ອະດີດ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງ ປະທານາທິບໍດີສະຫະລັດ ທ່ານດໍ
ໂນລ ທຣໍາ ຄືທ່ານໄມເກີລ ຟລິນ ໄດ້ຮັບສາລະພາບຜິດໃນວັນສຸກວານນີ້ ທີ່ໄດ້ຕົວະເຈົ້າ
ໜ້າທີ່ ອົງການສັນຕິບານກາງສະຫະລັດ ແລະໄດ້ຕົກລົງທີ່ຈະໃຫ້ການຮ່ວມມື ກັບເຈົ້າ
ໜ້າທີ່ສືບສວນ ທີ່ກວດສອບເບິ່ງການກ່າວຫາ ກ່ຽວກັບ ການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງສະຫະລັດໃນປີ 2016 ແລະການສົມຮູ້ຮ່ວມຄິດ ລະຫວ່າງມົສກູ
ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ.
ພາບເຫດການຢູ່ຕໍ່ໜ້າສານສະຫະລັດ ບ່ອນທີ່ອະດີດ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ຂອງລັດຖະບານທ່ານທຣໍາ ຮັບສາລະພາບກະທໍາຄວມຜິດ ຕົວະສັນຕິບານກາງສະຫະລັດ.
ໃນການໄປປາກົດໂຕ ຕໍ່ໜ້າຜູ້ພິພາກສາລັດຖະບານກາງ ຢູ່ໃນສານ ທີ່ເຕັມໄປດ້ວຍ
ຜູ້ຄົນທີ່ໄປຮ່ວມຮັບຟັງນັ້ນ ທ່ານຟລິນ ນາຍພົນເບ້ຍບໍານານ ອາຍຸ 59 ປີ ໄດ້ຍອມຮັບ
ຜິດນຶ່ງກະທົງ ໃນການໃຫ້ການເທັດຕໍ່ອົງການສັນຕິບານກາງ ກ່ຽວກັບການການສົນທະ
ນາສ່ວນໂຕຫຼາຍຄັ້ງ ທີ່ທ່ານໄດ້ໂອ້ລົມ ໃນເດືອນທັນວາປີ 2016 ກັບທ່ານເຊີເກ ກິສລີ
ຢັກ ຊຶ່ງໃນເວລານັ້ນເປັນເອັກອັກຄະລັດຖະທູດຣັດເຊຍ ປະຈຳນະຄອນຫລວງວໍຊິງຕັນ.
Your browser doesn’t support HTML5
Flynn Arrives At District Courthouse
ຂໍ້ກ່າວຫານີ້ ແມ່ນມີໂທດຕິດຄຸກເຖິງຫ້າປີ ແຕ່ວ່າຢູ່ພາຍໃຕ້ກົດລະບຽບການຕັດສິນລົງ
ໂທດຂອງສະຫະລັດ ສະເລ່ຍແລ້ວ ໂທດດັ່ງກ່າວນີ້ ແມ່ນຕິດຄຸກ ຈາກສູນ ຫາຫົກເດືອນ.
Your browser doesn’t support HTML5
Former Trump Advisor Michael Flynn Pleads Guilty to Lying to FBI
ກົດລະບຽບດັ່ງກ່າວ ແມ່ນການໃຫ້ຄຳແນະນຳ ແຕ່ບັນດາໄອຍະການແມ່ນເຫັນພ້ອມທີ່
ຈະຊອກຫາທາງຫລຸດຜ່ອນໂທດຖ້າຫາກທ່ານຟລິນໃຫ້ ‘ການຊ່ວຍເຫຼືອທີ່ສຳຄັນກັບ
ການສືບສວນ ທີ່ກຳລັງນຳພາໂດຍໄອຍະການພິເສດ ທ່ານ ໂຣເບີດ ມັນເລີ. ຍັງບໍ່ທັນມີ
ການປະກາດກ່ຽວກັບວັນຕັດສິນໂທດເທື່ອ.
ພາບບັນທຶກ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຕ້ອນຮັບອະດີດທີ່ປຶກສາ ຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ.
ໃນຖານະທີ່ເປັນສ່ວນນຶ່ງຂອງການຮັບສາລະພາບຜິດຂອງທ່ານນັ້ນ ທ່ານຟລິນຕົກລົງ
ທີ່ຈະ “ໃຫ້ການຮ່ວມມືຢ່າງເຕັມທີ່” ກັບຄະນະສືບສວນຂອງທ່ານມັນເລີ ໃນການຕອບ
ຄຳຖາມຕ່າງໆ ການສະໜອງລາຍລະອຽດເປັນລາຍລັກອັກສອນ ການກວດກາກ່ຽວ
ກັບການຕົວະ ແລະ “ເຂົ້າຮ່ວມກິດຈະການປະຕິບັດງານລັບກັບເຈົ້າໜ້າທີ່ີ່ປະຕິບັດກົດ
ໝາຍ.” ເພື່ອເປັນການຕອບແທນ ຫ້ອງການທ່ານມັນເລີ ໄດ້ຕົກລົງວ່າ ທ່ານຟລິນ “ຈະ
ບໍ່ຖືກດຳເນີນຄະດີຕື່ມອີກໃນດ້ານອາຍາ.”
ຮອງລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ ເຊີເກ ຣີຢັບກອຟ ຊ້າຍ ແລະເອກອັກຄະລັດຖະທູດ ຣັດເຊຍ ເດິນທາງມາເຖິງກະຊວງຕ່າງປະເທດສະຫະລັດ.
ທ່ານຟລິນ ເປັນສະມາຊິກຄົນທີສີ່ ໃນຄະນະໂຄສະນາຫາສຽງ ປີ 2016 ຂອງ ທ່ານທຣໍາ
ທີ່ໄດ້ຖືກກ່າວຫາ ໂດຍຄະນະສືບສວນ ຂອງທ່ານມັນເລີ ແລະເປັນອະດີດ ເຈົ້າໜ້າທີ່ທຳ
ນຽບຂາວຄົນທຳອິດທີ່ຮັບສາລະພາບຜິດໃນການພົວພັນກັບການສືບສວນກ່ຽວກັບເລື່ອງ
ຣັດເຊຍ.
ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານຈາເຣັດ ກູສເໜີ ເຂົ້າຮ່ວມກອງປະຊຸມສອງຝ່າຍ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ ສີ ຈິນຜິງ ທີ່ຫ້ອງປະຊຸມປະຊາຊົນຈີນ.