ມີການປະທະກັນສົດໆຮ້ອນໆ ຢູ່ພາກເໜືອ ມຽນມາ ຂະນະທີ່ ສຫລ ກັບຈີນ ຮຽກຮ້ອງ ໃຫ້ໃຊ້ຄວາມຢັບຢັ້ງ

Your browser doesn’t support HTML5

ການສູ້ລົບກັນຮອບໃໝ່ ໄດ້ລະເບີດຂຶ້ນໃນວັນຈັນວານນີ້ ຕາມຊາຍແດນມຽນມາ
ຕິດກັບປະເທດຈີນ ໃນຂະນະທີ່ສະຫະລັດແລະຈີນຮຽກຮ້ອງໃຫ້ໃຊ້ຄວາມຢັບຢັ້ງ.
ຄວາມຮຸນແຮງເທື່ອຫລ້າສຸດ ໄດ້ເກີດຂຶ້ນໃກ້ໆກັບບ່ອນທີ່ 32 ຄົນເສຍຊີວິດ ໃນການສູ້ລົບກັນເມື່ອທ້າຍສັບປະດາທີ່ຜ່ານມານີ້.

ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາຕະຫຼອດມື້ ຢູ່ທີ່ບ້ານ ໂຮ ໝັອງ (Ho-Mong)
ອີງຕາມຄຳບອກເລົ່າຂອງຕຳຫຼວດທີ່ປ້ອມນ້ຳພະກາ ແຈ້ງໃຫ້ວີໂອເອ ພະແນກ
ພາສາມຽນມາຊາບ. ການປະທະກັນເລີ້ມຂຶ້ນໃນເວລາປະມານ 9 ໂມງເຊົ້າ ທີ່
ເຂດມູເຊບ້ານນາມອນແລະເຂດນ້ຳພາ ບ່ອນທີ່ພວກກະບົດປະມານ 100 ຫາ
150 ຄົນ ໄດ້ບຸກເຂົ້າໄປໃນບ້ານໂຮ ໝັອງ.

ການສູ້ລົບກັນຂອງກຸ່ມພັນທະມິດພາກເໜືອ ຊຶ່ງເປັນກຳລັງປະສົມ ຂອງພວກ
ຊົນກຸ່ມນ້ອຍ ປະກອບອາວຸດ 4 ກຸ່ມ ໄດ້ເກີດຂຶ້ນໃນການປະເຊີນໜ້າກັນ ກັບທະ
ຫານລັດຖະບານມຽນມາ ລະຫວ່າງບ້ານນ້ຳພະກາແລະເມືອງມູເຊ ແລະການສູ້
ລົບກັນຍັງດຳເນີນຢູ່ຕໍ່ມາຈົນຮອດຕອນບ່າຍ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.
ມູເຊ ເປັນບ່ອນທີ່ໄດ້ເກີດການປະທະກັນ ໃນມື້ວັນເສົາແລ້ວ ຊຶ່ງພວກທີ່ເສຍຊີວິດ
ແມ່ນຮວມທັງປະຊາຊົນຈີນ 2 ຄົນ.

ບັນດາລູກປືນທີ່ເຫັນໃນຕຽງ ທີ່ເຫັນໃນໃນໜ້າແວັບທີ່ທາງທະຫານບ້ານນຳລົງເຜີຍແຜ່ ນຶ່ງມື້ ຫຼັງຈາກ ເກີດການປະທະກັບລະຫວ່າງ ກອງກຳລັງມຽນມາ ກັບກຸ່ມຫົວຮຸນແຮງ ໃນເມືອງມູສ, 13 ພຶດສະພາ 2018.

ທ່ານອູ ທອງ ທຸນ ອາສາສະໝັກທີ່ໃຫ້ການຊ່ອຍເຫຼືອໃນເຂດມູເຊ ກ່າວຕໍ່ວີໂອ
ເອວ່າ ຂົວນ້ຳພາວໃກ້ເຂດມູເຊ ໄດ້ຕົກເປັນເປົ້າຂອງການຍິງປືນໃຫຍ່ໂຈມຕີ ໃນ
ວັນຈັນວານນີ້.

ເຖິງແມ່ນໄດ້ເກີດການສູ້ລົບກັນກໍຕາມ ແຕ່ກໍມີລົດບັນທຸກຢ່າງນ້ອຍ 3 ພັນຄັນ
ໄດ້ແລ່ນຜ່ານເສັ້ນທາງ ທີ່ມີການສັນຈອນໄປມາຢ່າງຄັບຄັ່ງສາຍນີ້ ຫາດ່ານຂ້າມ
ຊາຍແດນມູເຊ ທີ່ຕັ້ງຢູ່ລະຫວ່າງລັດສານຂອງມຽນມາ ແລະແຂວງຢຸນນານຂອງ
ຈີນ ອີງຕາມຄຳເວົ້າຂອງອາສາສະໝັກຄົນນີ້ກ

ເຈົ້າໜ້າທີ່ປະຊາສຳພັນ ຂອງສະຖານທູດສະຫະລັດໃນນະຄອນຢ່າງກຸ້ງ ທ່ານອາ
ຢານີ ແມນນິງ ກ່າວຕໍ່ວີໂອເອວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງໃຫຍ່ ກ່ຽວກັບ
ໂຕເລກຜູ້ບາດເຈັບ ຈາກການປະທະກັນເມື່ອໄວໆມານີ້ ລະຫວ່າງກຸ່ມກອງທັບ
ປົດປ່ອຍແຫ່ງຊາດຕາ-ອາງ ກັບກຳ”ລັງລັດຖະບານ ແລະພວກທະຫານບ້ານໃນ
ເຂດເມືອງມູເຊ ທີ່ຕັ້ງຢູ່ພາກເໜືອຂອງລັດສານ ແລະໄດ້ສະແດງຄວາມເສຍໃຈ
ເປັນທີ່ສຸດ ຕໍ່ບັນດາຄອບຄົວຂອງພວກທີ່ເສຍຊີວິດແລະບາດເຈັບຈາກການຂັດ
ແຍ້ງດັ່ງກ່າວ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຊາຍຜູ້ນຶ່ງບາດເຈັບນັ່ງຢູ່ໃນລົດ ໃນເມືອງມູສ, ລັດສານ ທາງພາກເໜືອຂອງປະເທດ, ມຽນມາ, 12 ພຶດສະພາ 2018.