ການແຂ່ງຂັນເຕະບານໂລກ ໄດ້ເລີ້ມຂຶ້ນໃນວັນພະຫັດວານນີ້ ໂດຍທີ່ປະເທດ ເຈົ້າພາບ
ຣັດເຊຍໄດ້ຊະນະຊາອຸດີ ອາຣາເບຍ 5 ປະຕູຕໍ່ 0 ໃນການເປີດການແຂ່ງຂັນ.
ໃນວັນສຸກມື້ນີ້ ອີຈິບຈະສູ້ກັບອູຣຸໄກວ ໂມຣົກໂກ ປະເຊີນໜ້າກັບອີຣ່ານ ແລະ ປອກຕຸຍ
ການ ສູກັບ ສະເປນ.
ປະທານາທິບໍດີຣັດເຊຍທ່ານວລາເດີເມຍ ປູຕິນ ໄດ້ເຂົ້າຮ່ວມພິທີເປີດການແຂ່ງຂັນຢູ່
ສະໜາມກິລາລຸສນິກກີ ໃນນະຄອນຫຼວງມົສກູ ທີ່ມີບ່ອນນັ່ງເຖິງ 80,000 ບ່ອນນັ້ນ.
ຣັດເຊຍໃຊ້ເງິນ 13 ພັນລ້ານໂດລາ ໃນການຈັດການແຂ່ງຂັນຢູ່ໃນ 11 ໂຕເມືອງ ທີ່
ເປັນເຈົ້າພາບ.
ການແຂ່ງຂັນເຕະບານໂລກ ຈະດຳເນີນໄປຈົນເຖິງວັນທີ 28 ມິຖຸນາ ແລະຮອບທີມ
ໃດເສຍໄຊຕົກຮອບນັ້ນຈະເລີ້ມໃນວັນທີ 30 ມິຖຸນາ. ລາງວັນແຊມປ້ຽນເຕະ ບານໂລກ
ຈະມອບໃຫ້ໃນວັນທີ 15 ກໍລະກົດ.
ບຣາຊິລ ຝຣັ່ງ ສະເປນ ອາເຈັນຕີນາ ແລະເຢຍຣະມັນຜູ້ປ້ອງກັນແຊມປ້ຽນ ກໍຮວມຢູ່
ໃນທີມ ທີ່ຄາດວ່າຈະຊະນະການແຂ່ງຂັນ 32 ທີມ.
ສອງທີມຊຶ່ງເປັນທີ່ຮູ້ກັນດີວ່າ ໄດ້ຫາຍໜ້າໄປຈາກການແຂ່ງຂັນໃນປີນີ້ ກໍແມ່ນອີຕາລີ
ແລະເນເທີແລນ.
Your browser doesn’t support HTML5
Football Fever Sweeping Russia as Fans Arrive From Around World