ສູນກາງເຮີຣິເຄນແຫ່ງຊາດກ່າວໃນວັນພະຫັດວານນີ້ເວົ້າວ່າ ລົມພາຍຸເຮີຣິເຄນໄມເກິລກຳ
ລັງເຄື່ອນອອກຈາກແຄມຝັ່ງທະເລຂອງລັດເວີຈີເນຍເຂົ້າສູ່ມະຫາສະໝຸດແອັດແລນຕິກ.
ອີງຕາມພວກນັກພະຍາກອນອາກາດ, ເຖິງຢ່າງໃດກໍຕາມປະຊາຊົນບາງພາກໃນລັດຄາໂຣ
ໄລນາເໜືອ ແລະຕອນໃຕ້ຂອງພາກກາງມະຫາສະໝຸດແອັດແລນຕິກຍັງຮູ້ສຶກວ່າ “ລົມ
ແຮງທີ່ພາໃຫ້ເກີດຄວາມເສຍຫາຍ ແລະນ້ຳຖ້ວມແບບກະທັນຫັນນັ້ນ” ຍັງຫລົງເຫລືອຢູ່.
Your browser doesn’t support HTML5
Florida Assesses Damage After Hurricane Michael
ເຮີຣິເຄນໄມເກິີລ ຍັງຮັກສາຄວາມແຮງແບບຄົງຕົວຢູ່ໃນລະດັບ 85 ກິໂລແມັດຕໍ່ຊົ່ວໂມງ
ແຕ່ໃນບາງຄັ້ງກໍມີຫົວລົມແຮງຢູ່ໃນລະດັບທີ່ສູງກວ່ານັ້ນ.
ໃນຕອນເຊົ້າໆຂອງວັນພະຫັດວານນີ້ວ່າ ເຮີຣິເຄນໄມເກິລຍັງໄດ້ພາໃຫ້ເກີດລົມແຮງ
ແລະຝົນຕົກໜັກຢູ່ໃນຫຼາຍລັດໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ ພາຍຫລັງ
ທີ່ໄດ້ທຳລາຍຫລາຍສ່ວນຂອງເຂດຕາເວັນຕົກສຽງເໜືອສຸດຂອງລັດຟລໍຣິດາ.
ມີລາຍງານວ່າ ຢ່າງໜ້ອຍ 6 ຄົນ ໄດ້ເສຍຊີວິດໄປ ຍ້ອນເຮີຣິເຄນໄມເກິລ ຊຶ່ງເປັນລົມ
ພາຍຸເຮີຣິເຄນ ທີ່ມີພະລັງແຮງທີ່ສຸດ ໃນປະຫວັດສາດຂອງເຂດດັ່ງກ່າວ ແລະກໍເປັນ
ລົມພາຍຸເຮີຣິເຄນ ທີ່ມີຄວາມຮ້າຍແຮງອັນດັບສາມທີ່ໄດ້ປະທະແຜ່ນ ດິນໃຫຍ່ຂອງ
ສະຫະລັດ.
ພວກເຈົ້າໜ້າທີ່ເວົ້າວ່າ ຈຳນວນຄົນເສຍຊີວິດຄາດວ່າຈະເພີ້ມຂຶ້ນ ໃນຂະນະທີ່ພະນັກ
ງານກູ້ໄພພາກັນຟ້າວໄປຊ່ວຍຊຸມຊົນທີ່ຖືກກະທົບໂດຍພາຍຸນີ້ ຢູ່.
ນາງ ແຄລເຊ ຖືກຊ່ວຍເຫລືອໃຫ້ອອກຈາກເຮືອນທີ່ຖືກທຳລາຍໂດຍພາຍຸເຮີຣິເຄນ ໄມເກິງ ໃນລັດຟລໍຣິດາ
ນຶ່ງມື້ພາຍຫລັງທີ່ພາຍຸເຮີຣິເຄນໄມເກິລ ໄດ້ພັດເຂົ້າທຳລາຍເຂດຕາເວັນຕົກສຽງເໜືອ
ສຸດຂອງລັດຟລໍຣິດາ, ທ່ານ ຣິກ ສະກັອດ (Rick Scott), ຜູ້ປົກຄອງລັດຟລໍຣິດາໄດ້
ໃຫ້ສັນຍາວ່າ ລັດຖະບານຂອງທ່ານຈະໃຫ້ການບັນເທົາທຸກຢ່າງແຂງຂັນ.
“ພວກເຮົາຈະຟື້ນຟູຄືນ ແລະຕອບສະໜອງຢ່າງແຂງຂັນ ພາຍໃນບໍ່ເທົ່າໃດມື້ຕໍ່ໜ້ານີ້
ແລະຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ ເພື່ອຊ່ວຍຊຸມຊົນຂອງພວກ
ເຮົາ ທີ່ໄດ້ປະເຊີນກັບຜົນກະທົບ ຂອງພາຍຸທີ່ຫາຍະນະນີ້,” ນັ້ນຄືຄຳເວົ້າຂອງທ່ານ
ສະກັອດ.
ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ຖືກກະທົບໂດຍພາຍຸເຮີຣີເຄນໃຫ້ພາກັນ ຢູ່ໃນ
ເຮືອນ ເພື່ອອຳນວຍໃຫ້ພະນັກງານກູ້ໄພສຸກເສີນສາມາດປະຕິບັດງານຂອງພວກ
ເຂົາເຈົ້າໄດ້.
ຊາກຫັກພັງຢັງຢາຍຢູ່ໃນເຂດແຄມທະເລແມັກຊິໂກ, ລັດຟລໍຣິດາ ພາຍຫລັງທີ່ມີລົມພາຍຸເຮີຣິເຄນໄມເກິລ ທີ່ປະທະເຂດດັ່ງກ່າວອອກໄປແລ້ວໃນວັນທີ 11 ຕຸລາ, 2018
ທ່ານ ວິລລຽມ “ບຣັອກ” ລອງ, ຜູ້ບໍລິຫານອົງການຄຸ້ມຄອງໄພສຸກເສີນຂອງລັດຖະບານກາງ
ຫລື FEMA ກ່າວໃນວັນພະຫັດວານນີ້ ຜ່ານໂທລະພາບ CNN ວ່າ “ການຊອກຄົ້ນຫາຄົນ
ແລະຊ່ວຍກູ້ໄພ ໄດ້ໄປເຖິງບ່ອນທີ່ພວກເຮົາເພັ່ງເລັງ ໃສ່ທີ່ສຸດໃນມື້ເຊົ້ານີ້." ທ່ານລອງຍັງ
ເວົ້າອີກວ່າ ເຂດຫາດຊາຍແຄມທະເລແມັກຊິໂກ, ລັດຟລໍຣິດາ, “ໄດ້ຖືກພັດທຳລາຍແບບ
ຮາບຄາບ" ຈາກລະດັບນ້ຳທະເລທີ່ສູງຂຶ້ນຍ້ອນຄວາມແຮງຂອງລົມດັ່ງກ່າວ ແລະກຳລັງ
ມີການດຳເນີນຄວາມພະຍາຍາມເພື່ອຈະ “ເອົາທີມງານຕ່າງໆ ເຂົ້າໄປໃນພື້ນທີ່ນັ້ນ
ເພື່ອທຳການປະເມີນຄວາມເສຍຫາຍ.”
Hurricane Michael Slams Florida, Charges into Southeast