ພາຍຸລະດູໜາວ ຫົວທຳອິດ ຂອງປີ 2022 ໄດ້ນຳເອົາຫິມະ ຕົກລົງມາຢ່າງຫຼວງຫຼາຍ ສ້າງຄວາມຍາກລຳບາກໃຫ້ຫຼາຍລັດ

ພາຍຸລະດູໜາວ ຫົວທຳອິດຂອງປີ 2022 ນຳເອົາຫິມະຕົກລົງມາຢ່າງຫຼວງຫຼາຍ ຢູ່ໃນລັດເວີຈີເນຍ ເຮັດໃຫ້ງ່າໄມ້ຫັກລົງ ແລະໄຟຟ້າດັບໃນຫຼາຍເຂດ. ວັນຈັນທີ 3 ມັງກອນ 2022.

ພາຍຸຫິມະຫົວທຳອິດ ຂອງປີ 2022 ໄດ້ເຄື່ອນຕົວເຂົ້າມາທາງພາກ​ຕາ​ເວັນ​ຕົກ​ສຽງໃຕ້ ຜ່ານຫຼາຍໆລັດ ຮວມ​ທັງອາລາບາມາ ໂດຍໄດ້ນຳເອົາຫິມະຕົກລົງມາຈຳນວນຫຼາຍຊັງຕີແມັດແລະເຮັດໃຫ້ໄຟຟ້າດັບຢູ່ໃນເຂດເມືອງແມດີສັນຂອງລັດ ດັ່ງກ່າວ ຕັ້ງແຕ່ຕອນເຊົ້າມືດຂອງວັນຈັນວານນີ້ ແລ້ວພາຍຸຫິມະຫົວນີ້ໄດ້ເຄື່ອນ ຕົວຂຶ້ນໄປທາງທິດຕາເວັນອອກສຽງເໜືອຜ່ານຫຼາຍລັດ ແຕ່ສາມເຂດທີ່ໄດ້ຮັບຫິມະຫຼາຍທີ່ສຸດ ໂດຍມີຫິມະຕົກລົງມາຢ່າງຕໍ່ເນື່ອງ ຕັ້ງແຕ່ຕອນເຊົ້າມືດມື້ດຽວກັນ ຈົນຮອດບ່າຍໂມງນຶ່ງ ເຮັດໃຫ້ມີຫິມະສູງເຖິງ 8 ຊັງຕີແມັດ ຢູ່ໃນລັດເວີຈີເນຍ ນະຄອນຫຼວງວໍຊິງຕັນ ແລະລັດແມຣີແລນ. ອີງຕາມລາຍງານຂ່າວຈາກໂທລະພາບຂອງທ້ອງຖິ່ນ ກ່າວວ່າ ລັດຖະບານກາງໄດ້ປິດການ​ເຮັດ​ວຽກ ຖະໜົນຫຼາຍສາຍໃນນະຄອນຫຼວງວໍໍຊິງຕັນ ກໍໄດ້ຖືກປິດ ແລະຫຼາຍເຂດໃນລັດ ເວີຈີເນຍ ໄຟຟ້າກໍດັບເຊັ່ນກັນ ຍ້ອນຫິມະທີ່ຄ້າງຢູ່ຕາມງ່າໄມ້ເຮັດໃຫ້ມັນຫັກລົງທັບສາຍໄຟ ແລະຖະໜົນຫົນທາງຫຼາຍສາຍຕິດຄັດ ຍ້ອນເກີດອຸປະຕິເຫດລົດຕຳກັນ ລົດມື່ນແລ່ນລົງຂອບທາງ ຫຼືບໍ່ ກໍມີລົດຕິດຢູ່ກາງທາງ ແລະຕາມແຄມທາງຍ້ອນຫິມະ ນອກຈາກນັ້ນແລ້ວ ເຮືອບິນຫຼາຍໆ​ຮ້ອຍຖ້ຽວ ກໍຍັງໄດ້ຖືກຍົກ ເລີກເຊັ່ນກັນ.

ແມ່ຄົວສອງຄົນທີ່ໄປເຮັດວຽກຢູ່ນະຄອນຫຼວງວໍຊິງຕັນ ຕັ້ງແຕ່ຕອນເຊົ້າໆ ເຫັນວ່າ ຫິມະຕົກລົງມາຢ່າງບໍ່ຂາດສາຍຕະຫຼອດໄລຍະຫຼາຍຊົ່ວໂມງ ຜູ້ນຶ່ງຈຶ່ງວິຕົກກັງວົນວ່າ ຈະກັບຄືນບ້ານບໍ່ໄດ້ ຈຶ່ງໄດ້ໃຫ້ຜູ້ຈັດການໂທເອົາລົດແທັກ​ຊີ ທີ່ເອີ້ນວ່າ Uber ມາຮັບໄປສົ່ງບ້ານ ຢູ່ລັດແມຣີແລນ ກ່າວໃຫ້ຟັງວ່າ: “ຂ້ອຍໄປເຮັດວຽກຕັ້ງແຕ່ເຊົ້າ ເວລານັ້ນຫິມະກຳລັງຕົກລົງມາ ເມື່ອມັນຕົກລົງມາຫຼາຍຂ້ອຍເລີຍເປັນຫ່ວງລູກຂ້ອຍສອງຄົນຢູ່ກັບລຸງຂອງຂ້ອຍ ຂ້ອຍເລີຍໃຫ້ຜູ້ຈັດການເອີ້ນເອົາລົດ Uber ໄປສົ່ງຂ້ອຍເມື່ອບ້ານ.”

ສ່ວນແມ່ຄົວອີກຄົນນຶ່ງກໍໄດ້ໃຫ້ຜູ້ຈັດການໂທເອົາລົດ Uber ໃຫ້ໄປສົ່ງຢູ່ລັດເວີຈີເນຍເຊັ່ນກັນ ຊຶ່ງຜູ້ກ່ຽວກ່າວວ່າ ຄ່າບໍລິການນຳສົ່ງແພງຫຼາຍ ເກືອບຮອດ $150 ໂດລາກະມີ ສຳລັບລົດກະບະ ແຕ່ລົດສີ່ປະຕູ ລາຄາຫລຸດລົງຕັ້ງເຄິ່ງນຶ່ງ.