ການໂຕ້ວາທີຄັ້ງທໍາອິດ ຂອງການເລືອກຕັ້ງ ປີ 2012

ນາງ Kim Li, ນັກສຶກສາປີສອງ ທີ່ມະຫາວິທະຍາໄລ Denver, ເບິ່ງການໂຕ້ວາທີຄັ້ງທໍາອິດ ລະຫວ່າງ ປະທານາທິບໍດີ Barack Obama ກັບທ່ານ Mitt Romney ຜູ້ທ້າແຂ່ງຈາກພັກຣີພັບບລິການຂອງທ່ານ, ທາງຈໍໃຫຍ່ ກາງແຈ້ງ ຢູ່ນອກຫ້ອງ auditorium ຂອງມະຫາວິທະຍາໄລ Denver ໃນເມືອງ Denver, ລັດ Colorado, ຄືນວັນທີ  3 ຕຸລາ 2012.

ທ່ານ Mitt Romney ຜູ້ສະມັກເລືອກຕັ້ງປະທານາທິບໍດີຈາກພັກຣີພັບບລິກັນ, ຊ້າຍ, ຟັງປະທານາທິບໍດີ Barack Obama ຕອບຄໍາຖາມ ໃນລະຫວ່າງການໂຕ້ວາທີ່ເທື່ອທໍາອິດຂອງພວກທ່ານ ຢູ່ມະຫາວິທະຍາໄລ Denver, ວັນທີ  3 ຕຸລາ 2012.

ປະທານາທິບໍດີ Barack Obama ຍິ້ມໃຫ້ຜູ້ຕັ້ງຄໍາຖາມ ທ່ານ Jim Lehrer ໃນລະຫວ່າງການໂຕ້ວາທີ ຄັ້ງທໍາອິດ ກັບທ່ານ Mitt Romney (3 ຕຸລາ 2012.)

ທ່ານ Jim Lehrer ຜູ້ຕັ້ງຄໍາຖາມແລະຄວບຄຸມການໂຕ້ວາທີ ເວົ້າກັບຜູ້ຊົມ ກ່ອນການໂຕ້ວາທີເລີ້ມຂຶ້ນ.

ທ່ານ Mitt Romney ຍິ້ມ ຂະນະມອງເບິ່ງ ປະທານາທິບໍດີ Barack Obama ຕອບຄໍາຖາມ.

ທ່ານ Mitt Romney ກັບພັນລະຍາ ທ່ານນາງ Ann ໂບກມືໃຫ້ຜູ້ຊົມ ຫລັງຈາກການໂຕ້ວາທີ.

ປະທານາທິບໍດີ Barack Obama ກັບທ່ານ Mitt Romney ໂຕ້ວາທີກັນ ເທື່ອທໍາອິດ ຢູ່ University of Denver, ວັນທີ 3 ຕຸລາ 2012, ໃນເມືອງ Denver.

ບັນດາຜູ້ຊົມການໂຕ້ວາທີ ທາງຈໍໃຫຍ່ ກາງແຈ້ງ ຢູ່ນອກຫ້ອງ auditorium ຂອງມະຫາວິທະຍາໄລ Denver ໃນເມືອງ Denver, ລັດ Colorado, ຄືນວັນທີ  3 ຕຸລາ 2012.

ນາງ Dawn ກັບສາມີ Randy Cornell ນັ່ງເບິ່ງການໂຕ້ວາທີ ທາງໂທລະພາບ ຢຸ່ຫ້ອງການຂອງສະຫະພັນ ກໍາມະບານໂຮງງານເຫລັກກ້າ ສາຂາ 4856 ຢູ່ເມືອງ Henderson, ລັດ ເນວາດາ.

ພວກລູກຄ້າ ຢູ່ສະໂມສອນ ສັງຄົມຮາວານາ, ນະຄອນ Seattle, ລັດວໍຊິງຕັນ, ເບິ່ງການໂຕ້ວາທີ ທີ່ສະທ້ອນ ໃຫ້ເຫັນ ທາງກະຈົກໃຫຍ່ຕິດຢູ່ຝາ ທາງຫລັງເຂົາເຈົ້າ.

ນາງ Harriet Garrett ສະແດງຄວາມຖືກໃຈ ນໍາການຕອບຄໍາຖາມຂອງປະທານາທິບໍດີ Barack Obama ຂະນະນັ່ງເບິ່ງການໂຕ້ວາທີ ຢູ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຟີລາແດລເຟຍ ລັດເພັນຊິລເວເນຍ.

ປະທານາທິບໍດີ Barack Obama ຟັງແລະເບິ່ງທ່ານ Mitt Romney ຕອບຄໍາຖາມ.

ທ່ານ Mitt Romney ກັບປະທານາທິບໍດີ Barack Obama ຈັບມືກັນ ຫລັງຈາກໂຕວາທີ ສິ້ນສຸດລົງ.