ສະມາຊິກສະພາ ອອສເຕຣເລຍ 5 ທ່ານ ລາອອກ ຍ້ອນຖືສອງສັນຊາດ

ທ່ານນາງ ເຣີເບັກກາ ຊາຣກີ ສະມາຊິກສະພາທີ່ບໍ່ສັງກັດພັກ (ຄົນທີສອງຈາກຊ້າຍ), ປະກາດລາອອກຈາກຕຳແໜ່ງ ຕໍ່ບັນດານັກຂ່າວ ຢູ່ ດ້ານນອກຂອງສະພາຕ່ຳ ໃນນະຄອນຫຼວງແຄນເບີຣາ ຂອງອອສເຕຣເລຍ, ວັນພຸດ ທີ 9 ພຶດສະພາ 2018.

ສະມາຊິກສະພາ ຂອງອອສເຕຣເລຍ 5 ທ່ານ ແມ່ນພວກຫຼ້າສຸດ ທີ່ໄດ້ຖືກບັງຄັບໃຫ້ອອກ
ຈາກຕຳແໜ່ງ ຍ້ອນຂໍ້ກຳນົດໃນລັດຖະທຳມະນູນທີ່ມີອາຍຸ 117 ປີ ຂອງອອສເຕຣເລຍ
ທີ່ຫ້າມພົນລະເມືອງຜູ້ຖືສອງສັນຊາດ ບໍ່ໃຫ້ເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ.

ສານສູງ ໄດ້ຕັດສິນ ໃນວັນພຸດມື້ນີ້ ວ່າ ສະມາຊິກສະພາສູງຈາກພັກແຮງງານ ທ່ານນາງ
ເຄຕີ ກາລາເຫີ ບໍ່ມີສິດຍ້ອນວ່າ ທ່ານນາງບໍ່ໄດ້ປະ ຫຼື ຍົກເລີກການຖືສັນຊາດອັງກິດ
ກ່ອນການເລືອກຕັ້ງປີ 2016. ການຕັດສິນນີ້ ໄດ້ພາໃຫ້ສະມາຊິກ ໃນສະພາຕ່ຳ ອີກ 4
ທ່ານ ລວມທັງສະມາຊິກຂອງພັກແຮງງານ 3 ທ່ານ ແລະ ສະມາຊິກທີ່ບໍ່ສັງກັດພັກ ອີກ
ຄົນນຶ່ງ ຕ້ອງໄດ້ລາອອກຈາກຕຳແໜ່ງ ຍ້ອນກໍລະນີທີ່ຄ້າຍຄືກັນນີ້.

ການລາອອກຈາກຕຳແໜ່ງ ໄດ້ພາໃຫ້ມີການເລືອກຕັ້ງພິເສດ ທີ່ອາດຈະຊ່ອຍໃຫ້ ພັກ
ລັດຖະບານປະສົມ Liberal-National ທີ່ອານຸລັກນິຍົມ ຂອງນາຍົກ ລັດຖະມົນຕີ
ມາລຄົມ ເທີນບູລ ມີບ່ອນນັ່ງເພີ່ມຂຶ້ນນຶ່ງບ່ອນ ໃນການກຳສຽງສ່ວນຫຼາຍ ຢູ່ໃນສະພາ
ຕ່ຳ. ບ່ອນນັ່ງ ຂອງສະມາຊິກສະພາສູງ ກາລາເເຫີ ຈະຖືກທົດແທນ ຢ່າງອັດຕະໂນມັດ
ໂດຍຜູ້ສະໝັກຈາກພັກແຮງງານ.

ມີສະມາຊິກສະພາຂອງອອສເຕຣເລຍຫຼາຍໆທ່ານ ໄດ້ຖືກບັງຄັບໃຫ້ລາອອກຈາກ
ຕຳແໜ່ງ ນັບແຕ່ສານສູງສຸດໄດ້ຕັດສິນເຫັນພ້ອມກັບຂໍ້ຫ້າມ ໃນລັດຖະທຳມະນູນ
ກ່ຽວກັບ ການຖືສອງສັນຊາດ ໂດຍສະມາຊິກສະພາ ໃນການຕັດສິນ ເມື່ອເດືອນຕຸລາ
ປີກາຍນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ