ຟິນແລນ ສ້າງຮົ້ວກັ້ນ ຢູ່ທີ່ຊາຍແດນຕິດກັບຣັດເຊຍ ເພື່ອຄວບຄຸມຜູ້ອົບພະຍົບ

ພວກອົບພະຍົບ ເບິ່ງໝາຂອງເຈົ້າໜ້າທີ່ພາສີຂອງຟິນແລນ ຢູ່ທີ່ຈຸດຜ່ານແດນສາກົນ ຢູ່ທີ ເມືອງຊາລລາ (Salla), ທາງພາກເໜືອຂອງຟິນແລນ ວັນທີ 22 ພະຈິກ 2023.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນ ​ແລະ ທະຫານ​ຂອງຟິນແລນ ​ໄດ້​ເລີ່​ມສ້າງ​ຮົ້ວ​ກັ້ນ ​ເຊິ່ງລວມມີ​ສິ່ງ​ກີດຂວາງ​ທີ່​ເປັນ​ຊີມັງແລະ​ມີ​ໜາມ​ໝາກ​ຈັບ​ຢູ່​ທາງ​ເທິງ ​ຢູ່​ບາງ​ຈຸດ​ຂ້າມ​ຊາຍ​ແດນ​ຍາວຂອງກຸ່ມ​ປະ​ເທດນໍດິກ (Nordic) ຕິດກັບຣັດ​ເຊຍ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ເອ​ພີ. ເຈົ້າ​ໜ້າ​ທີ່​ຟິນແລນ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ມັນຈະເຮັດໃຫ້ການ​ຄວບ​ຄຸມ​ ການ​ໄຫຼ​ເຂົ້າ​ຂອງ​ພວກ​ອົບ​ພະ​ຍົບ​ໄດ້​ດີ​ຂຶ້ນ. ຟິນແລນກ່າວວ່າຕົນຈະປິດຈຸດຜ່ານແດນ ອີກ 3 ຈຸດໃນພາຍຫຼັງ, ເຊິ່ງເຮັດໃຫ້ເຫຼືອພຽງແຕ່ຈຸດ ອາກຕິກ (Arctic) ພຽງຈຸດດຽວ ທີ່ເປີດໃຫ້ຜູ້ອົບພະຍົບ ທີ່ຕ້ອງການລີ້ໄພ. ຜູ້ອົບພະຍົບປະມານ 600 ຄົນທີ່ບໍ່ມີວີຊ່າ ແລະເອກະສານທີ່ຖືກຕ້ອງ, ສ່ວນຫຼາຍແມ່ນມາຈາກຕາເວັນອອກກາງ ແລະອາຟຣິກາ, ໄດ້ເດີນທາງມາຮອດຟິນແລນໃນເດືອນພະຈິກ. ວັງເຄຣມລິນ (Kremlin) ໄດ້ສະແດງຄວາມເສຍໃຈຕໍ່ການຕັດສິນໃຈຂອງຟິນແລນ ທີ່ຈະປິດດ່ານກວດກາ ແລະປະຕິເສດການອ້າງສິດຂອງຕົນທີ່ຣັດເຊຍ ໄດ້ສະໜັບສະໜູນການຫຼັ່ງໄຫຼເຂົ້າມາ ຂອງພວກອົບພະຍົບ ເພື່ອລົງໂທດຟິນແລນ ທີ່ເຂົ້າຮ່ວມກັບ ເນໂຕ້.

ອ່ານຂ່າວນີ້ເປັນພາສາອັງກິດ