ແມ່ຍິງ ສະເປນ ຄົນທຳອິດ ສ້າງປະຫວັດສາດ ຢູ່ໃນບັນຊີ ຜູ້ມີອິດທິພົນ ຈຳນວນ 50 ຄົນ

Your browser doesn’t support HTML5

ການຈັດອັນດັບ ແມ່ຍິງທີ່ມີອິດທິພົນທີ່ສຸດ 50 ຄົນ ໂດ​ຍນິຕິ​ຍະ​ສານ Fortune ແມ່ນໄດ້
ນຳອອກເຜີຍແຜ່ແລ້ວ. ລາຍ​ຊື່ດັ່ງກ່າວ​ແມ່ນຮວມທັງ​ບັນດາ​ຜູ້​ທີ່ເຂັ້ມແຂງ ເຊັ່ນ ທ່ານ​ນາງ
Mary Barra ຈາກ ບໍ​ລິ​ສັດ General Motors ​ແລະ ທ່ານ​ນາງ Indra Nooyi ຈາກບໍລິ
ສັດ Pepsi. ​ແຕ່ລາຍຊື່ນີ້ ຍັງ​ມີບຸກຄົນໜ້າ​ໃໝ່ເຈັດ​ຄົນ ຮວມທັງ​ແມ່ຍິງ​ຊາວລາ​ຕິນຜູ້ທຳ
ອິດທີ່​ເກີດ​ຢູ່​ຕ່າງປະ​ເທດ ຊຶ່ງເປັນຫົວໜ້າ​ບໍລິຫານ ບໍລິສັດ Fortune 500 ຄືທ່ານ​ນາງ
Geisha Williams. ນັກ​ຂ່າວວີ​ໂອ​ເອ Mariana Diallo ​ໄດ້​ໄປ​ຮ່ວມ​ການເຕົ້າ​ໂຮມ​ປະ
ຈຳ​ປີ ດັ່ງກ່າວ ​ທີ່​ນະຄອນຫຼວງວໍ​ຊິງຕັນ ໃນອາທິດ​ນີ້ ​ແລະມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງແມ່ຍິງລາຕິນ ທີ່ມີອິດທິພົນທີ່ສຸດ ໃນບັນຊີນິດຕິຍະສານ Fortune 500.

ຂ່າວປົກໜ້າຂອງນິດຕິ​ຍະ​ສານ Fortune ໃນ​ເດືອນ​ນີ້ ທ່ານ​ນາງ Indra Nooyi ທີ່​ຢູ່​
ໃນ​ຕຳ​ແໜ່​ງໝາຍເລກສອງຂອງ​ບັນດາ​ແມ່ຍິງ 50 ຄົນທີ່ມີ​ອິດທິພົນ​ທີ່​ສຸດໃນປີນີ້. ​ແມ່
ຍິງ​ອາຍຸ 61 ປີທ່ານນີ້​ເປັນ​ປະທານ​ແລະ​ຫົວໜ້າ​ບໍລິຫານຂອງ​ບໍລິສັດ PepsiCo ຊຶ່ງ
ເປັນ​ນຶ່ງໃນບັນດາບໍລິສັດອາຫານແລະເຄື່ອງດື່ມທີ່​ນຳ​ໜ້າ​ຂອງໂລກ ຊຶ່ງມີ​ລາຍ​ໄດ້​ສຸດ
ທິໃນມູນຄ່າ 63 ພັນ​ລ້ານ​ໂດ​ລາ.

ໃນ​ການ​ເຕົ້າ​ໂຮ​ມປະຈຳປີ​ຄັ້ງ​ທີ 19 ຢູ່​ທີ່​ນະຄອນຫລວງວໍຊິງຕັນນັ້ນ ທ່ານ​ນາງ Nooyi
ກ່າວ​ວ່າ ບໍລິສັດ​ຂອງ​ທ່ານນາງ ຕ້ອງ​ໄດ້​ປັບ​ໂຕ​ໃຫ້ເຂົ້າກັບທ່າອຽງໃໝ່ ຂອງ​ການ​ປ່ຽນແປງໃນບັນຍາກາດ​ຂອງການຂາຍຫຍ່ອຍ.

ທ່ານ​ນາງ Nooyi ກ່າວ​ວ່າ “ສຳລັບ​ບໍລິສັດ​ຄື​ກັນກັບຂອງ​ພວກ​ເຮົາ ​ທີ່​ດຳ​ເນີນ​ງານ​
ດ້ວຍ​ແຮງ​ກະ​ຕຸ້ນ​ ​ຊຶ່ງ​ພວກ​ເຮົາຈຳເປັນຕ້ອງໄດ້​ໃຫ້​ທ່ານ​ເຫັນ​ຜະລິດ​ຕະພັນ ຫລື​ຕ້ອງ
ການ​ຜະລິດ​ຕະພັນ ພວກ​ເຮົາ​ຕ້ອງ​ສ້າງແຮງ​ກະ​ຕຸ້ນ ​ໃນ​ວິທີຕ່າງໆ ທີ່​ແຕກ​ຕ່າງ​ກັນ. ​
ດັ່ງນັ້ນ​ພວກ​ເຮົາ​ຈຶ່ງສຶກສາເບິ່ງການ​ປ່ຽນ​ແປງທີ່ກຳລັງ​ເກີດ​ຂຶ້ນ​ຢູ່ໃນ​ຕະຫລາດ ​ແລະ​
ກ່າວ​ວ່າ ​ນີ້​ອາດ​ຈະ​ເປັນ​ເວລາທີ່ຕື່ນ​ເຕັ້ນ​ທີ່​ສຸດ ໃນການເປັນ​ຫົວໜ້າ​ບໍລິຫານ​ບໍລິສັດ
ອາຫານ ​ແລະ​ເຄື່ອງ​ດື່ມ ຫລື​ເປັນ​ເວລາ​ທີ່​ໜ້າ​ຍ້ານກົວ​ທີ່​ສຸດ."

ທ່ານ​ນາງ Nooyi ​ໄດ້​ມີຊື່ຢູ່​ໃນບັນຊີມາ​ຫລາຍ​ຄັ້ງແລ້ວ​ແລະກໍເຊັ່ນດຽວກັບ​ທ່ານ​ນາງ
Mary Barra ຜູ້ບໍລິຫານບໍລິລັດ​ General Motors ຜູ້ທີ່ຢູ່ໃນຕຳແໜ່ງ ໝາຍເລກນຶ່ງ
ເປັນ​ປີ​ທີສາມ​ຕິດ​ຕໍ່​ກັນ.

ບຸກຄົນໜ້າໃໝ່ແລະ​ຢູ່ໃນຕຳແໜ່ງໝາຍເລກ 13 ຂອງ​ລາຍ​ຊື່ປີນີ້ແມ່ນມາຈາກບໍລິສັດ
ສາທາລະນຸປະໂພກ​ທີ່​ໃຫຍ່​ສຸດ​ຂອງ California. ເກີດ​ຢູ່ທີ່ຄິວ​ບາທ່ານ​ນາງ Geisha Williams ​ແມ່ນຫົວໜ້າ​ບໍລິຫານ ຂອງບໍລິສັດ Fortune 500 ທີ່ເປັນແມ່ຍິງ​ຊາວ​ລາ​ຕິນ
ຄົນ​ທຳ​ອິດທີ່ເກີດຢູ່ຕ່າງປະເທດ.

ທ່ານ​ນາງ William ກ່າວ​ວ່າ “ຂ້າພະ​ເຈົ້າ​ຮູ້ສຶກວ່າ ໄດ້​ຮັບ​ກຽດ​ຢ່າ​ງບໍ່​ໜ້າ​ເຊື່ອ ແລະ​
ປາກ​ບໍ່ອອກ​ແທ້ໆ ທີ່​ເລື້ອງ​ຂອງ​ຂ້າພະ​ເຈົ້າ​ໄດ້ເປັນທີ່ດົນໃຈໃຫ້ແກ່​ຫລາຍໆ​ຄົນທີ່​ເກີດ
​ຢູ່​ຕ່າງປະ​ເທດ ທີ່​ເປັນພວກຄົນ​ເຂົ້າ​ເມືອງຄື​ກັນກັບ​ຂ້າພະ​ເຈົ້າ ບ່ອນ​ທີ່​ພາສາ​ອັງກິດ​
ເປັນ​ພາສາ​ທີ​ສອງ ​ແລະ​ສານ​ຂອງ​ຂ້າພະ​ເຈົ້າ​ໄປ​ຫາ​ເຂົາ​ເຈົ້າ​ນັ້ນກໍ​ຄື ທຸກ​ສິ່ງ​ທຸກ​ຢ່າງ
​ເປັນ​ໄປ​ໄດ້ໝົດ​ໃນ​ປະ​ເທດ​ນີ້.”

ຢູ່ໃນຕຳແໜ່ງໝາຍເລກ 40 ​ແມ່ນ​ຮອງ​ປະທານອະວຸໂສຂອງບໍ​ລິ​ສັດ IBM ຊຶ່ງເປັນຫົວ
ໜ້າພະແນກ ທີ່ຫາກໍຖືກສ້າງຕັ້ງຂຶ້ນ​ຫວ່າງ​ມໍ່ໆ​ມາ​ນີ້ ເພື່ອພັດທະນາ​ເທັກ​ໂນ​ໂລ​ຈີ​ໃໝ່​
ເຊັ່ນວ່າເຄືອຂ່າຍ.

ທ່ານ​ນາງ Bridget Van Kralingen ຮອງປະທານອະວຸໂສຂອງບໍລິສັດ IBM ກ່າວ​ວ່່າ “ເຊັ່ນໂຕ​ຢ່າງ​ຄວາມ​ປອດ​ໄພ ​ເຄືອ​ຂ່າຍ​ຂອງ​ອາຫານ. ​ມັນໃຊ້​ເວລາ 2 ວິນາທີ​ເພື່ອ​ລະ
ບຸ ແລະ​ຕິດຕາມ​ເບິ່ງ ອຸບັດຕິເຫດກ່ຽວກັບ​ຄວາມ​ປ​ອດ​ໄພຂອງ​ອາ ຫານ. ດີ​ທີ່​ສຸດ​ຢູ່​ໃນ
ຖັນແຖວ​ຂອງ​ບັນດາບໍລິສັດທຸກມື້ນີ້ ມັນໃຊ້​ເວລາ​ 6 ມື້ ​ແລະ 18 ຊົ່ວ​ໂມງ. ວາດພາບ
ເບິ່ງ​
ວ່າຈະມີການເຈັບປ່ວຍ ​ແລະສິ້ນເປຶ​ອງໜ້ອຍ​ຫລາຍປານໃດ ສົມທຽບລະຫວ່າງ 2 ວິນາທີກັບ​ຫົກ​ມື້.”

ນັບແຕ່​ພວກ​ບໍລິສັດ​ຄອມ​ພິວ​ເຕີ ​ໄປ​ຫາ​ບໍລິສັດ​ສາທາລະນຸປະໂພກ​ ​ບໍລິສັດ​ຜະ ລິດ​ລົດ ​ຕະຫລອດທັງບໍລິສັດຂາຍ​ຫຍ່ອຍ ລາຍຊື່​ເຫຼົ່ານີ້ແມ່ນປະ​ກອບ​ດ້ວຍ​ບັນ ດາ​ຜູ້​ບໍລິຫານ​ຢູ່​
ໃນທົ່ວ​ທຸກອຸດສາຫະກຳ.

ທ່ານນາງ Michal Lev-Ram ປະທານຮ່ວມ ຜູ້ຈັດອັນແມ່ຍິງທີ່ມີອິດທິພົນທີ່
ສຸດຂອງນິດຕະຍະສານ Fortune ກ່າວ​ວ່າ "ພວກ​ເຮົາ​ກຳລັງ​ຊັ່ງ​ຊາ​ເບິ່ງລາຍໄດ້ໃນບໍ
ລິສັດ ຫລືພະ​ແນ​ກຂອງເຂົາເຈົ້າ ຂີດຈຳກັດຂອງ​ຕະຫລາດ​ ​ແລະ​ການ​ປ່ຽນແປງຂອງ
ໂຕເລກ​ຈາກປີນຶ່ງໄປຫາອີກ​ປີນຶ່ງ. ​ດັ່ງ​ນັ້ນ ມັນ​ບໍ່​ພຽງ​ແຕ່​ວ່າ​ໃຜ​ຢູ່​ໃນ​ບັນຊີລາຍຊື່ແຕ່​ວ່າ​

ເຮົາ​ຈັດ​ລະດັບ​ເຂົາ​ເຈົ້າ​ຢ່າງ​ໃດ. ພວກ​ເຮົາ​ຍັງ​ຕ້ອງການ​ຊັ່ງ​ຊາ​ເບິ່ງ​ອິດ​ທິພົນ​ຂອງເຂົາ​
ເຈົ້ານັ້ນເປັນສິ່ງ​ທີ່​ຍາກ​ໜ້ອຍ​ນຶ່ງ​ໃນການວັດ​ແທກ.”

​ໃນ​ຂະນະ​ທີ່ບັນຊີດັ່ງກ່າວ ໄດ້​ປາກົດເຫັນຊື່ແມ່ຍິງ​ຊາວ​ລາ​ຕິນຄົນ​ທຳ​ອິດ​ເຂົ້າ​ມາ ທ່ານ​
ນາງ Anne-Marie Campbell ຈາກບໍລິສັດ Home Depot​ ແມ່ນ​ອາ​ເມຣິກັນ​ເຊື້ອສາຍ
​ອາ​ຟຣິກາພຽງຜູ້​ດຽວເທົ່ານັ້ນ. ທ່ານນາງ Lev-ram ກ່າວ​ວ່າ ນິດຕະຍະສານ Fortune
​ໄດ້​ຂຽນ​ກ່ຽວ​ກັບ​ອັນ​ທີ່​ຮ້ອງ​ວ່າ ​ເພດານສຳລັບຄົນຜິວ​ດຳ.

ທ່ານນາງ Lev-Ram ກ່າວ​ວ່າ “ອັນທີ່ພວກເຮົາໄດ້ເຫັນ ແລະເວົ້າກັບພວກແມ່ ຍິງຜິວ
ດໍາທີ່ຢູ່ໃນບັນດາໜ້າທີ່ຜູ້ນຳ ນັ້ນແມ່ນສິ່ງພວກເຮົາຈຳເປັນຈະຕ້ອງໄດ້ເຮັດໜ້າທີ່ໃຫ້
ດີຂຶ້ນກວ່າເກົ່າ ແລະໃຫ້ມີແມ່ຍິງຫລາຍຂຶ້ນນັບມື້ໄດ້ຮັບການກະກຽມ.”

ທ່ານນາງກ່າວເພີ້ມວ່າ ນີ້ຈະເປີດໂອກາດໃຫ້ພວກເຂົາເຈົ້າກ້າວຂຶ້ນສູ່ຖັນແຖວ. ​ ​