ອົບພະຍົບ 15 ຄົນຈົມນ້ຳຕາຍ ຂະນະທີ່ພະຍາຍາມ ເດີນທາງ ໄປກຣີສ

ເຈົ້າໜ້າທີ່ກວດເບິ່ງຊາກສົບ ຂອງອົບພະຍົບ ທີ່ຈົມນ້ຳຕາຍ ຂະນະທີ່ພະຍາຍາມເດີນທາງໄປກຣີສ ທີ່ເມືອງທ່າໃກ້ໆເມືອງ Izmir, Turkey, Jan. 21, 2016.

ເຈົ້າໜ້າ​ທີ່​ຮັບຜິດ​ຊອບ ກ່ຽວ​ກັບ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຂອງ​
ກຣີສກ່າວ​ວ່າມີຢ່າງ​ໜ້ອຍ​ 15 ສົບໄດ້​ຖືກ​ພົບ​ເຫັນ​ໃນ​ເຫດເຮືອ
​ຫລົ້ມ​ 2 ຄັ້ງ​ ຢູ່​ນອກ​ແຄມ​ຝ່ັງ​ທະ​ເລ​ຂອງ​ບັນດາ​ເກາະດອນກຣີສ ​
ໃນ​ຂະນະ​ທີ່​ປາກົດ​ວ່າ​ ກະ​ແສ​ຟອງ ​ທີ່​ບໍ່​ຮູ້ຈັກສິ້ນສຸດ​ ຂອງ​ພວກ
​ອົບ​ພະຍົບຍັງ​ສືບ​ຕໍ່​ພາກັນ​ເດີນທາງ​ຂ້າມ​ນ້ຳ​ຂ້າມ​ທະ​ເລ​ ທີ່​ເປັນ
ອັນຕະລາຍ​ໃນ​ລະດູ​ໜາວ ​ເພື່ອ​ເຂົ້າ​ໄປ​ລີ້​ໄພ​ຢູ່​ໃນ​ຢູ​ໂຣບ.​ ການ
ຄົ້ນຫາພວກ​ອົບ ທີ່​ຫາຍ​ສາບ​ສູນ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ໜ່ວຍ​ຍາມ​ຝັ່ງ​ຂອງ​ກຣີສກ່າວ​ວ່າ 41 ຄົນ​ສາມາດ​ລອຍ​ເຂົ້າ​ໄປ
ຫາ​ແຄມ​ຝັ່ງ​ຫຼັງຈາກ​ເຮືອ​ເຂົາ​ເຈົ້າ​ໄດ້​ຫລົ້ມຢູ່​ນອກ​ແຄມ​ຝັ່ງ​ຂອງ
​ເກາະ Farmakonissi ຊຶ່ງ​ເປັນດອນ​ນ້ອຍໆ ​ໃນ​ເຂດ​ພາກ​ຕາ
​ເວັນ​ອອກ​ຂອງ​ທະ​ເລ​ Aegean.​ ມີ 7 ສົບ​ຖືກ​ຄົ້ນພົບ​ທີ່​ນັ້ນ.

ອົບພະຍົບ ຫຼາຍເປັນປະຫວັດການ ໄປຮອດກຣີສ

​ໃນ​ເຫດ​ຮ້າຍ​ຢູ່​ອີກ​ບ່ອນ​ນຶ່ງ​ ມີ 26 ຄົນ​ລອດ​ຊີວິດ​ມາ​ໄດ້​ຫລັງ​ຈາກ​ເຮືອ​ເຂົາ​ເຈົ້າ​ໄດ້ຫລົ້ມຢູ່​ນອກ​ແຄມ​ຝັ່ງ​ຂອງ​ເກາະ Kalolimnos. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ 8​ ສົບ ​ໄດ້​ພົບ​ເຫັນ​ຢູ່​ທີ່​ນັ້ນ.

ອົງການຈັດຕັ້ງສາກົນ​ເພື່ອ​ການ​ເຄື່ອນ​ຍ້າຍ​ຂອງ​ປະຊາກອນຫຼື IOM ກ່າວ​ໃນຕົ້ນອາທິດ
​ນີ້ວ່າ ນັບ​ແຕ່​ປີ 2016 ​ເປັນຕົ້ນມາ ກະ​ປະມານ​ວ່າ ມີພວກ​ຍົກຍ້າຍຖິ່ນຖານ​ ແລະ​ອົບ​ພະ ຍົບ 31,244 ຄົນ​ ໄດ້​ເດີນທາງ​ໄປ​ເຖິງ​ກຣີສ​ໂດຍ​ທາງ​ທະ​ເລ.​ ອົງການ​ດັ່ງກ່າວ​ຍັງ​ເວົ້າວ່າ ​
ໂຕ​ເລກ​ນີ້​ແມ່ນ​ຫ​ລາຍ​ເທົ່າ​ສູງ​ກວ່າ 1,472 ຄົນ ທີ່​ໜ່ວຍ​ຍາມ​ຝັ່ງ​ຂອງ​ກຣີສ​ໄດ້​ຈົດ​ບັນທຶກ
​ໃນ​ເດືອນ​ມັງກອນ​ປີ 2016 ນີ້.

ອົງການ IOM ກ່າວ​ວ່າ ​ໂຕ​ເລກ​ຂອງ​ພວກ​ທີ່​ເດີນທາງ ໄປ​ເຖິງ​ກຣີສ​ ໂດຍທາງ​ທະເລນັ້ນ ອາດ​ລື່ນ​ຈຳນວນພວກຍົກຍ້າຍ​ຖິ່ນ​ຖານ ແລະ​ອົບ​ພະຍົບ​ 853,650 ຄົນ ທີ່​ເດີນທາງ​ໄປ​
ເຖິງ​ກຣີສ​ໂດຍ​ທາງ​ທະ​ເລ​ໃນ​ປີ​ກາຍ​ນີ້ ຢ່າງ​ຫຼວງຫຼາຍ.

Your browser doesn’t support HTML5

Despite Cold, Record-Breaking Numbers of Refugees Arrive in Greece