ລາຄານ້ຳມັນແລະອາຫານ ທີ່ແພງຂຶ້ນນັບມື້ ສົ່ງຜົນກະທົບ ບໍ່ໜ້ອຍກໍຫຼາຍ ຕໍ່ປະຊາຊົນ ໃນທົ່ວສະຫະລັດ

ລາຄານ້ຳມັນແອັດຊັງທຳມະດາ ແລະພິເສດ ຢູ່ທີ່ປ້ຳແຫ່ງນຶ່ງໃນເມືອງອາແລັກແຊນເດຣຍ ຂອງລັດເວີຈີເນຍ ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ, ວັນທີ 14 ມີນາ 2022.

ໃນຂະນະທີ່ການບຸກໂຈມຕີຢູເຄຣນ ຂອງຣັດເຊຍ ກ້າວເຂົ້າສູ່ອາທິດທີສາມແລ້ວ ປາກົດວ່າ ຣັດເຊຍຍັງສືບຕໍ່ໂຈມຕີຫົວເມືອງຕ່າງໆຂອງຢູເຄຣນ ແລະເຄື່ອນກຳ ລັງເຂົ້າໄປໃກ້ນະຄອນຫຼວງກີຢິບ ຕາມເປົ້າໝາຍປະຕິບັດການຂອງປະທານາທິ ບໍດີຣັດເຊຍ ວລາດີເມຍ ປູຕິນ ເພື່ອກຳຈັດລັດຖະບານຢູເຄຣນ ເຖິງແມ່ນວ່າ ຜູ້ ນຳຂອງບັນດາປະເທດຕາເວັນຕົກໄດ້ພະຍາຍາມເຈລະຈາກັບຜູ້ນຳຂອງຣັດເຊຍ ເພື່ອຫາທາງອອກທາງດ້ານການທູດ ບໍ່ປະສົບຜົນສຳເລັດ.

ສ່ວນສະຫະລັດແລະສະຫະພາບຢູໂຣບ ກໍບໍ່ໄດ້ລົດລະໃນການຕ້ານຢັນຣັດເຊຍໂດຍການວາງມາດຕະການລົງໂທດ ທາງດ້ານເສດຖະກິດຕໍ່ຣັດເຊຍຕື່ມອີກ ເມື່ອມໍ່ໆມານີ້ ຊຶ່ງປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດຫ້າມນ້ຳເຂົ້ານ້ຳມັນຈາກຣັດເຊຍ ແລະຍົກເລີກສະຖານະ ການເປັນປະເທດທີ່ໜ້າເຮັດການຄ້ານຳ.

ລາຄານ້ຳມັນ ໃນວັນທີ 8 ມີນາ 2022 ຢູ່ໃນເມືອງອາແລັກແຊນເດຣຍ ກ່ອນໜ້າທີ່ປະທານາທິບໍດີ ໄບເດັນ ປະກາດມາດຕະການລົງໂທດ ຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ.

ມາດຕະການລົງໂທດຕ່າງໆຂອງສະຫະລັດນັ້ນ ຄາດກັນວ່າ ຈະສົ່ງຜົນເຮັດໃຫ້ລາຄານ້ຳມັນຢູ່ພາຍໃນປະເທດຖີບຕົວສູງຂຶ້ນນັບມື້ ດັ່ງທີ່ໄດ້ເຫັນວ່າ ເມື່ອອາທິດແລ້ວນີ້ ລາຄານ້ຳມັນແອັດຊັງທຳມະດາ ຢູ່ໃນເມືອງອາເລັກແຊນເດຣຍລັດເວີຈີເນຍ ທາງພາກຕາເວັນອອກສຽງເໜືອ ມີລາຄາຢູ່ 4 ໂດລາ 20 ເຊັນຕໍ່ 3.78 ລິດ ສ່ວນຢູ່ທີ່ເມືອງອໍເຣນຈ໌ ຄາວຕີ ລັດຄາລີຟໍເນຍ ທາງພາກຕາເວັນຕົກ ມີລາຄາ 5 ໂດລາ 79 ເຊັນຕໍ່ 3.78 ລິດ ແລະມາເຖິງອາທິດນີ້ ລາຄານໍ້າມັນໃນສອງເຂດດັ່ງກ່າວ ກໍເພີ້ມສູງຂຶ້ນ ໂດຍສະເພາະໃນລັດຄາລີຟໍເນຍ ຍານາງ ບຸນມີ ຖາວອນ ກ່າວວ່າ:

Your browser doesn’t support HTML5

ຍານາງບຸນມີ ຖາວອນ ກ່າວກ່ຽວກັບລາຄານ້ຳມັນຢູ່ໃນເຂດອໍເຣນຈ໌ ຄາວຕີ ລັດຄາລີຟໍເນຍ

ນອກຈາກລາຄານ້ຳມັນຈະສູງຂຶ້ນແລ້ວ ອາຫານການກິນກໍເພີ້ມຂຶ້ນເຊັ່ນກັນ ດັ່ງທີ່ຍານາງບຸນມີ ກ່າວກ່ຽວກັບເລື້ອງນີ້ວ່າ ມັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມລາວ ຜູ້ທີ່ມີອາຍຸສູງ ແລະພວກແມ່ຍິງທີ່ລ້ຽງລູກຕາມລຳພັງ ປະສົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນ. ນ້ຳມັນເຊື້ອໄຟ ເປັນປັດໄຈສຳຄັນສຳລັບພົນລະເມືອງສະຫະລັດທົ່ວປະເທດ ເພາະຄົນສ່ວນໃຫຍ່ຕ້ອງໃຊ້ລົດເດີນທາງໄປວຽກໄປການ ແລະໄປເຮັດທຸລະສ່ວນຕົວເປັນຫຼັກ ສະນັ້ນລາຄານ້ຳມັນຈຶ່ງມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວອາເມຣິກັນ ຫຼາຍທີ່ສຸດຢ່າງຫລີກລ່ຽງບໍ່ໄດ້.