ສປປ ລາວ ໄດ້ຮັບຢາວັກຊີນ ກັນໂຄວິດ-19 ງວດທຳອິດ ໂດຍຜ່ານການຮ່ວມມືໂຄແວັກ (COVAX) ພາຍໃຕ້ການເປັນພາຄີຂອງອົງ CEPI ອົງການ Gavi ກຸ່ມພັນທະມິດຢາວັກຊີນ ອົງການຢູນີແຊັຟ ແລະອົງການອະນາໄມໂລກ.
ງວດທຳອິດຂອງຢາວັກຊີນກັນໂຄວິດ-19 ແມ່ນປະກອບດ້ວຍຢາອາສຕຣາເຊເນກາ 130,000 ໂດສ ທີ່ຜະລິດໂດຍສະຖາບັນຊີຣຳແຫ່ງອິນເດຍ ແລະຖືກສົ່ງໂດຍທາງເຮືອບິນ ມາເຖິງສະໜາມບິນສາກົນວັດໄຕຈາກປະເທດອິນເດຍ ໃນຕອນເຊົ້າມື້ນີ້. ຢາວັກຊີນອາສຕຣາເຊເນກາງວດນີ້ ຊຶ່ງເປັນງວດທຳອິດຂອງຈຳນວນທັງໝົດ 1,480,000 ໂດສ ທີ່ມີການວາງແຜນຈະສົ່ງມາໃຫ້ ສປປ ລາວ ໂດຍຜ່ານການຮ່ວມມືໂຄແວັກໃນປີນີ້.
ีເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ແລະຄະນະ ຖ່າຍຮູບກັບຢາວັກຊີນ ທີ່ສົ່ງໄປຮອດວຽງນຈັນ ໃນວັນເສົາ ທີ 20 ມີນາ 2021
ດຣ. ບຸນກອງ ສີຫາວົງ ລັດຖະມົນຕີສາທາລະນະສຸກຂອງລາວ ກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນເປັນທີ່ສຸດຕໍ່ໂຄງການໂຄແວັກແລະພາຄີຂອງພວກເຮົາ, ອົງການກາວີ, ຢູນີແຊັຟ ແລະອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜຸນຢ່າງໃຫຍ່ຫຼວງແລະມີຄຸນຄ່າ ໃນການຈັດສົ່ງຢາວັກຊີນ ກັນໂຄວິດ-19 ມາໃຫ້. ໂດຍການມາເຖິງຂອງຢາວັກຊີນດັ່ງກ່າວ ສປປ ລາວແມ່ນໄດ້ເອົາອີກບາດກ້າວນຶ່ງ ໃນການຕໍ່ສູ້ຕ້ານໂຣກລະບາດໂຄວິດ-19.”
ອີງຕາມແຜນການແຈກຢາຍແລະສັກຢາວັກຊີນແຫ່ງຊາດຂອງລາວແລ້ວ ຢາວັກຊີນອາສຕຣາເຊເນກາງວດທຳອິດນີ້ ຈະນຳໃຊ້ສຳລັບພວກເຈົ້າໜ້າທີ່ແຖວໜ້າໃນການຮັບມືກັບໂຄວິດ-19 ແລະພວກທີ່ມີຄວາມສ່ຽງສູງ.
ສຳລັບປະເທດຢູ່ໃນຄະນະສະພາອຳນວຍການຂອງອົງການກາວີ ທີ່ມີຜູ້ຕາງໜ້າຢູ່ລາວແມ່ນຮວມທັງອອສເຕຣເລຍ ການາດາ ກຳມາທິການຢູໂຣບ ຝຣັ່ງ ເຢຍຣະມັນ ເກົາຫຼີ ລຸກຊຳເບີກ ສະວິດເຊີນແລນ ສະຫະຣາຊະອານາຈັກ ແລະສະຫະລັດ.
ສະຫະລັດແມ່ນຜູ້ໃຫ້ທຶນລາຍໃຫຍ່ປະເທດນຶ່ງ ໃນການຮ່ວມມືໂຄແວັກ ຄືໄດ້ໃຫ້ທຶນໄປແລ້ວ 2 ຕື້ໂດລາ ຈາກຈຳນວນທັງໝົດ 4 ຕື້ໂດລາ.