ຜູ້ຍົກຍ້າຍຖິ່ນຖານເຂົ້າ​ ສ​ຫລ 2 ຄົນ ທຳອິດ ຖືກສົ່ງກັບບ້ານ ພາຍໃຕ້ນະໂຍບາຍ “ຈົ່ງຢູ່ໃນ ເມັກຊິໂກ”

ແມ່ຍິງຍົກຍ້າຍຖິ່ນຖານຄົນນຶ່ງ ກັບລູກສອງຄົນ ເລີ່ມຍ່າງຂຶ້ນໄປພາກເໜືອຈາກຊຸມຊົນ ລາ ລີມາ ໃນລັດ ເວຣາຄຣຸສ, ປະເທດ ເມັກຊິໂກ. 24 ພະຈິກ, 2021.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ສົ່ງຜູ້ຍົກຍ້າຍຖິ່ນຖານ ສອງຄົນທຳອິດ ກັບໄປປະເທດເມັກຊິໂກ ໃນວັນພຸດວານນີ້ ພາຍໃຕ້ນະໂຍບາຍ “ຈົ່ງຢູ່ໃນ ເມັກຊິໂກ” ທີ່ຖືກນຳມາໃຊ້ຄືນໃໝ່ອີກ.

ນະໂຍບາຍໃນສະໄໝຂອງທ່ານທຣຳໄດ້ເຮັດໃຫ້ຜູ້ຂໍລີ້ໄພຖ້າຢູ່ໃນເມັກຊິໂກ ເພື່ອລໍໃຫ້ມີການພິ​ຈາ​ລະ​ນາ​ຄະ​ດີໃນສານຄົນເຂົ້າເມືອງສະຫະລັດ.

ອົງການສາກົນເພື່ອການຍົກຍ້າຍຖິ່ນຖານຂອງ​ອົງ​ການສະຫະປະຊາຊາດ ໄດ້ກ່າວວ່າ ຜູ້ຍົກຍ້າຍຖິ່ນຖານສອງຄົນໄດ້ຖືກສົ່ງໄປເມັກຊິໂກ ໂດຍຂ້າມ ຂົວໃນເມືອງ ຊິວແດດ ຮວາເຣສ (Ciudad Juarez), ຜ່ານຊາຍແດນ ຈາກເມືອງແອລ ປາໂຊຂອງລັດເທັກຊັສ. ອົງການຂອງສະຫະປະຊາ ຊາດ ບໍ່ໄດ້ບອກສັນຊາດຂອງສອງຄົນທີ່ວ່ານັ້ນ.

ສອງຄົນນັ້ນໄດ້ຖືກທັກທາຍໂດຍເຈົ້າໜ້າທີ່ເມັກຊິໂກ ຜູ້ທີ່ໄດ້ເອົາເອກະສານ ຕ່າງໆໃຫ້ເຂົາເຈົ້າ ແລະບັນດາເຈົ້າໜ້າທີ່ຂອງສະຫະປະຊາຊາດ ໄດ້ທຳການ ກວດຫາໄວຣັສໂຄໂຣນາໃຫ້ເຂົາເຈົ້າ ແລະ ພາເຂົາ​ເຈົ້າໄປບ່ອນພັກຊົ່ວ​ຄາວ. ເມັກຊິໂກເວົ້າວ່າລັດຖະບານສະຫະລັດ ໄດ້ຕົກລົງທີ່ຈະສັກຢາໃຫ້ຜູ້ຍົກຍ້າຍຖິ່ນ ຖານທຸກຄົນທີ່ເດີນທາງກັບໄປພາຍໃຕ້ໂຄງການດັ່ງກ່າວ.

ລັດຖະບານຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ນຳເອົານະ ໂຍບາຍທີ່ວ່ານັ້ນກັບຄືນມາໃຊ້ໃນວັນຈັນຜ່ານ​ມາເພື່ອປະຕິບັດຕາມຄຳສັ່ງຂອງ ສານ ແລະໄດ້ຕົກລົງຕໍ່ການປ່ຽນແປງຕ່າງໆ ແລະຂໍ້ເພີ່ມເຕີມຕາມ​ການ​ຮຽກ​ຮ້ອງຂອງເມັກຊິໂກ.

ການສົ່ງກັບຜູ້ຍົກຍ້າຍຖິ່ນຖານທີ່​ມີ​ຫລາຍເຖິງ 50 ຄົນທີ່ຈະເດີນທາງກັບ ໄປເມືອງ ຊິວແດດ ຮວາເຣັສ ໃນແຕ່ລະວັນແມ່ນມີກຳນົດທີ່ຈະເລີ່ມຂຶ້ນ ໃນເມືອງແອລ ປາໂຊ, ອີງຕາມການກ່າວຂອງເຈົ້າ ໜ້າທີ່ ສະຫະລັດ ທີ່ໄດ້ກ່າວໂດຍບໍ່​ປະ​ສົງ​ອອກ​ນາມ ຍ້ອນລາຍລະອຽດຕ່າງໆແມ່ນບໍ່ໄດ້ຖືກ ເປີດ ເຜີຍໃຫ້ສາທາລະນະຊົນ​ຮູ້.

ກະຊວງຮັກສາຄວາມປອດໄພພາຍໃນໄດ້ຢືນຢັນວ່າ ການສົ່ງກັບບ້ານໄດ້ເລີ່ມ ຂຶ້ນຢູ່ສະຖານທີ່ນຶ່ງ ແລະຈະຂະຫຍາຍອອກໄປເປັນອີກ 6 ບ່ອນ. ເຂົາເຈົ້າປະຕິ ເສດທີ່ຈະລະບຸເມືອງທີ່ສົ່ງຄົນກັບນັ້ນ ຫຼື ວ່າຈະມີຜູ້ຍົກຍ້າຍຖິ່ນຖານຖືກ ດຳເນີນການສົ່ງ​ກັບຈັກຄົນ, ໂດຍອ້າງເຖິງ “ເຫດຜົນໃນຄວາມປອດໄພຂອງ ການປະຕິບັດງານ.”

ການນຳເອົານະໂຍບາຍ “ຈົ່ງຢູ່ໃນເມັກຊິໂກ” ກັບມາໃຊ້ຄືນໄດ້ມີຂຶ້ນ ແມ່ນກະ ທັ້ງທີ່ລັດຖະບານທ່ານໄບເດັນ ໄດ້ເຄື່ອນໄຫວເພື່ອຈະ​ເຮັດ​ໃຫ້ມັນ​ສິ້ນ​ສຸດ​ລົງ​ໃນ​ແບບທີ່ຈະບໍ່ຖືກກວດສອບທາງກົດ ໝາຍກໍ​ຕາມ. ທ່ານ ໄບເດັນ ໄດ້ຍົກເລີກນະ ໂຍບາຍທີ່ວ່ານັ້ນ, ແຕ່ການຟ້ອງຮ້ອງໂດຍລັດເທັກຊັສ ແລະ ມິສຊູຣີ ໄດ້ບັງຄັບ ໃຫ້ທ່ານນຳເອົາມັນກັບມາມີຜົນບັງຄັບໃຊ້ຄືນອີກ, ໂດຍ​ຂຶ້ນ​ກັບການຮັບເອົາຂອງ ເມັກຊິໂກ.

ສະຫະລັດ ໄດ້ສັນຍາທີ່ຈະພະຍາຍາມເຮັດກໍລະນີຕ່າງໆໃຫ້ແລ້ວພາຍໃນ 180 ​ວັນ, ເຊິ່ງແມ່ນການຕອບສະໜອງຕໍ່ຄວາມເປັນຫ່ວງຂອງເມັກຊິໂກວ່າຜູ້ຮ້ອງ​ຂໍຈະເມື່ອຍ​ລໍຢູ່ໃນລະບົບຂອງສານທີ່ມີ 1 ລ້ານ 5 ແສນຄະດີຄ້າງຄ້າຢູ່.

ຜູ້ຂໍລີ້ໄພປະມານ 70,000 ຄົນໄດ້ຖືກບັງຄັບໃຫ້ລໍຖ້າໃນເມັກຊິໂກ, ເຊິ່ງມັກຈະດົນເຖິງຫຼາຍເດືອນ, ພາຍໃຕ້ນະໂຍບາຍທີ່ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ນຳສະເໜີໃນເດືອນມັງກອນ 2019 ແລະ ທ່ານ ໄບເດັນ ໄດ້ຢຸດໃຊ້ໃນວັນທຳອິດທີ່ທ່ານເຂົ້າກຳຕຳແໜ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ