ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະພະເຈົ້າຈັກ
ກະພັດ Akihito ນຳພາພິທີລະນຶກເຖິງຄົບຮອບຫ້າປີໃນວັນສຸກ
ມື້ນີ້ ໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດໃນເຫດແຜ່ນດິນໄຫວ
ຂະໜາດແຮງ ແລະສຸນາມິ ເມື່ອປີ 2011 ທີ່ໄດ້ກໍ່ໃຫ້ເກີດ ໄພພິ
ບັດທີ່ຮ້າຍແຮງສຸດໃນດ້ານນິວເຄລຍຂອງໂລກນັ້ນ.
ສຽງລະຄັງໄດ້ດັງຂຶ້ນ ທີ່ນະຄອນຫຼວງໂຕກຽວຍ ແລະປະຊາຊົນ
ໃນທົ່ວປະເທດຍີ່ປຸ່ນໄດ້ພາກັນກົ້ມຫົວລົງແລະສະຫງົບສະຕິອາ
ລົມຊົ່ວຂະນະນຶ່ງໃນເວລາບ່າຍ 2 ໂມງ 46 ນາທີ ຊຶ່ງເປັນເວລາ
ທີ່ແຜ່ນດິນໄຫວ ມີຄວາມແຮງ 9.0 ໄດ້ເກີດຂຶ້ນ ຢູ່ນອກແຄມຝັ່ງ
ທະເລຂອງປະເທດຍີ່ປຸ່ນ. ແຜ່ນດິນໄຫວນີ້ ໄດ້ພາໃຫ້ເກີດຟອງ
ຍັກສູງເຖິງ 17 ແມັດພັດເຂົ້າຖະຫຼົ່ມແຄມຝັ່ງທະເລກ້ຳຕາເວັນອອກຂອງປະເທດແລະເຮັດ
ໃຫ້ເກືອບ 20,000 ຄົນເສຍຊີວິດ.
ພະເຈົ້າຈັກກະພັດ Akihito (ຂວາ) ແລະພະມະເຫສີ Michiko ຊົງໃຫ້ພະຣາຊະໂອວາດ ເນື່ອງໃນວັນຄົບຮອບຫ້າປີ ຂອງເຫດແຜ່ນດິນໄຫວ ແລະສຸນາມິ
ຜູ້ນຳທັງສອງຂອງຍີ່ປຸ່ນ ໄດ້ພາກັນກົ້ມຫົວລົງ ຢູ່ຕໍ່ໜ້າເວທີ ທີ່ເຕັມໄປດ້ວຍດອກໄມ້ ໃນພິທີ
ທີ່ຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ ໂດຍມີແຂກຜູ້ມີກຽດ 1,200 ຄົນເຂົ້າຮ່ວມ ຮວມທັງພວກ
ທີ່ລອດຊີວິດຈາກເຂດປະສົບໄພ.
ນາຍົກລັດຖະມົນຕີ Abe ກ່າວວ່າ ໃນອະດີດຜ່ານມາ ປະເທດຂອງເຮົາ ໄດ້ປະສົບກັບໄພ
ພິບັດທີ່ນັບບໍ່ຖ້ວນມາແລ້ວທີ່ອາດກ່າວໄດ້ວ່າເປັນວິກິດການແຫ່ງຊາດ ແຕ່ພວກເຮົາກໍສາ
ມາດເອົາຊະນະ ໄພພິບັດເຫຼົານີ້ໄດ້ ໃນແຕ່ລະເທື່ອ ຍ້ອນໄດ້ມີການຕົກລົງໃຈແລະຄວາມ
ຫວັງ. ຂ້າພະເຈົ້າຂໍປະຕິຍານອີກເທື່ອນຶ່ງວ່າ ພວກເຮົາຈະປະຕິບັດແບບດຽວກັນກັບສິ່ງທີ່
ບັນພະບຸລຸດຂອງພວກເຮົາເຄີຍເຮັດມາແລ້ວ ແລະສືບຕໍ່ທຳການເຄື່ອນໄຫວເພື່ອກ້າວໄປ
ໜ້າ.
Your browser doesn’t support HTML5
Japan Tsunami Anniversary