ປະທານອົງການ FIFA ຮຽກຮ້ອງ ໃຫ້ສາມັກຄີກັນ ທ່າມກາງ ທີ່ມີຂ່າວສໍ້ໂກງ

ປະທານ ສະມາຄົມເຕະບານຢູໂຣບ ຫຼື UEFA ທ່ານ Michel Platini (ກາງ) ໂອ້ລົມກັບ ປະທານອົງການ​ຄຸ້ມ​ຄອງ​ເຕະບານ​ໂລກ ຫຼື FIFA ທ່ານ Sepp Blatter (ຊ້າຍ) ແລະ ທ່ານ Jerome Valcke, ເລຂາທິການໃຫຍ່ ຂອງ ອົງການ FIFA, ຢູ່ທີ່ ກອງ​ປະຊຸມ​ປະຈຳ​ປີ ຂອງອົງການ FIFA ຄັ້ງທີ 65 ​ໃນ​ນະຄອນ Zurich, Switzerland, ວັນທີ 29 ພຶດສະພາ 2015.

ປະທານ ອົງການ​ຄຸ້ມ​ຄອງ​ເຕະບານ​ໂລກ ຫຼື FIFA ທ່ານ Sepp
Blatter ​ໄດ້​ຮຽກຮ້ອງໃຫ້​ບັນດາ​ສະມາຊິກ ຂອງ​ອົງ​ກອນ​ບໍລິຫານ
​ເຕະບານ ສາມັກຄີກັນ ​ແລະ ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ທຳ​ງານ
​ເພື່ອແກ້​ບັນຫາ ການສໍ້​ໂກງ​ທີ່ເກີດ​ເປັນ​ຂ່າວ​ໃຫຍ່ ຂອງ​ກຸ່ມ
​ດັ່ງກ່າວນັ້ນ​ ຖ້າ​ທ່ານ ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ປະທານ​ອີກຕໍ່​ໄປ.

ທ່ານ Blatter ກ່າວ​ຖະ​ແຫລງ ຢູ່​ທີ່​ກອງ​ປະຊຸມ​ປະຈຳ​ປີ ຂອງ
ອົງການ FIFA ຄັ້ງທີ 65 ​ໃນ​ນະຄອນ Zurich ປະ​ເທດ​
ສະ​ວິດ​ເຊີ​ແລນ ບ່ອນ​ທີ່​ບັນດາ​ສະມາຊິກ ຈະ​ປ່ອນ​ບັດອອກສຽງ
​ໃນວັນ​ສຸກ​ມື້​ນີ້ ກ່ຽວ​ກັບ​ວ່າ ທ່ານຈະ​ໄດ້​ຮັບ​ເລືອກ​ເປັນ​ປະທ​ານອີ​ກ
ສະ​ໄໝ​ນຶ່ງ ຫຼືບໍ່. ​ເຈົ້າຊາຍ Ali bin al-Hussein ຂອງ​ຈໍ​ແດນ ​ແມ່ນ​ຜູ້​ທ້າ​ຊິງ​ຕຳ​ແໜ່​ງຂອງ ທ່ານ Blatter.

ສ​ຫລ ຟ້ອງ​ເຈົ້າ​ໜ້າ​ທີ່ ອົງ​ການ FIFA

Blatter ກ່າວ​ວ່າ ການ​ຈັບ​ກຸມ ​ເຈົ້າໜ້າ​ທີ່​ລະດັບ​ສູງ 7 ຄົນ ຂອງ​ອົງການ​ດັ່ງກ່າວ ທີ່ເຂົ້າຮ່ວມ ​ກອງ​ປະຊຸມ ​ເມື່ອ​ວັນ​ພຸດ​ຜ່ານ​ມານັ້ນ ​ໄດ້​ “ກໍ່​ໃຫ້​ເກີດ​ພາຍຸ​ຂຶ້ນ” ​ແຕ່​ທ່ານ​ກ່າວ​ອີກ​ວ່າ ທ່ານ“ຂໍ​ຮ້ອງ​ໃຫ້​ສາມັກຄີ​ກັນ ​ແລະ ​ໃຫ້​ມີນ້ຳ​ໃຈ​ນັກ​ກິລາ” ​ເພື່ອ​ໃຫ້ ອົງການ FIFA ກ້າວໜ້າ​ຕໍ່​ໄປ.

ບັນດາສະມາຊິກລະດັບສູງ ອົງການ FIFA ທີ່ກ່ຽວພັນກັບເລື້ອງການສໍ້ໂກງ (ຈາກ ແຖວເທິງ ຊ້າຍ ຫາ ຂວາ) Rafael Esquivel, Nicolas Leoz, Jeffrey Webb, Jack Warner, Eduardo Li, Eugenio Figueredo and Jose Maria Marin

ເມື່ອ​ວັນ​ພະຫັດວານ​ນີ້ ທ່ານ Blatter ​ໄດ້​ກ່າວ​ວ່າ ສະຫະ​ພັນ​ເຕະບານ ປະ​ເຊີນ​ໜ້າ​ກັບ
“ຂ່າວ​ບໍ່​ດີ​ຕື່ມອີກ” ​ແລະ ​ໃນສອງ​ສາມ​ເດືອນຂ້າງ​ໜ້ານີ້ ຈະ​ບໍ່​ເປັນການງ່າຍດາຍ ​ສຳ​ຫລັບ ອົງການ FIFA ​ແຕ່ “ມັນ​ມີຄວາມ​ ຈຳ​ເປັນ​ ທີ່​ຈະຕ້ອງ​ເລີ້ມ​ຕົ້ນ ກອບ​ກູ້ຄວາມ​ເຊື່ອ​ຖື” ຢູ່​ໃນ​ອົງການ​.

ທ່ານ Blatter ​ເວົ້າວ່າ “ພວກ​ເຮົາ​ບໍ່​ຄວນ​ອະນຸຍາດ​ ໃຫ້ຊື່​ສຽງ​ຂອງ​ກິລາ​ເຕະບານ ​
ແລະ ອົງການ FIFA ຖືກ​ລາກລົງໄປເກືອກກົ້ວໃສ່​ຕົມ ​ອີກ​ຕໍ່​ໄປ. ມັນ​ຕ້ອງ​ຍຸດຕິ​ລົງ​
ຢູ່ແຫ່ງ​ນີ້.”

ສອງສະມາຄົມ​ເຕາະ​ບານໃຫຍ່ຂອງ​ຢູ​ໂຣບ ​ໄດ້​ຮຽກຮ້ອງ​ໃຫ້ ທ່ານ Blatter ລາ​ອອກ​ຈາກ​
ຕຳ​ແໜ່​ງ ກ່ອນໜ້າ ການ​ເລືອກ​ຕັ້ງປະທານ​ຂອງ​ອົງການ FIFA ​ໃນ​ວັນ​ສຸກ​ມື້​ນີ້ ​ແຕ່​ທ່ານ
Blatter ​ໄດ້​ປະຕິ​ເສດ.

Your browser doesn’t support HTML5

FIFA Corruption