ຜູ້ຊາຍອິນເດຍ 5 ຄົນ ຖືກຈັບ ໃນຂໍ້ຫາ ຂົ່ມຂືນຊຳເລົາ ນັກທ່ອງທ່ຽວຍີ່ປຸ່ນ

Your browser doesn’t support HTML5

ອິນເດຍຈັບ ພວກຂົ່ມຂືນຊຳເລົາ 5 ຄົນ

ຕຳຫຼວດ​ອິນ​ເດຍ ​ໄດ້​ຈັບ​ກຸມ​ຜູ້​ຊາຍ 5 ຄົນ​ ໃນ​ຖານ​ມີ​ສ່ວນພົວ
ພັນ ກັບ​ການລັກພາ​ໂຕ​ແລະ​ຂົ່ມຂືນ​ຊຳ​ເລົາ​ ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ
​ຄົນ​ນຶ່ງ ຕາມ​ທີ່​ມີ​ການກ່າວ​ຫາ.

ຍິງ​ສາວ​ຍີ່​ປຸ່ນ ທີ່ໄປ​ທ່ຽວ​ແລະ​ພັກ​ຢູ່ໃນ​ເມືອງ ກາລກັຕຕາ ກ່າວ​
ວ່າ ນາງ​ຖືກ​ພວກ​ຜູ້​ຊາຍ 3 ຄົນ ຫຼອກວ່າ ຈະພາ​ທ່ຽວ​ເບິ່ງອ້ອມ
ປະ​ເທດ. ພວກ​ຜູ້​ຊາຍ 3 ຄົນ​ນັ້ນ ​ໄດ້​ພາ​ນາງ​ໄປ​ທ່ຽວໃນ​ພາກ​ຕາ​
ເວັນ​ອອກ​ຂອງອິນ​ເດຍ ​ແລະ​ຫຼັງ​ຈາກ​ນັ້ນ ພາ​ນາງ​ເດີນທາງ​ໄປ​ຍັງ​
ເມືອງ ​ໂພ​ກະຍາ ຊຶ່ງມີວັດ​ວາ​ສາສະໜາ​ພຸດ​ທີ່​ສັກສິດ​ທີ່​ສຸດ​ແຫ່ງ​
ໜຶ່ງຂອງ​ອິນເດຍ​ ໃນ​ແຄວ້ນ Bihar.

ນາງ​ກ່າວ​ຫາ​ວ່າ ຢູ່​ທີ່​ນັ້ນ ມີ​ພວກ​ຜູ້​ຊາຍ​ຕື່ມ​ອີກ 2 ຄົນ​ມາ​ຮ່ວມ​ກັບ​ພວກ​ເຂົາ​ເຈົ້າ​ອີກ ​ແລະ​ຈັບ​ກຸມ​ນາງ​ໄວ້ ​ແລ້ວ​ພາກັນຂົ່ມຂືນ​ນາງຊຳ​ແລ້ວ​ຊ້ຳ​ອີກ.

ທ່ານ Pallab Kanti Ghosh ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂັ້ນ​ອາວຸ​ໂສ ກ່າວ​ວ່າ “ພວກ​ເຮົາ​ໄດ້
ຮັບຄຳ​ຮ້ອງທຸກ​ຈາກ​ນັກ​ທ່ອງ​ທ່ຽວ​ຍິງ​ຍີ່ປຸ່ນ ທີ​ຖືກ​ພາ​ໍ ​ໄປ​ທ່ຽວ​ທີ່​ເມືອງ Digha ​ໃນ​ເຂດ​ອ່າວ Bengal ໃນ​ພາກ​ຕາ​ເວັນຕົກ. ນາງ​ໄດ້​ຖືກ​ຂົ່ມຂືນ​ຢູ່​ທີ່​ນັ້ນ ​ແລ້ວ​ຖືກ​ພາ​ໂຕ​ໄປ​ຍັງ​ເມືອງ ໂພ​ກະຍາ ​ໃນ​ແຄວ້ນ Bihar ​ແລ້ວ​ຖືກ​ຂົ່ມຂືນ​ຊຳ​ເລົາ​ ​ແລະ​ຕົກ​ເປັນ​ເຫຍື່ອ​ຂອງ​ພວກ​ແກ໊ງດັ່ງກ່່າວ. ​ແກ໊ງພວກ​ນີ້​ໄດ້​ຖືກ​ທັບ​ມ້າງ​ແລ້ວ. ມາ​ຮອດ​ປັດຈຸ ບັນ​ນີ້ 5 ຄົນ​ໄດ້​
ຖືກ​ຈັບ​ກຸມ. ພວກ​ເຮົາ​ກຳລັງ​ຊອກ​ຫາ​ພວກ​ສົມຮູ້​ຮ່ວມ​ຄິດ​ອື່ນໆ ​ຕື່ມ​ອີກ.”

ຕຳຫຼວດ​ກ່າວ​ວ່າ ​ແມ່ຍິງ​ຍີ່ປຸ່ນ​ຄົນ​ນີ້​ໄດ້​ເອົາ​ໂຕ​ຫລົບໜີ​ຈາກ​ພວກ​ຈັບ​ກຸມນາງ​ໄວ້​ໃນ​ເດືອນ​
ແລ້ວ​ນີ້ ​ແລະ​ເດີນທາງ​ໄປ​ຮອດ​ເມືອງ ກາລກັຕຕາ ບ່ອນທີ່​ນາງ​ໄດ້​ໄປ​ຮ້ອງທຸກ​ດັ່ງກ່າວ ກັບ​ກົງ​ສູນ​ຍີ່ປຸ່ນ.

ຄວາມ​ຮຸນ​ແຮງ​ທາງ​ເພດ​ຕໍ່​ພວກ​ແມ່ຍິງ​ໃນ​ອິນ​ເດຍ ​ໄດ້​ປາກົດ​ອອກ​ມາ​ເປັນຈຸດ​ສົນ​ໃຈ​ຂອງ​ນາໆ​ຊາດ ຫຼັງ​ຈາກການ​ຂົ່ມຂືນ​ຊຳ​ເລົາ​ຍິງ​ສາວ ໄວ 23 ປີ ຄົນ​ນຶ່ງ​ ​ໂດ​ຍຜູ້​ຊາ​ຍຫລາຍໆ​ຄົນ​ພ້ອມ​ກັນ ​ຢູ່​ໃນ​ລົດ​ບັສຄັນ​ນຶ່ງ​ທີ່​ກຳລັງ​ແລ່ນ​ໄປໃນ​ປີ 2012 ຊຶ່ງ​ເປັນ​ການ​ໂຈມ​ຕີ​ທີ່​ໂຫດ​ຫ້ຽມ ​ແລະໄດ້​ພາ​ໃຫ້​ແມ່ຍິງ​ຄົນນັ້ນ​ເສຍ​ຊີວິດ ຍ້ອນ​ບາດ​ແຜ​ສາຫັດທີ່​ນາງ​ໄດ້​ຮັບ​.

ນັບ​ແຕ່​ນັ້ນ​ມາ ກົດໝາຍ​ໄດ້​ເຂັ້ມ​ງວດ​ຂຶ້ນ ​ແຕ່​ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ທ່າ​ທີ​ຂອງ​ສັງ
ຄົມ​
ຕໍ່​ພວກ​ແມ່ຍິງ​ຈະຕ້ອງ​ປ່ຽນ​ແປງ​ໄປ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ຕໍ່ສູ້​ກັບ​ການກະທຳຄວາມ​ຮຸນ​ແຮງ
ທາງ​ເພດ​ຕໍ່​ແມ່ຍິງນັ້ນ.