ລັດຖະມົນຕີຂອງ 5 ປະເທດໃນລຸ່ມແມ່ນ້ຳຂອງ ຕົກລົງທີ່ຈະຮ່ວມ
ມືເພື່ອພັດທະນາ ການທ່ອງທ່ຽວ ໃຫ້ເປັນເຂດເປົ້າໝາຍດຽວກັນ
ສຳຫລັບຮອງຮັບບັນດານັກທ່ອງທ່ຽວ ໃນອາຊຽນດ້ວຍກັນ ແລະ
ຈາກທົ່ວໂລກ.
Your browser doesn’t support HTML5
ລັດຖະມົນຕີດ້ານການທ່ອງທ່ຽວຂອງ 5 ປະເທດໃນລຸ່ມແມ່ນ້ຳຂອງ ຄືມຽນມາ ລາວ ໄທ
ກຳປູເຈຍ ແລະ ຫວຽດນາມ ໄດ້ຕົກລົງຮ່ວມກັນໃນລະຫວ່າງ ການພົບປະເຈລະຈາກັນ
ຢູ່ທີ່ນະຄອນເນປີຕໍ ຂອງມຽນມາ ເມື່ອບໍ່ນານມານີ້ ວ່າ ຈະເສີມຂະຫຍາຍ ການຮ່ວມມື
ທາງດ້ານການທ່ອງທ່ຽວຢ່າງຮອບດ້ານ ລະຫວ່າງກັນ ໃຫ້ໄດ້ຢ່າງເປັນຮູບປະທຳ ດ້ວຍ
ການພັດທະນາທັງ 5 ປະເທດ ໃຫ້ເປັນເຂດເປົ້າໝາຍດຽວກັນ ສຳຫລັບຮອງຮັບ ບັນດາ ນັກທ່ອງທ່ຽວທັງໃນອາຊຽນດ້ວຍກັນ ແລະ ຈາກພູມິພາກອື່ນໆ ໃນທົ່ວໂລກໃຫ້ໄດ້
ໄວທີ່ສຸດ.
ແຕ່ຢ່າງໃດກໍຕາມ ທ່ານນາງກອບການ ວັດທະນະວະລາງກູນ ລັດຖະມົນຕີວ່າການທ່ອງ
ທ່ຽວ ແລະ ກິລາຂອງໄທ ກໍຍອມຮັບວ່າ ແຜນການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ
ປະເທດໃນລຸ່ມແມ່ນ້ຳຂອງດັ່ງກ່າວນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ.
ທັງນີ້ ໂດຍສະເພາະແມ່ນການນຳໃຊ້ ລະບົບການກວດ ແລະ
ລົງກາ Visa ຄັ້ງດຽວ (Single Visa) ນັ້ນ ຖືເປັນບັນຫາ ທີ່ຍັງ
ບໍ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ ໂດຍມີສາເຫດ ມາຈາກຄວາມ
ບໍ່ພ້ອມ ໃນປະເທດສະມາຊິກສ່ວນໃຫຍ່ ທັງໃນດ້ານບຸກຄະລາ
ກອນ ແລະ ເທັກນິກ ແຕ່ທີ່ນັບວ່າເປັນບັນຫາສຳຄັນທີ່ສຸດ ກໍຄື
ການທີ່ລັດຖະບານ ຂອງປະເທດສະມາຊິກ ເຊັ່ນລາວນັ້ນ ໄດ້
ໃຫ້ຄວາມສຳຄັນ ກັບດ້ານຄວາມໝັ້ນຄົງສູງກວ່າ ໃນດ້ານການ
ທ່ອງທ່ຽວ ດັ່ງທີ່ ທ່ານນາງກອບການ ໄດ້ໃຫ້ການຢືນຢັນວ່າ:
“ການເຊື່ອມໂຍງຂອງການທ່ອງທ່ຽວ ລະຫວ່າງກັນນີ້ ທີ່ຍັງມີບັນຫາຢູ່ ກໍຄືເລື້ອງ
ຂອງ Single Visa ໃນແງ່ຂອງຄວາມຕັ້ງໃຈທຸກປະເທດນີ້ ກໍບອກວ່າ ໜ້າຈະ
ເຮັດໄດ້ ແຕ່ໃນຄວາມເປັນຈິງແລ້ວ ໃນແງ່ຂອງການທຳງານຕົວຈິງ ກໍຍັງຕິດຂັດ
ບັນຫາເລື້ອງກ່ຽວກັບ ເລື້ອງຄວາມໝັ້ນຄົງ ດັ່ງນັ້ນແລ້ວ ຈຸດນີ້ ເປັນຈຸດທີ່ທາງ
ກະຊວງເອງ ກຳລັງຈະເລັ່ງໂອ້ລົມກັນວ່າ ຈະເຮັດຢ່າງໃດໃຫ້ເກີດ Single
Visa ໄດ້ຢ່າງແທ້ຈິງ.”
ທ່ານນາງກອບການ ຢືນຢັນວ່າ ໄທໄດ້ທຳການຮ່າງແຜນການຮ່ວມມື ທາງດ້ານການ
ທ່ອງທ່ຽວກັບ ປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງດ້ວຍກັນ ສຳເລັດສົມບູນແລ້ວ ແລະ
ກໍໄດ້ນຳສະເໜີ ຕໍ່ລັດຖະບານຂອງປະເທດເພື່ອນບ້ານ ໃນໂອກາດການປະຊຸມລະດັບ
ລັດຖະມົນຕີທ່ອງທ່ຽວ ຂອງອາຊຽນທີ່ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນມັງກອນ 2015 ຢູ່ນະຄອນເນປີຕໍຂອງສະຫະພາບມຽນມາດັ່ງກ່າວ.
ໂດຍແຜນການດັ່ງກ່າວນີ້ ໃຫ້ຄວາມສຳຄັນເປັນພິເສດ ໃນການລົນນະລົງ ແລະ ການປະ
ຊາສຳພັນ ເພື່ອການສົ່ງເສີມ ແລະ ຂະຫຍາຍຕະຫຼາດການທ່ອງທ່ຽວ ໃນຕ່າງປະເທດ
ລວມກັບປະເທດເພື່ອນບ້ານ ໃນເຂດລຸ່ມແມ່ນ້ຳຂອງດ້ວຍກັນ ໃຫ້ກວ້າງຂວາງຫຼາຍຂຶ້ນ
ລວມເຖິງການນຳໃຊ້ລະບົບ Single Visa ແລະ ຈັດກິດຈະກຳ ການທ່ອງທ່ຽວຮ່ວມ
ກັນດ້ວຍ.
ທ່ານນາງກອບການ ຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າ ການຮ່ວມມືດັ່ງກ່າວ ຈະ
ເຮັດ ໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ພາກັນເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພາະເຫັນວ່າ ການເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ມີຄວາມຫລາກຫຼາຍທັງທາງດ້ານວັດທະນະທຳ ປະເພນີ ປະຫວັດສາດ ແລະ ທຳມະຊາດ
ທີ່ສວຍງາມອີກດ້ວຍ.
ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວ ລາຍງານວ່າ
ໃນຕະຫຼອດປີ 2014 ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວ ຫຼາຍກວ່າ
3 ລ້ານ 9 ແສນຄົນ ຊຶ່ງກໍເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບຫຼາຍກວ່າ 650 ລ້ານ
ໂດລາ ຫຼືເພີ້ມຂຶ້ນເກີນກວ່າ 10 ເປີເຊັນ ທຽບກັບປີ 2013 ແລະ ຖ້າຫາກວ່າ ສະພາບການ
ຍັງຄົງສາມາດຮັກສາລະດັບການເຕີບໂຕດັ່ງກ່າວນີ້ໄດ້ ຢ່າງຕໍ່ເນື່ອງ ຍັງເຮັດໃຫ້ສາມາດ
ຄາດໝາຍໄດ້ວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາໃນລາວ ເພີ້ມຂຶ້ນເປັນ 10 ລ້ານຄົນ ໃນປີ 2020 ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບເພີ້ມຂຶ້ນເປັນຫຼາຍກວ່າ
1,600 ລ້ານໂດລາອີກດ້ວຍ.
ທັງນີ້ ໂດຍ New York Times ໄດ້ຈັດໃຫ້ລາວເປັນ 1 ໃນ 53 ປະເທດທີ່ໜ້າທ່ອງທ່ຽວ
ທີ່ສຸດຂອງໂລກນັບແຕ່ປີ 2008 ເປັນຕົ້ນມາ ສ່ວນການທ່ອງທ່ຽວທຳມະຊາດ ທີ່ປະຊາຊົນ
ມີສ່ວນຮ່ວມຢູ່ເຂດປ່າສະຫງວນນ້ຳຫ້າ ໃນແຂວງຫລວງນ້ຳທາ ກໍໄດ້ຮັບລາງວັນດີເດັ່ນ
ຈາກອົງການສະຫະປະຊາຊາດເພື່ອການພັດທະນາ ສ່ວນຫຼວງພະບາງ ກໍໄດ້ຫລຽນຄຳ
ໃນຖານະເມືອງທີ່ໜ້າທ່ອງທ່ຽວເປັນອັນດັບທີ 1 ຂອງໂລກ ຈາກວາລະສານ
Wanderlust ຂອງອັງກິດເຖິງ 6 ປີຕໍ່ກັນ ແລະ ສະພາການທ່ອງທ່ຽວ ແລະ ການຄ້າ
ຂອງສະຫະພາບຢູໂຣບນັ້ນ ກໍໄດ້ຍົກຍ້ອງໃຫ້ລາວ ເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດ
ໃນໂລກດ້ວຍເຊັ່ນກັນ.