ອະດີດຫົວໜ້າສັນຕິບານກາງ ຫຼື FBI ສະຫະລັດ ທ່ານເຈມສ໌ ໂຄມີ ກ່າວວ່າ ປະທານາ
ທິບໍດີທຣໍາບໍ່ “ມີສິນລະທໍາເໝາະສົມ” ໃນການເປັນປະທານາທິບໍດີ ແລະມີ “ຫລັກຖານ
ຈຳນວນນຶ່ງ” ທີ່ປະທານາທິບໍດີທຣໍາ ຂັດຂວາງຄວາມຍຸຕິທຳ.
ທ່ານໂຄມີ ກ່າວວ່າ “ມີສິ່ງນຶ່ງທີ່ສຳຄັນກວ່ານັ້ນ ທີ່ເຫັນວ່າ ພວກເຮົາທັງໝົດຕ້ອງທ້ອນ
ໂຮມກັນແລະວ່າ ປະທານາທິບໍດີຂອງພວກເຮົາ ຕ້ອງໃຫ້ໄດ້ຮັບຄວາມນັບຖື ແລະໃຫ້
ຍຶດໝັ້ນຄ່ານິຍົມທີ່ເປັນແກນກາງຂອງປະເທດນີ້. ຄວາມສຳຄັນທີ່ສຸດກໍຄືເວົ້າຄວາມຈິງ. ປະທານາທິບໍດີຜູ້ນີ້ ບໍ່ສາມາດທີ່ຈະເຮັດໄດ້ແນວນັ້ນ.”
ອະດີດຫົວໜ້າສັນຕິບານກາງ ຫຼື FBI ສະຫະລັດ ທ່ານເຈມສ໌ ໂຄມີ ລະຫວ່າງການໃຫ້ການຕໍ່ ລັດຖະສະພາ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 20, 2017.
ຄຳເວົ້າຂອງທ່ານໂຄມີ ແມ່ນມາຈາກການໃຫ້ສຳພາດກັບໂທລະພາບຂ່າວ ABC ໃນ
ແລງວັນອາທິດແລ້ວນີ້ ກ່ອນການພິມປື້ມຂອງທ່ານໃນອາທິດນີ້ ຊື່ວ່າ “A Higher
Loyalty.” ຫຼື “ລະດັບຄວາມຈົງຮັກພັກດີທີ່ສູກວ່ານັ້ນ”. ຢູ່ໃນບາງສ່ວນ ໃນນັ້ນໄດ້ກ່າວ
ເຖິງບົດບາດຂອງທ່ານ ໃນການສືບສວນຣັດເຊຍ ທີ່ແຊກແຊງຢູ່ໃນການເລືອກຕັ້ງປີ
2016 ແລະການໃຊ້ ອີເມນສ່ວນໂຕຂອງທ່ານນາງຮີລແລຣີ ຄລິນຕັນ ທີ່ບັນຈຸຂໍ້ມູນລັບ
ພ້ອມດ້ວຍການສົນທະນາສ່ວນໂຕຂອງທ່ານໂຄມີກັບ ປະທານາທິບໍດີທຣໍາກ່ອນທີ່ປະທານາທິບໍດີຈະປົດທ່ານອອກຈາກຕຳແໜ່ງໃນເດືອນພຶດສະພາປີກາຍນີ້.
ອະດີດທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ກຳລັງອອກຈາກສານສະຫະລັດ ບ່ອນທີ່ທ່ານສາລະພາບຜິດ ຕໍ່ສັນຕິບານກາງ ກ່ຽວກັບການຕິດຕໍ່ກັບ ເອັກອັກຄະລັດຖະທູດຣັດເຊຍ ປະຈຳນະຄອນຫຼວງວໍຊິງຕັນ ທີ 1 ທັນວາ 2017.
ໃນວັນຈັນວານນີ້ ຫຼັງຈາກຫຼາຍຊົ່ວໂມງຂອງການອອກອາກາດ ປະທານາທິບໍດີທຣໍາ
ໄດ້ອ້າງ ແລະອະດີດຮອງຫົວໜ້າອົງການສັນຕິບານກາງ ທ່ານແອນດຣູ ແມັກກາບ ຊຶ່ງ
ທ່ານເອງໄດ້ຖືກປົດອອກຈາກຕຳແໜ່ງຫວ່າງມໍ່ໆມານີ້ ແລະຄົນອື່ນໆ “ທີ່ໄດ້ກະທຳຜິດ
ຫຼາຍຢ່າງ.”
ທ່ານພອລ ມານາຝອດ ອະດີດປະທານຄະນະກຳມະການໂຄສະນາຫາສຽງ ໃຫ້ແກ່ປະທານາທິບໍດີ ທຣໍາ ກຳລັງອອກຈາກສານລັດຖະບານກາງ ຫຼັງຈາກການໃຫ້ການ ວັນນທີ 28 ກຸມພາ 2018.
ທຳນຽບຂາວກ່າວວ່າ ປະທານາທິບໍດີທຣໍາໄດ້ເບິ່ງ “ບາງສິ້ນສ່ວນ” ຂອງການສຳພາດ
ທ່ານໂຄມີ ແຕ່ບໍ່ໄດ້ເບິ່ງທັງໝົດ.
ໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣສ໌ ກ່າວວ່າ ປະຕິກິລິຍາຂອງ
ປະທານາທິບໍດີທຣໍາກໍຄືວ່າ ທ່ານໂຄມີ “ໄດ້ພິສູດໃຫ້ເຫັນວ່າບໍ່ມີຄວາມຊື່ສັດ” ແລະ
“ຂາດຄວາມເຊື່ອຖື.”
Your browser doesn’t support HTML5
Trump Remains in Battle Mode Over Comey Interview
ທ່ານໂຄມີໄດ້ອ້າງວ່າໃນຕອນນຶ່ງຂອງການພົບປະກັບ ປະທານາທິບໍດີທຣໍາ ຊຶ່ງທ່ານ
ໄດ້ອະທິບາຍກ່ອນມາກ່ອນຢູ່ໃນຄຳໃຫ້ການເປີດເຜີຍຕໍ່ລັດຖະສະພາວ່າ ປະທານາທິ
ບໍດີທຣໍາ ໄດ້ນຳເອົາເລື່ອງການສືບສວນ ຊຶ່ງເທື່ອນຶ່ງເປັນທີ່ປຶກສາຄວາມໝັ້ນຄົງຂອງ
ປະເທດ ທ່ານໄມເກີລ ຟລິນ ແລະໄດ້ຂໍໃຫ້ຫົວໜ້າອົງການ FBI“ຍົກເລີກໄປ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ