ພູຂີ້ເຫຍື້ອຖະຫຼົ່ມຢູ່ໃນປະເທດ ອີທີໂອເປຍ ມີຄົນຕາຍ 46 ຄົນ

ບັນດາເຈົ້າໜ້າທີ່ຕຳຫຼວດ ຄຸ້ມກັນບໍລິເວນອ້ອມຈຸດເກີດເຫດ ພູຂີ້ເຫຍື້ອຖະຫຼົ່ມ, ໃນຂະນະທີ່ລົດຈົກຊ່ວຍໜ່ວຍກູ້ໄພ ຢູ່ເຂດ ນອກເມືອງຂອງນະຄອນຫຼວງ ອາດິສ ອາບາບາ, ປະເທດ ອີທີໂອເປຍ. 12 ມີນາ, 2017.

ເຫດການກອງຂີ້ເຫຍື້ອເຈື່ອນ ໄດ້ເອົາຊີວິດຢ່າງນ້ອຍ 46 ຄົນໄປ ທັງ ເຮັດໃຫ້ອີກຈຳນວນ
ນຶ່ງຫາຍສາບສູນ ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອທີ່ກວ້າງໃຫຍ່ແຫ່ງນຶ່ງ ຕັ້ງຢູ່ນອກນະຄອນຫຼວງ
ອາດິສ ອາບາບາ ຂອງອີທີໂອເປຍ.

ບັນດາເຈົ້າໜ້າທີ່ ໄດ້ກ່າວໃນວັນອາທິດວານນີ້ ວ່າ ພວກຜູ້ເຄາະຮ້າຍ ສ່ວນຫຼາຍແມ່ນແມ່
ຍິງ ແລະ ເດັກນ້ອຍ ຜູ້ທີ່ອາໄສຢູ່ໃນຕູບ ໃນສະຖານທີ່ຖິ້ມຂີ້ເຫຍື້ອ Koshe ຫຼືບໍ່ ກໍເປັນຜູ້
ຂຸດຄົ້ນຂີ້ເຫຍື້ອ ເພື່ອຫາສິ່ງຂອງອັນໃດ ທີ່ຈະນຳເອົາໄປຂາຍໄດ້.

ພວກຜູ້ເຫັນເຫດການ ກ່າວວ່າ ກອງຂີ້ເຫຍື້ອສູງຊ່ຳພູ ໄດ້ຫຍຸບລົງມາຢ່າງໄວວາ ຊຶ່ງມັນບໍ່
ໃຫ້ເວລາພໍແກ່ຜູ້ເຄາະຮ້າຍ ຫຼົບໜີອອກທັນ.

ຕຳຫລວດເຊື່ອວ່າ ປະມານ 300 ຄົນໄດ້ອາໄສຢູ່ໃນສະຖານທີ່ຖິ້ມຂີ້ເຫຍື້ອໂດຍຈະມີ
ພວກໃຈ້ຂີ້ເຫຍື້ອ ຫຼາຍຮ້ອຍຄົນເຂົ້າມາໃນແຕ່ລະມື້.

ສະຖານທີ່ຖິ້ມຂີ້ເຫຍື້ອດັ່ງກ່າວ ເປັນແຫລ່ງບັນຈຸຂີ້ເຫຍື້ອຂອງນະຄອນຫຼວງ ອາດິສ ອາ
ບາບາ ອັນເປັນເມືອງທີ່ມີປະຊາກອນປະມານ 4 ລ້ານຄົນ ທັງມີເສດຖະກິດທີ່ກຳລັງຂະ
ຫຍາຍໂຕ.

ລັດຖະບານຂອງອີທີໂອເປຍ ໄດ້ຫລຸດຜ່ອນການຖິ້ມຂີ້ເຫຍື້ອຢູ່ທີ່ Koshe ລົງເມື່ອສອງ
ສາມປີບໍ່ນານມານີ້ ແຕ່ໄດ້ເລີ້ມຄືນໃໝ່ ໃນເວລາ ພວກຊາວສວນຢູ່ໃກ້ໆ ສະຖານທີ່ຖິ້ມຂີ້
ເຫຍື້ອແຫ່ງໃໝ່ ໄດ້ອອກມາປະທ້ວງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ