ກຸ​ງພະນົມ​ເປັນ ​ໃນເດືອນ​ໜ້າ​ນີ້ ບ່ອນ​ທີ່ທ່ານ​ນາງກ່າວ​ວ່າ ສະຫະລັດ “ມີ​ຫລາຍ​ເລື້ອງ​ທີ່​ຈະ​ສົນ​ທະນາຫາລື.”

ລັດຖະມົນ​ຕີການ​ຕ່າງປະ​ເທດກຳປູ​ເຈຍ ທ່ານ Hor Namhong ​ໄດ້ກ່າວຫລັງ​ຈາກ​ການ​ພົບ​ປະກັນວ່າ ກໍາ​ປູ​ເຈຍຢາກ​ໃຫ້ສະຫະລັດ​ເ​ຂົ້າ​ໄປ​ລົງທຶນ​ຫຼາຍຂຶ້ນ ຢູ່ໃນກໍາປູ​ເຈຍ.

ລັດຖະມົນຕີ​ຕ່າງປະ​ເທດ​ກຳປູ​ເຈຍກ່າວ​ຕໍ່​ກອງ​ປະຊຸມ ທີ່​ສູນ​ກາງ​ການ​ສຶກສາ​ຍຸດທະ​ສາດ​ແລະ​ນາໆ​ຊາດ​ທີ່​ກຸງ​ວໍ​ຊິງ​ຕັນ​ວ່າ “ກໍາປູ​ເຈຍຫວັງ​ວ່າ ມູນ​ຄ່າ​ການ​ລົງ​ທືນຂອງສະຫະລັດ ​ແລະ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຈະ​ເພີ້​ມຂື້ນ​ໃນໄລຍະ​ຕໍ່ໜ້າ”

ຊາວກໍາປູເຈຍ ທີ່ພາກັນປະທ້ວງ ຢູ່ທາງໜ້າກະຊວງ ການຕ່າງປະເທດສະຫະລັດ, ວັນທີ 13 ມີຖຸນາ 2012.

ພວກ​ປະ​ທ້ວງຊາວ​ອາ​ເມຣິກັນ​ເຊື້ອສາຍກໍາປູ​ເຈຍກຸ່ມ​ນຶ່ງ​ ໄດ້ເຕົ້າ​ໂຮມກັນຢູ່​ນອກ ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດ ​ໃນ​ຂະນະ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ ທັງ​ສອງ​ພົບ​ປະກັນ ທວງ​ໃຫ້​ກຳປູ​ເຈຍ​ປ່ອຍ​ພວກ​ປະ​ທ້ວງ 15 ຄົນ​ອອກຈາກ​ຄຸກ ​ແລະ​ປັບ​ປຸງປະຫວັດ​ການ​ນັບຖືສິດ​ທິມະນຸດ​ໃຫ້​ດີ​ຂື້ນ.

ທ່ານ Ou Kim Huot ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຈາກ​ລັດ Penjnsylvania ກ່າວ​ວ່າ ຄວາມສໍາພັນ​ລະຫວ່າງກໍາປູ​ເຈຍ ​ແລະສະຫະລັດດີ​ຂື້ນ ​ແຕ່ວ່າກໍາປູ​ເຈຍ ຍັງ​ຕ້ອງ​ໄດ້ປັບປຸງ​ປະຫວັດການ​ການ​ນັບຖື​ສິດທິ​ມະນຸດ​ໃຫ້​ດີ​ຂື້ນ. ​ລາວ​ໃຫ້​ຄວາມ ​ເຫັນ​ຕື່ມ​ວ່າ “ພວກ​ເຮົາ​ຢາກ​ເຫັນສະຫະລັດ ມີ​ເພື່ອ​ນມິດທີ່​ດີ ​ແທນ​ທີ່​ຈະ​ຊອກ​ຫາ​ບັນດາເພື່ອ​ນມິດທີ່​ເປັນປະ​ເທດ​ຜະ​ເດັດ​ການ ທີ່ມີ​ແຕ່ເອົາລັດ​ເອົາປຽບສະຫະລັດ.”

http://www.voanews.com/templates/widgetDisplay.html?id=158951465&player=article