ໄດ້ມີ 4 ຄົນ ແລ້ວຖືກສັງຫານ ໃນອັນທີ່ສື່ມວນຊົນຂອງລັດຖະບານຈີນບັລະຍາຍວ່າ
ເປັນ “ການໂຈມຕີກໍ່ການຮ້າຍ” ທີ່ຫ້ອງການພັກຄອມມຸຍນິສ ໃນຂົງເຂດ Xinjiang
ທາງພາກຕາເວັນຕົກຂອງປະເທດ.
ອິງຕາມອົງການຂ່າວຊິນຫົວທາງການແມ່ນວ່າ ເຈົ້າໜ້າທີ່ທ້ອງຖິ່ນ ເວົ້າວ່າ ພວກຫົວຮຸນແຮງມຸສລິມ ໄດ້ລະເບີດລູກແຕກທີ່ເຮັດເອງ ໃນວັນພຸດວານນີ້ ສັງຫານ ຄົນນຶ່ງແລະເຮັດໃຫ້ບາດເຈັບ 3 ຄົນ. ລາຍງານເວົ້າວ່າ ພວກຕຳຫຼວດໄດ້ຍິງຄົນຮ້າຍທັງສີ່ຄົນຕາຍ
ແລະເອີ້ນການໂຈມຕີດັ່ງກ່າວວ່າ “ເປັນການກໍ່ການຮ້າຍ.”
ຜູ້ຄົນຈຳນວນຫຼາຍຮ້ອຍຄົນ ໄດ້ຖືກສັງຫານໃນຊາຍແດນ ຂົງເຂດ Xinjiang ໃນຮອບ
ຫຼາຍປີຜ່ານມາ ຍ້ອນຄວາມຮຸນແຮງລະຫວ່າງຊາວມຸສລິມ ວີເກີ ກັບຊາວຈີນຊົນເຜົ່າຮັນ
ຊຶ່ງເປັນຊົນກຸ່ມໃຫຽ່ໃນຈີນ.
ຊາຍຊາວວີເກີຜູ້ນຶ່ງ ເບິ່ງລົດທີ່ລຳລຽງທະຫານປະຊາຊົນປະຕິວັດຈີນ ເພື່ອທຳການຕໍ່ຕ້ານການໂຈມຕີພວກກໍ່ການຮ້າຍ ທີ່ເມືອງ Urumqi, Xinjiangມ ປະເທດຈີນ.
ລັດຖະບານໄດ້ຖິ້ມໂທດໃສ່ປະຊາຄົມຊາວມຸສລິມ ວີເກີ ພວກຊຶ່ງຊອກຫາຊ່ອງທາງຢາກ
ເປັນເອກກະລາດຈາກຈີນ. ແຕ່ວ່າ ກຸ່ມສິດທິມະນຸດແລະພວກທີ່ລີ້ໄພໃນຕ່າງປະເທດເວົ້າວ່າ ຄວາມຮຸນແຮງ ເປັນຜົນຈາກລັດຖະບານທີ່ກົດດັນສາສະໜາແລະຮີດຄອງ
ປະເພນີຂອງຊາວວີເກີ ຊຶ່ງທາງການຈີນໄດ້ປະຕິເສດ.
ຂໍ້ມູນຕ່າງໆໃນຂົງເຂດແມ່ນໄດ້ຖືກຄວບຄຸມຢ່າງເຄັ່ງຄັດໂດຍເຈົ້າໜ້າທີ່ທາງການຈີນ ເພາະສະນັ້ນ ອົງການຂ່າວທີ່ເປັນອິດສະລະ ທີ່ ເກັບກຳເອົາມາໄດ້ຈຶ່ງຍິ່ງມີໜ້ອຍລົງ
ນັບມື້ ໃນຮອບ 2-3 ປີຜ່ານມາ.
ໃນບາງກໍລະນີທີ່ເກີດຂຶ້ນໃນຂົງເຂດ ແມ່ນບໍ່ໄດ້ລາຍງານໂດຍ ອົງການຂ່າວຂອງລັດ
ຈົນກວ່າມັນໄດ້ເກີດຂຶ້ນແທ້ໆແລ້ວ. ການໂຈມຕີ ໃນບໍ່ຖ່ານຫີນ ທີ່ໄດ້ສັງຫານ 16 ຄົນ
ໃນເດືອນ ກັນຍາ ປີ 2015 ນັ້ນ ແມ່ນບໍ່ໄດ້ລາຍງານໂດຍລັດຖະບານ ຈົນກວ່າສອງ
ເດືອນຕໍ່ມາ ຕອນທີ່ໄດ້ປະກາດໄປວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ສັງຫານ
ພວກກໍ່ການຮ້າຍ 28 ຄົນ ທີ່ພົວພັນໃນການໂຈມຕີທີ່ວ່ານີ້.