5 ຄົນຕາຍ ແລະ 12 ຄົນບາດເຈັບ ໃນການໂຈມຕີ ຄ້າຍທະຫານ ໂຊມາເລຍ ໂດຍພວກ al-Shabab

ພວກນັກຮົບ al-Shabab ທີ່ຖືກຝຶກຊ້ອມໃໝ່ຫຼາຍຮ້ອຍຄົນ ສະແດງການຊ້ອມຮົບໃນຂົງເຂດ Lafofe, ພາກໃຕ້ຂອງ ນະຄອນຫຼວງ ໂມກາດິຊູ, ໂຊມາເລຍ.

ມີຢ່າງໜ້ອຍ 5 ຄົນຖືກຂ້າຕາຍ ແລະ 12 ຄົນໄດ້ຮັບບາດເຈັບໃນການຕໍ່ສູ້ກັນຢ່າງໜັກ
ໃນວັນເສົາວານນີ້ ລະຫວ່າງ ທະຫານກອງທັບບົກແຫ່ງຊາດ ຂອງ ໂຊມາເລຍ ກັບ ພວກ
ຫົວຮຸນແຮງ al-Shabab ໃນພາກພື້ນ Bakol ທາງພາກຕາເວັນຕົກສຽງໃຕ້ຂອງ ໂຊມາ
ເລຍ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ກອງທັບບົກລັດຖະບານ ໂຊມາເລຍ ໄດ້ກ່າວຕໍ່ວີໂອເອວ່າ ພວກຫົວຮຸນແຮງໄດ້ເປີດ
ສາກໂຈມຕີໃສ່ຖານທັບຂອງລັດຖະບານໃນບ້ານ el-Lahelay, ຕັ້ງຢູ່ປະມານ 20 ກິໂລ
ແມັດທາງພາກຕາເວັນຕົກຂອງເມືອງ Hudur, ເຊິ່ງເປັນເມືອງຫຼວງຂອງແຂວງຢູ່ໃນ
ພາກພື້ນນັ້ນ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ພວກຫົວຮຸນແຮງໄດ້ໃຊ້ປືນກົນ ແລະ ປືນໝາກປີ ຍິງໂຈມ
ຕີຖານທັບຈາກທິດທາງທີ່ຕ່າງກັນ ໃນກາງວັນຂອງວັນເສົາວານນີ້, ເຮັດໃຫ້ມີການຍິງ
ກັນຢ່າງດຸເດືອດ ກັບກອງທັບ ໂຊມາເລຍ ດົນປະມານໜຶ່ງຊົ່ວໂມງ.

ຜູ້ເຫັນເຫດການໄດ້ກ່າວຕໍ່ນັກຂ່າວວີໂອເອຢູ່ໃນພາກພື້ນ ໂດຍບໍ່ປະສົງອອກຊື່ວ່າ ພວກ
ເຂົາເຈົ້າເຫັນສົບຂອງພວກຕໍ່ສູ້ກັນຈາກສອງຝ່າຍຢ່າງໜ້ອຍ 5 ຄົນ. ບໍ່ມີການລາຍງານ
ວ່າ ມີຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນ.

ໃນເວລາດຽວກັນ, ໄດ້ມີການເຈລະຈາຢຸດຍິງ ລະຫວ່າງ ທະຫານບ້ານຂອງສອງກຸ່ມຊົນ
ເຜົ່າທີ່ເປັນຄູ່ແຂ່ງກັນ ໃນກາງເມືອງ Beledweyne ຂອງ ໂຊມາເລຍ, ຕັ້ງຢູ່ປະມານ
325 ກິໂລແມັດທາງເໜືອຂອງນະຄອນຫຼວງ ໂມກາດິຊູ. ເປັນການເຄື່ອນໄຫວທີ່ມີຈຸດ
ປະສົງເພື່ອສິ້ນສຸດການຕໍ່ສູ້ກັນມາໄດ້ຫຼາຍມື້ ທີ່ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 25 ຄົນ
ຖືກຂ້າຕາຍ.

ກອງທັບບົກແຫ່ງຊາດ ໂຊມາເລຍ ແລະ ກອງກຳລັງທີ່ຈົງຮັກພັກດີຕໍ່ກຸ່ມ Ahlu-Sunna
Wal Jama ເປັນກຸ່ມທະຫານທີ່ບໍ່ແມ່ນທາງການ ຕັ້ງຖິ່ນຖານຢູ່ໃນໃຈກາງປະເທດ ໂຊ
ມາເລຍ, ທີ່ປະກອບມີຊາວມຸສລິມນິກາຍ Sufi ທີ່ຕໍ່ຕ້ານພວກອິສລາມຫົວຮຸນແຮງນັ້ນ,
ໄດ້ຖືກສົ່ງໄປໃນລະຫວ່າງ ການຕໍ່ສູ້ກັນຂອງທະຫານບ້ານຊົນເຜົ່າ ທີ່ເປັນຂອງຊົນເຜົ່າ
Habar Gidir ແລະ ຊົນເຜົ່າ Hawadle ຂອງສາຂາຊົນເຜົ່າ Hawiye. ພວກເຂົາໄດ້ຕໍ່
ສູ້ກັນ ຍາດເອົາ ທົ່ງລ້ຽງສັດ ແລະ ດິນແດນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ