ຄົນເຊື້ອສາຍ ອິນເດຍ ຜູ້ທໍາອິດ ຄອງ​ຕຳ​ແໜ່ງ ນາງງາມ ອາເມຣິກາ ປີ 2014

ນາງ Nina Davuluri ອາຍຸ 24 ປີ ຈາກລັດນີວຢ໊ອກ ຊາວອາເມຣິກັນ ເຊື້ອສາຍອິນເດຍ ຄົນທໍາອິດ ທີ່ໄດ້ຄອງນາງ ງາມອາເມຣິກາ ປີ 2014.

Nina Davaluri ຈາ​ກລັດ​ນີວຢ໊ອກ ​ໄດ້ຊະນະ​ນາງ​ງາມ​ອາ​ເມ​ຣິກາ​ປະ​ຈໍາປີ 2014 ທີ່​ງານ​ປ​ະກວດ​ນາງງາມ ທີ່ ​ເມືອງ Atlantic City ລັດ New Jersey ຊຶ່ງ​ເປັນນາງງາມ ຊາວອາເມຣິກັນເຊື້ອສາຍ​ອິນເດຍ​ ຄົນທໍາອິດທີ່​ໄດ້​ຊະນະ​ການ​ປະ​ກວດອັນ​ມີ​ຊື່​ສຽງ​ນີ້.

ນາງ Davaluri ອາຍຸ 24 ປີ ຈາກ​ເມືອງ Syracuse ຈະ​ໃຊ້​ເງິນ​ທຶນ​ການ​ສຶກສາ ​ຈໍາ ນວນ 50,000​ ​ໂດ​ລ່າ ທີ່​ນາງໄດ້​ຮັບນີ້ ສໍາລັບ​ເປັນ​ຄ່າ​ຮຽນ ຢູ່​ໂຮງຮຽນ​ການ​ແພດ​.

ນາງ Davaluri ​ໄດ້​ສະ​ແດງການ​ເຕັ້ນ​ລະບໍາແບບ​ຜະສົມ​ຜະສານ​ Bollywood ສໍາ​ລັບ​ການ ສະ​ແດງ​ຄວາມ​ສາມາດ​ພິ​ເສດ. ນາງ Davaluri ​ແລະ​ຜູ້​ເຂົ້າ ຮ່ວມ​ປະ​ກວດ​ອີກ 52 ຄົນ ຄື​ຜູ້​ນຶ່ງ​ຈາກ​ແຕ່ລະລັດ ​ໂຮມ​ທັງ​ຈາກ​ນະຄອນ ຫຼວງວໍ​ຊິງ​ຕັນ​ດີ​ຊີ Puerto Rico ​ແລະ ຈາກ​ເກາະ Virgin Island ຂອງ​ສະຫະລັດ ຊຶ່ງກໍ​ໄດ້​ຖືກ​ຕັດສິນ​ໂດຍ​ການ​ສໍາພາດ​ເລຶ່ອງສ່ວນ​ຕົວ ຄໍາ​ຕອບ​ຂອງ​ພວກ​ເຂົາ​ເຈົ້າຕໍ່ຄໍາ​ຖາມ ທີ່​ຖາມ​ຢູ່​ເທິງເວທີ ​ແລະ​ພ້ອມ​ກັບການ ​ໂຊ ຊຸດ​ຣາຕຣີ ​ແລະ​ຊຸດ​ອາບ​ນໍ້າ ​ໃນ​ລະຫວ່າງ​ການ​ທ່າ​ຍທອດ​ສົດອອກ​ອາ ກາດທາງ​ທີ​ວີ ທົ່ວ​ປະ​ເທດ​ນັ້ນ.

​ໃນ​ລະຫວ່າງ​ປີ​ທີ່ຢູ່​ໃນ​ຕໍາ​ແໜ່​ງນາງ​ງາມ​ອາ​ເມ​ຣິກາ​ນັ້ນ Davaluri ຈະ​ຮັບ ​ໃຊ້​ເປັນ​ໂຄ ສົກ ສໍາລັບດ້ານ ​ STEM-ວິທະຍາສາດ, ​ເທັກ​ໂນ​ໂລ​ຈີ່ ວິ​ສະ​ວະກໍາ ​ແລະ​ຄະນິດ ສາດ ​ເວລາ​ນາງ​ເດີນທາງ​ມາຍັງ​ນະຄອນຫຼວງວໍ​ຊິງ ຕັນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຢູ່​ກະຊວງ​ສຶກສາ​ທິການຂອງ​ສະຫະລັດ.