ໃນຂະນະທີເຮີຣິເຄນ Irma ມຸ່ງໜ້າສູ່ລັດ Florida ຢູ່ນັ້ນ ພວກເຈົ້າໜ້າທີ່ໄດ້ເຕືອນ
ຫລາຍລ້ານຄົນວ່າ ເວລາໝົດລົງແລ້ວໃນການຍົກຍ້າຍຜູ້ຄົນອອກ ຫລັງຈາກພາຍຸ
ໄດ້ເຮັດໃຫ້ ຢ່າງໜ້ອຍ 22 ຄົນ ໄດ້ເສຍຊີວິດ ຢູ່ທີ່ໝູ່ເກາະ ໃນທະເລ Caribbean
ແລະໄດ້ສ້າງຄວາມຫາຍຍະນະຢ່າງໃຫຍ່ຫລວງ.
ລັດ Florida ໄດ້ຮ້ອງຂໍໃຫ້ 5 ລ້ານ 6 ແສນຄົນ ຄືຫລາຍກວ່ານຶ່ງສ່ວນສີ່ຂອງປະຊາ
ຊົນໃນລັດດັ່ງກ່າວ ຍົກຍ້າຍອອກໜີ ກ່ອນທີ່ເຮີຣິເຄນ Irma ຈະໄປເຖິງ ໃນວັນອາ
ທິດມື້ອື່ນນີ້.
ຜູ້ປົກຄອງລັດ Florida ທ່ານ Rick Scott ໄດ້ໃຫ້ຄວາມເຫັນ ກ່ຽວກັບພາຍຸ Irma
ວ່າ “ເປັນພາຍຸທີ່ສ້າງຄວາມຫາຍະນະ ທີ່ລັດດັ່ງກ່າວບໍ່ເຄີຍພົບເຫັນມາກ່ອນ” ໂດຍ
ໃຫ້ຂໍ້ສັງເກດວ່າ ພາຍຸຫົວນີ້ມີຄວາມກວ້າງໃຫຍ່ກວ່າລັດ Florida.
ທ່ານ Scott ໄດ້ເຕືອນວ່າ “ພວກເຮົາໝົດເວລາແລ້ວ. ພາຍຸເກືອບມາຮອດທີ່ນີ້ແລ້ວ.”
ຄົນຜູ້ນຶ່ງກຳລັງຂ້າມຖະໜົນ ຢູ່ເມືອງ South Beach ລັດ Florida ກ່ອນເຮີຣິເຄນ Irma ຈະມາເຖິງ.
ພວກນັກພະຍາກອນອາກາດ ໄດ້ປ່ຽນແປງທິດທາງຂອງລົມພາຍຸທີ່ອາດເປັນໄປໄດ້ ໃນ
ວັນສຸກວານນີີ້ ຊຶ່ງຈະພັດເຂົ້າໄປຖະຫຼົ່ມຝັ່ງຕາເວນຕົກຂອງລັດ Florida ຊຶ່ງອາດໝາຍ
ຄວາມໝາຍວ່າ ເຂດນະຄອນ Miami ທີ່ມີພົນລະເມືອງຫົກລ້ານຄົນນັ້ນ ອາດຈະລອດ
ພົ້ນໃນການຖືກຖະຫລົ່ມໂດຍກົງຈາກລົມພາຍຸ.
ຕົ້ນພ້າວກຳລັງຖືກພາຍຸພັດ ຢູ່ Caibarien ປະເທດ Cuba ວັນທີ 8 ການຍາ, 2017.
ທ່ານ Alp Inal ນັກທຸລະກິດໃນນະຄອນ Miami ອະທິບາຍຕໍ່ວີໂອເອພະແນກ ພາສາ
ເທີກີວ່າ ນະຄອນດັ່ງກ່າວຄືກັນກັບເມືອງຮ້າງໃນຂະນະທີ່ຜູ້ຄົນພາກັນເອົາໃຈໃສ່ຍົກ
ຍ້າຍໜີຈາກເຂດດັ່ງກ່າວ.
Your browser doesn’t support HTML5
Federal Disaster Officials Respond to Catastrophic Hurricane Season
ທ່ານ Inal ກ່າວວ່າ “South Beach ທີ່ຢູ່ເຂດກາງເມືອງທັງໝົດເຫລົ່ານີ້ ໄດ້ຫວ່າງເປົ່າ.
ຜູ້ຄົນພາກັນຫລົບໜີຈາກນະຄອນດັ່ງກ່າວ ໂດຍທາງລົດ ຫລືທາງເຮືອບິນ ຖ້າຫາກເຂົາ
ເຈົ້າ ຊອກຫາປີ້ເຮືອບິນໄດ້ ທີ່ຈະໄປທຸກແຫ່ງ. ທ່ານບໍ່ສາ ມາດຊອກຫາຊື້ນໍ້າມັນຢູ່ຕາມ
ປໍ້າຕ່າງໆ ແລະຫລາຍກວ່າເຄິງນຶ່ງຂອງປໍ້ານໍ້າມັນຢູ່ນະຄອນ Miami ບໍ່ເປີດ.”
ຮູບພາບຖ່າຍຈາກດາວທຽມ ທີ. 8, 2017 ທີ່ເຫັນຮີຣິເຄນ Irma ກຳລັງເຄື່ອນຍ້າຍເຂົ້າສູ່ຄິວບາ.
ທ່ານກ່າວວ່າ ຄອບຄົວຂອງທ່ານບິນໄປນະຄອນ Boston ເພາະວ່າເປັນບ່ອນດຽວທີ່
ເຂົາເຈົ້າສາມາດຊື້ປີ້ເຮືອບິນໄດ້. ທ່ານກ່າວວ່າ “ພວກເຮົາໄດ້ຊອກຫາປີ້ເຮືອບິນໄປ
ນະຄອນ New York, Washington, Atlanta ແລະ Nashville ແຕ່ຊອກຫາບໍ່ມີ.”
ຄວາມເສຍຫາຍຈາກເຮີຣິເຄນ Irma ທີ່ເກາະ Virgin Gorda's Leverick Bay.
ລົມພາຍຸ Irma ໄດ້ເພີ້ມຄວາມແຮງຂຶ້ນຄືນອີກເປັນລະດັບ 5 ໃນຕອນແລງວັນສຸກມື້ຄືນ
ນີ້ ຫລັງຈາກໄດ້ຫລຸດຄວາມແຮງລົງມາກ່ອນໜ້ານີ້ເປັນລະດັບ 4 ແຕ່ກໍຍັງຮ້າຍແຮງຢູ່.
ພວກນັກພະຍາກອນອາກາດກ່າວວ່າ ພາຍຸຫົວນີ້ຖືກຮັບຮູ້ວ່າມີຄວາມແຮງສຸກ ເທົ່າທີ່
ເຄີຍບັນທຶກໄວ້ ໃນມະຫາສະມຸດ Atlantic ແລະອາດສາມາດຮັກສາຄວາມແຮງໃນ
ປັດຈຸບັນ ໃນຂະນະທີ່ພັດເຂົ້າຖະຫຼົ່ມທະວີບສະຫະ ລັດ.
ເຮືອນຫລັງນຶ່ງອ້ອມລ້ອມໄປດ້ວຍ ຊາກເພພັງຈາກເຮີຣິເຄນ Irma ຢູ່ເມືອງ Nagua ເກາະ Dominican Republic..
ພາຍຸຫົວນີ້ ມີການພະຍາກອນວ່າຈະພັດເຂົ້າຖະຫລົ່ມເຂົ້າເຂດ Florida Keys ແລະ
ພາກໃຕ້ລັດ Florida ໃນຕອນເຊົ້າວັນອາທິດມື້ອື່ນນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Florida Governor Rick Scott on Evacuations