ຊາຍໜຸ່ມ ທີ່ມີບັນຫາ ອາຍຸ 19 ປີ ທີ່ຖືກກ່າວຫາ ໃນການຍິງສັງຫານໝູ່ເທື່ອຫລ້າສຸດ
ຢູ່ໃນສະຫະລັດ ໄດ້ຖືກສັ່ງໃຫ້ກັກຂັງ ໂດຍບໍ່ໃຫ້ມີການປະກັນໂຕ ໃນວັນພະຫັດວານ
ນີ້ ລະຫວ່າງການໄປປາກົດໂຕ ເປັນເວລາສັ້ນໆຢູ່ສານ.
ທ້າວນິໂກລັສ ຄຣູສ ທີ່ຖືກກ່າວຫາວ່າ ຕັ້ງໃຈສັງຫານຄົນ ໃນ 17 ກະໂທງນັ້ນ ໄດ້ປາ
ກົດໂຕຢູ່ສານລັດຟລໍຣິດາ ໂດຍທີ່ມືຂອງຂອງລາວໄດ້ຖືກໃສ່ກັບມືຕິດກັບແອວ ແລະ
ນຸ່ງເຄື່ອງນັກໂທດສີນໍ້າໝາກກ້ຽງ. ທະນາຍຄວາມຂອງລາວບໍ່ໄດ້ປະທ້ວງ ຕໍ່ຄວາມ
ຕ້ອງການຂອງໄອຍະການ ທີ່ຢາກໃຫ້ທ້າວຄູຣສຕິດຄຸກໃນຂະນະ ທີ່ລາວລໍຖ້າການ
ດຳເນີນຄະດີຂອງສານ.
Your browser doesn’t support HTML5
Accused Florida School Shooter Ordered Held Without Bond
ຜູ້ພິພາກສາ ກິມ ເທຣີຊາ ໂມລລິກາ ກ່າວຕໍ່ທ້າວຄຣູສວ່າ “ເຈົ້າຖືກກ່າວຫາໃນການ
ກະທຳຜິດຈຳນວນນຶ່ງທີ່ຮ້າຍແຮງ.”
ຜູ້ເຄາະຮ້າຍທັງໝົດ 14 ຄົນເປັນນັກຮຽນ ແລະສາມຄົນເປັນາຍຄູ ໄດ້ຮັບການສັນນະ
ສູດສົບແລ້ວ. ພວກເຄາະຮ້າຍເຫຼົ່ານີ້ ແມ່ນຮວມທັງພວກນັກຮຽນທີ່ມີອາຍຸຕ່ຳເຖິງ 14
ປີ ແລະພວກນາຍຄູທີ່ໄດ້ພະຍາຍາມປ້ອງກັນນັກຮຽນເຂົາເຈົ້າຈາກ ມືປືນ.
Your browser doesn’t support HTML5
Trump on Tackling Mental Health Issues
ການໄປປາກົດໂຕຂອງທ້າວຄຣູສຢູ່ສານ ໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫລັງຈາກປະທາ
ນາທິບໍດີ ດໍໂນລ ທຣໍາ ໄດ້ກ່າວຄຳປາໄສສັ້ນໆຢູ່ທຳນຽບຂາວ ກ່ຽວກັບໂສກນາດຕະ
ກຳ ໂດຍກ່າວວ່າ ທ່ານໄດ້ກ່າວຕໍ່ “ປະເທດຊາດດ້ວຍຄວາມເສົ້າສະຫຼົດໃຈ.”
Your browser doesn’t support HTML5
Miami Reporter on School Shooting Suspect
ປະທານາທິບໍດີທຣໍາກ່າວວ່າ ທ່ານຈະພົບປະໃນບໍ່ຊ້ານີ້ກັບພວກເຈົ້າໜ້າທີ່ຈາກທົ່ວປະ
ເທດ “ເພື່ອປະເຊີນໜ້າກັບບັນຫາທີ່ຍາກລໍາບາກຂອງໂຣກຈິດ" ໃນການປ້ອງກັນການສັງຫານໝູ່ ແລະເຮັດໃຫ້ໂຮງຮຽນ ປອດໄພນັ້ນ ແມ່ນ "ບູລິມາສິດສຳຄັນສຸດຂອງພວກ
ເຮົາ.” ທ່ານບໍ່ໄດ້ກ່າວເຖິງຂໍ້ສະເໜີໃໝ່ ສຳລັບຄວບຄຸມປືນໃດໆ.
ຕຳຫລວດລາດຕະເວນຢູ່ນອກໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.
ຕໍ່ມາໃນວັນດຽວກັນ ຫລາຍຮ້ອຍຄົນໄດ້ພາກັນເຕົ້າໂຮມກັນຢູ່ນອກໂຮງຮຽນມັດທະ
ຍົມມາໂຈຣີ ສະໂຕນແມນ ດັກກລາສ ຢູ່ເມືອງພາກແລນ ລັດຟຣໍຣິດາ ເພື່ອໄວ້ອາ
ໄລ ໃຫ້ແກ່ພວກທີ່ເສຍຊີວິດ. ການໄຕ້ທຽນໄວ້ອາໄລໄດ້ຈັດຂຶ້ນຢູ່ທົ່ວສະຫະລັດຮວມ
ທັງລັດຄາລີຟໍເນຍ ລາສເວກັສ ເທັກຊັສ ແລະເຄັນທັກກີ.
ພວກນັກຮຽນພາກັນລໍຖ້າຢູ່ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.
ເຈົ້າຄອງກຳແພງເມືອງພາກແລນ ທ່ານນາງຄຣິສຕິນ ຮັນສຊອບສກີ ກ່າວຕໍ່ໂທລະພາບ
CNN ວ່າພວກພໍ່ແມ່ “ມີຄວາມຢ້ານກົວ” ກ່ຽວກັບ ການສົ່ງລູກເຕົ້າ ເຂົາເຈົ້າ ກັບຄືນໄປ
ໂຮງຮຽນ.
ທ້າວແມັກສ໌ ຊາກສ໌ ທີສອງຈາກຊ້າຍ 14 ປີ ນັກຮຽນ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ກ່າວຕໍ່ບັນດານັກຂ່າວ.
ຜູ້ຈັດລາຍການໂທລະພາບຕອນກາງຄືນ ທ່ານຈິມມີ ຄິມແມລ ກ່າວວ່າ “ເດັກນ້ອຍຖືກ
ຂ້າຕາຍ ເຮັດຫຍັງຈັກຢ່າງດຸ” ແລະທ່ານໄດ້ກ່າວ ດ້ວຍນໍ້າສຽງທີ່ເຫັນອົກເຫັນໃຈ ຢູ່ໃນ
ລາຍການຂອງທ່ານ ໃນຕອນແລງວັນພະຫັດວານນີ້ ໂດຍ ຮຽກຮ້ອງໃຫ້ທ່ານທຣໍາ ເອົາ
ບາດກ້າວຢຸດ “ການຍິງຜູ້ຄົນທີ່ບໍ່ມີຄວາມປານີນັ້ນ.”
Florida School Shooting