ໃນວັນພະຫັດວານນີ້ ລັດເທັກຊັສໄດ້ກ່າງສັ່ງລາລູກຊາຍຜູ້ທີ່ມີຄວາມນິຍົມຊົມຊອບກັນ
ຫລາຍ, ທ່ານຈອຣ໌ຈ ເອສ ເຮີເບີຣຕ໌ ວັອກເກີ ບຸຊ ຢູ່ພິທີ່ສົ່ງສະການໃນນະຄອນຮຸສເຕີນ,
ລັດເທັກຊັສ ກ່ອນທີ່ຈະນຳເອົາສົບຂອງທ່ານດ້ວຍລົດໄຟໄປຫາບ່ອນຝັງທີ່ເປັນແຫ່ງ
ສຸດທ້າຍທີ່ທ່ານຈະໄດ້ນອນຢູ່ຢ່າງສະຫງົບ.
ຫີບສົບຂອງປະທານາທິບໍດີຄົນທີ 41 ທີ່ປົກຫຸ້ມດ້ວຍທຸງຊາດໄດ້ເອົາໄປດອຍຄ້າງຄືນ
ໄວ້ ກ່ອນໜ້າພິທີສົ່ງສະການຢູ່ໂບດຮຸສເຕີນ ເພື່ອໃຫ້ຜູ້ໄວ້ອາໄລພາກັນລຽນແຖວຜ່ານ
ໄປເບິ່ງ ແລະທຳການເຄົາລົບ.
ຫຼັງຈາກເສັດພິທີ ຫີບສົບກໍໄດ້ເອົາໃສ່ລົດໄຟທີ່ອອກແບບມາເປັນພິເສດແລ້ວເດີນທາງ
ໄປທາງພາກເໜືອ 120 ກິໂລແມັດ ເຂົ້າສູ່ເມືອງໂຄລເລສ ສະເຕສັນ ເພື່ອທຳພິທີ່ຝັງສົບ
ໃນດິນຂອງຫໍສະມຸດປະທານາທິບໍດີ ຂອງມະຫາວິທະຍາໄລ A&M.
ມັນເປັນເທື່ອທຳອິດທີ່ລົດໄຟໄດ້ໃຊ້ບັນທຸກເອົາສົບຂອງປະທານາທິບໍດີໄປ ນັບແຕ່ມີການ
ໃຊ້ຂົນສົ່ງສົບຂອງປະທານາທິບໍດີເດີໄວຮຕ໌ ອາຍເຊັນຮາເວີຮ໌ ຈາກນະຄອນຫຼວງວໍຊິງ
ຕັນ ໄປສູ່ບ້ານເກີດຂອງທ່ານທີ່ລັດແຄນຊັສໃນ 49 ປີກ່ອນ.
ລົດໄຟທີ່ເປັນກະຈົກຢູ່ທາງຂ້າງໄດ້ຖືກຕ້ອນຮັບໃນເວລາມາໄປເຖິງ ດ້ວຍສຽງເສບຂອງ
ກອງດຸລິຍາງທີ່ຫຼິ້ນເພງ Hail to the Chief ແລະ ເພັງ Aggie War Hymn ຂອງມະ
ຫາວິທະຍາໄລ A&M ເທັກຊັສ.
ທະຫານເຮືອໄດ້ຍິງໃຊ້ເຮືອບິນສູ້ລົບ 21 ລຳບິນຂຶ້ນຟ້າ ເພື່ອເປັນການຄຳນັບນັກບິນ
ກອງທັບເຮືອສົງຄາມໂລກຄັ້ງທີສອງ ຕິດຕາມດ້ວຍການໄດ້ຍິງປືນໃຫຍ່ 21 ນັດ ເພື່ອ
ໃຫ້ຄວາມເຄົາລົບຢູ່ໜ້າດິນ.
ພວກດັບເພີງຢືນຢູ່ເທິງລົດເຂົາເຈົ້າທຳການຄຳນັບ ເມື່ອລົດໄຟຂົນສົບອະດີດປະທານາທິບໍດີ ຈອຣຈ໌ ເອສ ເຣີເບີຣຢູ ບຸຊ ແລ່ນຜ່ານໄປ
ທ່ານບຸຊໄດ້ຝັງໄວ້ຢູ່ຄຽງຂ້າງພັນລະຍາຂອງທ່ານທີ່ແຕ່ງງານກັນເປັນເວລາ 73 ປີ, ທ່ານ
ນາງບາຣບາຣາ ຜູ້ທີ່ໄດ້ເສຍຊີວິດໃນຕົ້ນປີນີ້ ແລະລູກສາວນ້ອຍນາງໂຣບິນ ຜູ້ທີ່ໄດ້ເສຍ
ຊີວິດຍ້ອນພະຍາດມະເຮັງກິນເລືອດແຕ່ເວລາອາຍຸ 3 ປີ.
ກອງກຽດຕິຍົດພາກັນຫາມໂຮງສົບອະດີດປະທານາທິບໍດີ ຈອຣຈ໌ ເອຈ ດັບເບິນຢູ ບຸຊ ທີໂບດພະວິຫານແຫ່ງຊາດ ໃນນະຄອນຫຼວງວໍຊິງຕັນ ວັນທີ 5 ທັນວາ 2018
ຢູ່ທີ່ໂບດບ່ອນທີ່ຢູ່ໃນບ້ານເມືອງຂອງທ່ານບຸຊ ເພື່ອນຂອງທ່ານເປັນເວລາ 60 ປີ, ອະ
ດີດລັດຖະມົນຕີຕ່າງປະເທດ ທ່ານເຈມສ໌ ເບກເກີຣ ກ່າວຕໍ່ຜູ້ໄວ້ອາໄລ 1,200 ຄົນວ່າ
ທ່ານບຸຊ “ໄດ້ມີຄວາມກ້າຫານເປັນນັກລົບ ແຕ່ວ່າຄວາມກ້າຫານທີ່ຍິ່ງໃຫຍ່ກວ່ານັ້ນ
ແມ່ນເປັນຜູ້ເຮັດຄວາມສະຫງົບ.”
ອະດີດປະທານາທິບໍດີຈອຣ໌ຈ ດັບເບີນຢູ ບຸຊ ກ່າວສະດຸດີຕໍ່ ພີທີໄວ້ອາໄລພໍ່ຂອງທ່ານ ວັນທີ 5 ພະຈິກ 2018 ໃນນະຄອນຫຼວງ ວໍຊິງຕັນ.
ທ່ານເບກເກີ ກ່າວວ່າທ່ານບຸຊ ຂຶ້ນກຳຕຳແໜ່ງໃນປີ 1991 ຊຶ່ງເປັນເວລາທີ່ກຳແພງຂອງ
ນະຄອນເບີຣລິນ ທີ່ແບ່ງແຍກປະຊາທິປະໄຕເຢຣະມັນຕາເວັນຕົກ ຈາກຄອມມິວນິສເຢ
ຣະມັນຕາເວັນອອກນັ້ນ ພັງລົງ ໂດຍໄດ້ເຂົ້າໃຈວ່າການມີຄວາມສົງສານມະນຸດດ້ວຍກັນ
ຕໍ່ຝ່າຍກົງກັນຂ້າມ “ເປັນເສັ້ນທາງທີ່ດີເລີດ.”
Your browser doesn’t support HTML5
US Bids Farewell to President George HW Bush at State Funeral