ຢ່າງໜ້ອຍ 51 ຄອບຄົວ ກຳລັງຕົກລົງກັນກ່ຽວກັບຄ່າເສຍຫາຍ
ກັບບໍລິສັດ General Motors ຊຶ່ງເປັນບໍລິສັດສ້າງລົດທີ່ໃຫຍ່
ສຸດຂອງສະຫະລັດ ເພາະເກີດອຸປະຕິເຫດຕຳກັນຕາຍຢ່າງຮ້າຍ
ແຮງ ຍ້ອນກະແຈຕິດຈັກລົດທີ່ບົກຜ່ອງ ຢູ່ໃນລົດຂະໜາດນ້ອຍ
ທີ່ໄດ້ຜະລິດເມື່ອນຶ່ງທົດສະວັດກ່ອນນັ້ນ.
ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບ 77 ຄົນທີ່ໄດ້ຮັບເງິນຊົດເຊີຍ
ທີ່ບໍ່ມີການເປີດເຜີຍຈຳນວນນຶ່ງ ໂດຍເຈົ້າໜ້າທີ່ຄຸ້ມຄອງກອງ
ທຶນ ທີ່ເປັນອິດສະຫຼະ ຊຶ່ທີ່ຕັ້ງຂຶ້ນ ມາໂດຍບໍລິສັດ GM. ບໍລິສັດ
ສ້າງລົດຮູ້ດີກ່ຽວກັບບັນຫາບ່ອນຕິດຈັກ ຢູ່ໃນລົດ 2 ລ້ານ 6
ແສນຄັນ ເປັນເວລາກວ່ານຶ່ງທົດສະວັດທີ່ຜ່ານມາ ແຕ່ວ່າ ບໍ່ໄດ້
ຮ້ອງເອົາລົດກັບຄືນມາແປງ ຈົນກວ່າຕົ້ນປີກາຍນີ້.
ເວລາບ່ອນຕິດຈັກລົດບໍ່ເຮັດວຽກ ລະບົບຄວບຄຸມພວງມະໄລລົດ ຖົງອາກາດ ແລະລະບົບ
ໄຟຟ້າອຶ່ນໆ ໄດ້ຢຸດເຊົາບໍ່ປະຕິບັດງານ.
ຈຳນວນການຈ່າຍເງິນຊົດເຊີຍ ອາດເພີ້ມຂື້ນຕື່ມຢ່າງຫຼວງຫຼາຍ ໃນໄລຍະຫລາຍເດືອນ
ຕໍ່ໜ້ານີ້.
ບັນດາຜູ້ຂັບລົດເກືອບ 4,200 ຄົນ ແລະຄອບຄົວເຂົາເຈົ້າ ໄດ້ຍືນຟ້ອງເອົາຄ່າ ເສຍຫາຍກ່ຽວກັບບ່ອນຕິດຕັກລົດທີ່ບົກຜ່ອງ ໃນວັນເສົາແລ້ວນີ້ ທີ່ເປັນວັນເສັ້ນຕາຍ ແລະການຟ້ອງ
ຮ້ອງຂອງເຂົາເຈົ້າ ບັດນີ້ຈະຖືກທົບທວນເບິ່ງ.
Your browser doesn’t support HTML5
US AUTO DEATHS SOTVO