ວີໂອເອລາວ ລົມກັບເຈົ້າຂອງຮ້ານອາຫານ ແຊບລາວໄທກຸຍຊີນ ຢູ່ເມືອງນິວແຄສເຊີລ ລັດເດລາແວ

ທ່ານແຈຣີ ຄຳຫລ້າ ແລະຍານາງລີຊາ ຈັນພອນ ຄຸດສະຫວັນ ເຈົ້າຂອງຮ້ານອາຫານ ແຊບລາວໄທກຸຍຊີນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະພາທ່ານ ໄປຮູ້ຈັກ ກັບທ່ານ ແຈຣີ ຄຳຫຼ້າ ຄຸດສະຫວັນ ນັກທຸລະ
ກິດ ຮ້ານອາຫານ ແຊບລາວໄທກຸຍຊີນ (Saap Lao Thai Cuisine) ຊຶ່ງເປັນຮ້ານອາ
ຫານຂອງຄົນລາວອາເມຣິກັນ ແຫ່ງທຳອິດ ທີ່ເມືອງ ນິວ ແຄສເຊີລ (New Cattle) ລັດ
ເດລາແວ (Delaware) ຕັ້ງຢູ່ ທາງພາກຕາເວັນອອກຂອງສະຫະລັດ. ເປັນຫຍັງທ່ານ
ແຈຣີ ແລະພັນລະຍາ ຍານາງຈັນພອນ ຈຶ່ງໄດ້ຕັດສິນໃຈມາເຮັດທຸລະກິດຮ້ານອາຫານ
ຂອງຕົນເອງ ກິ່ງສະຫວັນ ຈະນຳເອົາການໂອ້ລົມກັບທ່ານແຈຣີ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍລາຍການຊີວິດຂາວລາວ ຂອງ ວີໂອເອ

ຢູ່ໃນສະຫະລັດ ການເຮັດທຸລະກິດຮ້ານອາຫານຂະໜາດນ້ອຍຕ້ອງໄດ້ລົງ ທຶນຫຼາຍແສນ
ໂດລາ ຜ່ານຂັ້ນຕອນຂໍອະນຸຍາດຫຼາຍໆຢ່າງເຊັ່ນ ກົດລະບຽບເຄ ຫະສະຖານ ແລະອະນາ
ໄມເຫລົ່ານີ້ເປັນຕົ້ນ. ຜູ້ເປັນເຈົ້າຂອງຮ້ານອາຫານຕ້ອງ ມີຄວາມຮັບຜິດຊອບສູງ ຕື່ນນອນ
ເຮັດວຽກແຕ່ເຊົ້າເພື່ອກະກຽມ ແລະເຮັດວຽກ ຈົນຮອດຢ່າງໜ້ອຍ 10 ໂມງແລງ ໃນແຕ່ລະ
ວັນ. ຫຼາຍໆຮ້ານ ເປີດບໍລິການ ເຈັດມື້ເຈັດຄືນ ແລະນີ້ແມ່ນຊີວິດການເຮັດທຸລະກິດຮ້ານ
ອາຫານ ຊຶ່ງຜູ້ເປັນເຈົ້າ ຂອງເກືອບວ່າ ບໍ່ມີເວລາພັກຜ່ອນເລີຍ.

ສຳລັບພວກລູກຄ້າທີ່ບໍ່ເຫັນໂຕຈິງຂອງການບໍລິຫານ ພຽງແຕ່ໄປນັ່ງຮັບປະທານອາຫານ
ເບິ່ງບັນຍາກາດຄວາມສວຍງາມ ລໍຖ້າໃຫ້ອາຫານມາເສີບ ຈະບໍ່ເຫັນ ແລະຮູ້ວ່າ ການບໍລິ
ຫານຢູ່ໃນເຮືອນຄົວນັ້ນ ມີຄວາມສະຫລັໍບສັບຊ້ອນພຽງໃດ.

ທ່ານແຈຣີ ແລະຍານາງຈັນພອນ ມີຄວາມໄຝ່ຝັນ ຢາກເປີດຮ້ານອາຫານເປັນ ຂອງຕົນເອງ
ມາແຕ່ດົນນານແລ້ວ ເພາະສະນັ້ນທັງສອງຈຶ່ງໄດ້ຕັດສິນໃຈຊື້ຮ້ານ ອາຫານໄທໃນຕົ້ນປີ
2019 ບ່ອນທີ່ຍານາງຈັນພອນເປັນແມ່ຄົວແລະມີປະສົບ ການປະຈຳຢູ່ທີ່ນັ້ນ. ເວລານີ້ໄດ້
ຕົກຢູ່ໃນລະຫວ່າງການເລີ້ມລະບາດໂຄວິດ-19 ທີ່ຮ້າຍແຮງ ຢ່າງບໍ່ຄາດຝັນ ທີ່ໄດ້ເປັນຜົນ
ກະທົບຕໍ່ຊີວິດການເປັນຢູ່ ວຽກງານ ທຸລະກິດຕ່າງໆໄປຕາມໆກັນ ຊຶ່ງທ່ານແຈຣີ ໄດ້ກ່າວ
ເຖິງຄວາມອົດທົນປະເຊີນ ກັບເຫດການສູ່ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງທ່ານແຈຣີ ຄຳຫລ້າ ຄຸດສະຫວັນ

ຫຼັງຈາກທ່ານແຈຣີ ແລະພັນລະຍາໄດ້ຊື້ຮ້ານອາຫານ ທ່ານໄດ້ຂະຫຍາຍ ແລະ ປັບປຸງ
ໂດຍເພີ້ມອາຫານລາວ ເຂົ້າໄປໃນເມນຸຍເປັນເທື່ອທຳອິດ ໃຫ້ພວກລູກ ຄ້າປະຈຳໄດ້
ຊີມລົດຊາດອາຫານພື້ນເມືອງລາວ ຊຶ່ງທ່ານແຈຣີ ໄດ້ອະທິບາຍສູ່ ຟັງວ່າ:

Your browser doesn’t support HTML5

ເຊີນຟັງທ່ານແຈຣີ ຄຳຫລ້າ ຄຸດສະຫວັນ

ສະຖານທີ່ຕັ້ງ ຮ້ານອາຫານແຊບລາວໄທກຸຍຊີນ ປະປົນຢູ່ກັບຫ້ອງແຖວທີ່ເປັນ ສູນ
ກາງການຄ້າທຸລະກິດຕ່່າງໆ ບ່ອນສະດວກສະບາຍສຳລັບພວກລູກຄ້າມາ ເຕົ້າໂຮມ
ກັນຢູ່ເປັນປະຈຳ. ທ່ານແຈຣີ ໄດ້ກ່າວເຖິງພວກລູກຄ້າ ລາຄາ ແລະ ລາຍການອາຫານ
ລາວສູ່ຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງທ່ານແຈຣີ ຄຳຫລ້າ ຄຸດສະຫວັນ

ທ່ານແຈຣີ ຄຳຫລ້າ ຄຸດສະວັດ ຢືນຢູ່ໜ້າຮ້ານອາຫານແຊບລາວໄທກຸຍຊີນ

ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ19 ເພີ້ມເຂົ້າກັບສາຍພັນໃໝ່ ແດລຕ້າ
ການດຳລົງຊີວິດ ທຸລະກິດຕ່າງໆຍັງບໍ່ເປັນປົກກະຕິ ແລະບໍ່ເປັນທີ່ໝັ້ນຄົງ. ຮ້ານອາຫານ
ແຊບລາວໄທກຸຍຊີນຕົກຢູ່ໃນສະພາບທີ່ຕ້ອງໄດ້ສູ້ທົນ ເຊັ່ນດຽວກັນກັບທຸລະກິດອື່ນໆ
ເພື່ອໃຫ້ດຳລົງຄົງໂຕຢູ່ລອດ ຊຶ່ງທ່ານແຈຣີ ໄດ້ກ່າວມ້ວນທ້າຍສູ່ວີໂອເອ ຟັງກ່ຽວກັບວ່າ
ຮ້ານອາຫານຂອງທ່ານມີພະນັກ ງານຫຼາຍປານໃດ ແລະຈະດຳເນີນຕໍ່ໄປແບບໃດ.

Your browser doesn’t support HTML5

ເຊີນຟັງທ່ານແຈຣີ ຄຳຫລ້າ ຄຸດສະຫວັນ

ທ່ານແຈຣີ ຄຳຫຼ້າ ຄຸດສະຫວັນ ແລະພັນລະຍາຍານາງຈັນພອນ ແມ່ນຄົນເຜົ່າກຶມມຸລາວ
ອາເມຣິກັນ ທີ່ມີຄວາມໄຝ່ຝັນຢາກເຮັດຮ້ານອາຫານລາວ ເປັນຂອງ ຕົນເອງ. ປັດຈຸບັນນີ້
ທຸລະກິດກຳລັງເລີ້ມ ຈະເຂົ້າສູ່ປົກກະຕິແລ້ວ ຫຼັງຈາກໄດ້ ຊັກຊ້າມາເປັນເວລາກວ່ານຶ່ງປີ.