ການເຈລະຈາ ສັນຕິພາບ ຊີເຣຍ ຮອບທຳອິດ ສິ້ນສຸດລົງ (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ການເຈລະຈາສັນຕິພາບຮອບທຳອິດລະຫວ່າງພັກຝ່າຍທີ່ເຮັດ
ສົງຄາມໃນຊີເຣຍໄດ້ສິ້ນສຸດລົງ ໂດຍບໍ່ມີຄວາມກ້າວໜ້າຫຍັງ
ຫຼາຍ ແຕ່ໄດ້ວາງພື້ນຖານ ເພື່ອການເຈລະຈາໃນຂັ້ນຕໍ່ໄປ ຊຶ່ງ ຄາດວ່າຈະເລີ້ມຂຶ້ນໃນອີກບໍ່ດົນນີ້.

ຜູ້ໄກ່ເກ່ຍຂອງອົງການສະຫະປະຊາຊາດ ທ່ານ Lakhdar Bra-
himi ກ່າວເຖິງ ການເຈລະຈາ ທີ່ດຳເນີນມາ ເປັນເວລານຶ່ງອາ
ທິດທີ່ນະຄອນເຈນີວາວ່າ ເປັນການເລີ້ມຕົ້ນ ທີ່ສົມມາສົມຄວນ
ເພື່ອເສີມສ້າງ ໃນຂັ້ນຕໍ່ໄປ. ທ່ານໃຫ້ການອະທິບາຍວ່າ ຊ່ອງ ຫວ່າງລະຫວ່າງທັງສອງຝ່າຍ ແມ່ນຍັງກວ້າງຢູ່ ໃນທຸກໆດ້ານ
ນັບແຕ່ວ່າຈະຢຸດຍິງແບບໃດຕະຫຼອດຈົນຈະນຳເອົາການຊ່ອຍ
ເຫຼືອດ້ານມະນຸດສະທຳເຂົ້າ ໄປຍັງເຂດທີ່ມີການປິດລ້ອມແບບໃດ.

ທ່ານ Brahimi ໄດ້ປະກາດວ່າ ການເຈລະຈາຮອບໜ້າອາດຈະເລີ້ມຂຶ້ນໃນວັນທີ 10 ກຸມ ພາຊຶ່ງພວມລໍຖ້າການຕົກລົງຈາກລັດຖະບານຊີເຣຍຢູ່. ແຕ່ລັດຖະມົນຕີການຕ່າງປະເທດ ຊີເຣຍ ທ່ານ Walid al-Moallem ຄະນະຜູ້ແທນຂອງລັດຖະບານທ່ານ ຈະບໍ່ໃຫ້ຄວາມ ໝາຍໝັ້ນໃນທັນທີ ທີ່ຈະກັບຄືນເຂົ້າຮ່ວມການເຈລະຈາ ໂດຍປາສະຈາກ ການໄດ້ຮັບຂໍ້
ມູນຄວາມເຫັນ ຈາກປະທານາທິບໍດີ Bashar al-Assad.

ພາບຫຼ້າສຸດ ຈາກ ຊີເຣຍ



ທ່ານ Moallem ເວົ້າວ່າ “ກ່ອນອື່ນ ທ່ານຈະອ່ານລາຍງານ ຂອງພວກເຮົາ ກ່ຽວກັບວ່າ ແມ່ນຫຍັງໄດ້ເກີດຂຶ້ນແດ່ໃນອາທິດນີ້ແລະອີງຕາມນັ້ນທ່ານຈະສົນທະນາຫາລືກັບພວກ ເຮົາ ກັບລັດຖະບານນຳດ້ວຍ ແລະຫລັງຈາກນັ້ນ ຈຶ່ງຈະມີການຕັດສິນໃຈ.”

ພັກຝ່າຍ ທີ່ເຮັດສົງຄາມຢູ່ໃນຊີເຣຍ ໄດ້ຕົກລົງໃຊ້ ຖະແຫຼງການຮ່ວມປີ 2012 ເປັນພື້ນ
ຖານຂອງແຜນທີ່ ໄປສູ່ສັນຕິພາບ.

ແຕ່ລັດຖະບານຊີເຣຍບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມຮຽກຮ້ອງຂອງພວກຕໍ່ຕ້ານທີ່ຢາກ ໃຫ້ສ້າງຕັ້ງອຳນາດການປົກຄອງໃໝ່ໂດຍບໍ່ມີທ່ານ Assad ຮວມຢູ່ນຳແລະໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງວ່າ ຕົນຕ້ອງການຢາກຈະເລີ້ມຕົ້ນ ດ້ວຍການແກ້ໄຂບັນຫາພວກກໍ່ ການຮ້າຍ.

Your browser doesn’t support HTML5

Syria Talks to Continue After Difficult First Round