ໄພນໍ້າຖ້ວມໃນຈີນ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກ່ວາ 100 (ວີດິໂອ)

ລົດຄັນນຶ່ງ ຕິດຄ້າງຢູ່ຂີ້ຕົມ ຫລັງຈາກຝົນຕົກໜັກ ໃນເມືອງ Fushun, ແຂວງ Liaoning, ວັນທີ 17 ສິງຫາ 2013.

ຈີນ​ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ທີ່​ກະທົບ​ຫລາ​ຍໆ​ເຂດ​ຂອງ​ປະ​ເທດ
ໄດ້​ສົ່ງ​ຜົນ​ໃຫ້​ມີ​ຫລາຍ​ກ່ວາ 100 ຄົນ​ເສຍ​ຊີວິດ ​ແລະ​ອີກ 100
ກ່ວາ​ຄົນ ຫາຍ​ສາບ​ສູນ.

ອົງການ​ຂ່າວ ຊິນ​ຫົວ ຂອງ​ລັດ ລາຍ​ງານ​ວ່າ ຝົນ​ທີ່​ຕົກລົງ​ມາ
​ຢ່າງ​ໜັກ ​ເປັນ​ເວລາ​ຫລາຍໆ​ມື້ ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ
​ໄດ້​ເຮັດ​ໃຫ້​ເກີດ ນໍ້າ​ຖ້ວມ​ທີ່ ຊິນ​ຫົວ​ເວົ້າ​ວ່າ ຮ້າຍ​ແຮງ​ທີ່​ສຸດ ​ໃນ​ຮອບ​ຫລາຍ 10 ປີ.

ລາຍ​ງານ​ຂ່າວເວົ້າ​ອີກ​ວ່າ ມີ 72 ຄົນ​ເສຍ​ຊີວິດ ​ໃນ​ພາກ​ຕາ​ເວັນ​
ອອກ ສຽງ​ເໜືອ. ​ໃນຈໍານວນພວກ​ເຄາະ​ຮ້າຍເຫລົ່າ​ນັ້ນ ຫລາຍ​ຄົນ​ແມ່ນເສຍຊີວິດ​ຢູ່​ໃນ​ເມືອງ Fushun ແຂວງຫລຽວໜິງ ບ່ອນ​ທີ່ຊາວ​ເມືອງ​ປະມານ 3 ໝື່ນ​ຄົນ​ຕ້ອງ​ໄດ້​ຍົກຍ້າຍ​ໜີ ຈາກບ້ານ​ເຮືອນ ​ເພື່ອ​ຫລົບ​ໄພ​ນໍ້າ​ຖ້ວມ.

ມີ​ອີກ​ຫລາຍ​ສິບ​ຄົນ​ເສຍ​ຊີວິດ ຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ​ບ່ອນ​ທີ່ຍັງມີຝົນ​ສືບ​ຕໍ່​ຕົກລົງ​ມາ​ຢ່າງ​ໜັກ ນັບ​ຕັ້ງ​ແຕ່​ໄຕ້​ຝຸ່ນ Utor ​ໄດ້​ພັດ​ປະທະ​ໃນ​ອາທິດ​ແລ້ວ​ນີ້.

ຊິນ​ຫົວ​ຫ່າວ​ວ່າ ປະ​ຊາ​ຊົນ 5 ​ແສນ​ຄົນ​ໄດ້​ຖືກ​ຍົກຍ້າຍ ຈາກ​ແຂວງ​ກວາງຕຸ້ງ ບ່ອນໄຕ້​ຝຸ່ນ​ລູກ​ນັ້ນ​ໄດ້​ພັດ​ເຂົ້າ​ຝັ່ງ.

ໄຕ້ຝຸ່ນ Utor ປະທະແຂວງກວາງຕຸ້ງ ອາທິດແລ້ວນີ້:

Your browser doesn’t support HTML5

ASIA TYPHOON VO.mov