ບໍລິສັດຕ່າງໆ ຊັ່ງ​ຊາທີ່ຈະຖອນພະນັກງານຊາວໄຕ້ຫວັນ ອອກຈາກ ຈີນ ລຸນຫຼັງຂົ່ມຂູ່ໂທດປະຫານຊີວິດ

ຈີນ ໄຕ້ຫວັນ.

ບໍລິສັດຕ່າງປະເທດຈໍານວນນຶ່ງ ກຳລັງພິຈາລະນາທີ່ຈະດໍາເນີນການຍົກຍ້າຍພະນັກງານຊາວໄຕ້ຫວັນອອກຈາກປະເທດຈີນ ລຸນຫຼັງປັກກິ່ງກ່າວວ່າ ຕົນອາດຈະກຳນົດໂທດປະຫານຊີວິດຕໍ່ພວກແບ່ງແຍກດິນແດນເພື່ອເອກະລາດ ຂອງໄຕ້ຫວັນທີ່ “ແຂງກະດ້າງ”, ຕາມການກ່າວຂອງ 4 ຄົນທີ່ຄຸ້ນເຄີຍກັບເລື່ອງດັ່ງກ່າວນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ແນວທາງ​ໃໝ່ດັ່ງກ່າວ​ ​ໄດ້ສົ່ງຜົນ​ເຮັດ​ໃຫ້ນັກວິຊາການຊາວ ໄຕ້ຫວັນ ແລະ ​ ແລະ​ຊາວ​ຕ່າງປະ​ເທດ​ຈຳນວນ​ນຶ່ງ ທີ່ກໍາລັງ​ດຳ​ເນີນ​ທຸລະ​ກິດ​ຢູ່ ​ຈີນ ​ຟ້າວຟັ່ງ​ປະ​ເມີນ​ຄວາມ​ສ່ຽງ​ ແລະ​ຜົນກະທົບທາງ​ດ້ານກົດໝາຍພວກເຂົາ​ເຈົ້າ, ອີງຕາມການກ່າວຂອງຜູ້ຄົນ ​ເຊິ່ງລວມທັງ​ທະນາຍຄວາມຄົນນຶ່ງ ​ແລະ​ຜູ້​ບໍລິຫານ​ສອງ​ຄົນ​ທີ່​ມີ​ຄວາມ​ຮູ້​ໂດຍ​ກົງກ່ຽວກັບ​ການ​ປຶກສາຫາລືດັ່ງກ່າວ.

ທ່ານ ເຈມສ໌ ຊິມເມີແມນ (James Zimmerman), ທະນາຍຄວາມຂອງຄູ່ຮ່ວມງານຢູ່ທີ່ບໍລິສັດທະນາຍຄວາມ ເພີກິນສ໌ ໂຄອີ (Perkins Coie) ທີ່ມີສໍານັກງານໃຫຍ່ຢູ່ໃນ ປັກກິ່ງ ກ່າວວ່າ “ບໍລິສັດຫຼາຍແຫ່ງ ໄດ້ພາກັນມາຫາພວກເຮົາເພື່ອປະເມີນຄວາມສ່ຽງຕໍ່ບຸກຄະລາກອນຂອງພວກເຂົາເຈົ້າ,” ໂດຍທ່ານໄດ້ປະຕິເສດທີ່ຈະລະບຸຊື່ຂອງບໍລິສັດ ຫຼື ອຸດສາຫະກໍາຕ່າງໆ ເນື່ອງຈາກເຫດຜົນໃນການຮັກສາຄວາມລັບໃຫ້ແກ່ບໍລິສັດເຫຼົ່ານັ້ນ.

ທ່ານ ຊິມເມີແມນ ກ່າວວ່າ “ບໍລິສັດຕ່າງໆຍັງມີຄວາມກັງວົນວ່າ ອາດຈະມີບາງພື້ນທີ່ສີຂີ້ເຖົ່າເຊັ່ນ ການລົງໂຄສະນາທາງອອນລາຍຂອງສື່ມວນຊົນ ຫຼືການລົງຄະແນນສຽງຂອງພັກການເມືອງ ຫຼືແມ່ນແຕ່ ຜູ້ລົງສະໝັກການເລືອກຕັ້ງໄຕ້ ຫວັນ ສາມາດຖືກຕີຄວາມໝາຍໄດ້ວ່າ ມີສ່ວນຮ່ວມໃນກິດຈະກໍາສົ່ງເສີມເອກະລາດນັ້ນ ຫຼື ບໍ່.”

ໃນກ່ອນໜ້ານັ້ນ ອົງການຂ່າວ Reuters ໄດ້ປຶກສາກັບບໍລິສັດ ເພີກິນສ໌ ໂຄອີ ກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງຢູ່ໃນປະເທດຈີນ.

ອີງ​ຕາມ​ການ​ສໍາ​ຫຼວດຫຼ້າສຸດ​ຂອງ​ລັດ​ຖະ​ບານ​ໄຕ້​ຫວັນ​, ສະຖິຕິປະຈໍາປີ 2022 ພົບວ່າ ມີຊາວໄຕ້ຫວັນທີ່ກໍາລັງເຮັດວຽກຢູ່ໃນປະເທດຈີນປະມານ 177,000 ຄົນ. ພະນັກງານຊາວໄຕ້ຫວັນ ຖືກຈ້າງງານໂດຍຫຼາຍບໍລິສັດປະເທດຢູ່ໃນ ຈີນ, ເນື່ອງຈາກຄວາມສາມາດທາງດ້ານພາສາ ແລະຄວາມຄຸ້ນເຄີຍທາງດ້ານວັດທະນະທໍາກັບປະເທດແຫ່ງນີ້ຂອງພວກເຂົາເຈົ້າ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

MANILA, July 5 (Reuters) - The Philippines has turned down offers from the United States to assist operations in the South China Sea, after a flare-up with China over missions to resupply Filipino troops on a contested shoal, its military chief said.

Tensions in the disputed waterway have boiled over into violence in the past year, with a Filipino sailor losing a finger in the latest June 17 clash that Manila described as “intentional-high speed ramming” by the Chinese coast guard.

The US, a treaty ally, has offered support but Manila prefers to handle operations on its own, Armed Forces Chief General Romeo Brawner told Reuters late Thursday.

“Yes, of course, they have been offering help and they asked us how they could help us in any way,” he said.

“We try to exhaust all possible options that we have before we ask for help.”

Manila and Washington are bound by the 1951-Mutual Defense Treaty (MDT), a military pact that can be invoked in the case of armed attacks on Philippine forces, public vessels, or aircraft in the South China Sea.