ພຽງແຕ່ສ່ວນນ້ອຍຂອງຊາວອັຟການິສຖານທີ່ມີຄວາມສ່ຽງຫຼາຍພັນຄົນກຳລັງສະ ແຫວງຫາການຍົກຍ້າຍມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ພາຍໃຕ້ໂຄງການອົບພະຍົບ ທີ່ປະກາດໃນລະດູຮ້ອນຜ່ານມານັ້ນ ກໍໄດ້ຖືກຍົກຍ້າຍໄປຢູ່ຕ່າງປະເທດ ເພື່ອເລີ້ມດຳເນີນການຍື່ນຄຳຮ້ອງຂອງເຂົາເຈົ້າ, ອີງຕາມຂໍ້ມູນຂອງກະຊວງການຕ່າງປະເທດທີ່ບໍ່ໄດ້ນນຳອອກເຜີຍແຜ່.
ມີສອງທາງຫຼັກສຳລັບຊາວອັຟການິສຖານທີ່ສະແຫວງຫາການຍົກຍ້ານມາຢູ່ສະຫະລັດ. ທາງນຶ່ງ ແມ່ນໂຄງການວີຊາອົບພະຍົບແບບພິເສດທີ່ໃຊ້ມາເປັນເວລາຫຼາຍສິບປີ ຊຶ່ງເປີດແກ່ພວກແປພາສາໃຫ້ທະຫານ ແລະພວກຄົນອື່ນໆ ຜູ້ທີ່ໄດ້ເຮັດວຽກຕາມສັນຍາຈ້າງຂອງລັດຖະບານ. ອີກທາງນຶ່ງ ແມ່ນໂຄງການຮັບເອົາຜູ້ອົບພະຍົບ ທີ່ດຳເນີນການໂດຍກະຊວງການຕ່າງປະເທດ ແລະອົງການອື່ນໆ.
ໃນຕົ້ນເດືອນສິງຫາປີກາຍນີ້ ໃນຂະນະການບຸກໂຈມຕີຂອງກຸ່ມຕາລີບານໃນນະຄອນຫຼວງກາບູລ ໄດ້ຂົ່ມຂູ່ຈະທໍາລາຍລັດຖະບານ ທີ່ສະຫນັບສະຫນູນໂດຍສະຫະລັດ ແລະກໍ່ໃຫ້ເກີດຄວາມຕ້ອງການສໍາລັບວີຊາຄົນເຂົ້າເມືອງພິເສດ ເພີ່ມຫຼາຍຂຶ້ນ, ກະຊວງການຕ່າງປະເທດໄດ້ປະກາດວ່າ ພວກຊາວອັຟການິສຖານທີ່ມີຄວາມສ່ຽງ ບໍ່ມີສິດໄດ້ຮັບໂຄງການວີຊາພິເສດສຳລັບອົບພະຍົບ ຫຼື SIV ນັ້ນ ສາມາດສະແຫວງຫາ ສະຖານະພາບອົບພະຍົບ ພາຍໃຕ້ ການກຳນົດບູລິມະສິດ 2 ໄດ້.
ເຖິງແມ່ນວ່າ ສະຫະລັດ ແລະບັນດາພັນທະມິດຂອງຕົນ ໄດ້ຍົກຍ້າຍເອົາປະຊາ ຊົນຫຼາຍກວ່າ 124,000 ຄົນອອກໄປຈາກນະຄອນຫຼວງກາບູລ ຫຼັງຈາກກຸ່ມຕາລິບານໄດ້ເຂົ້າຢຶດອຳນາດ ແລ້ວກໍຕາມ ຊາວອັຟການິສຖານ ຫຼາຍໝື່ນຄົນທີ່ມີຄວາມສ່ຽງ ຜູ້ທີ່ໄດ້ຖືກປ່ອຍປະລະເລີຍ ແມ່ນກຳລັງດິ້ນຮົນຫາວິທີທາງເພື່ອໄປຢູ່ບ່ອນທີ່ປອດໄພ.
ໂຄງການບູລິມະສິດ 2 ຫຼື P-2 ນັ້ນ ເປັນໂຄງການອົບພະຍົບ ທີ່ມີຈຸດປະສົງຊ່ອຍຍົກຍ້າຍພວກຊາວອັຟການິສຖານທີ່ມີຄວາມສ່ຽງ ເຊັ່ນ ພວກນັກຂ່າວ ແລະນັກເຄື່ອນໄຫວເພື່ອປົກປ້ອງສິດທິ ຜູ້ທີ່ວ່າ ບໍ່ມີສິດສຳລັບວີຊາອົບພະຍົບແບບພິເສດ ທີ່ມີສະເພາະແຕ່ພວກແປພາສາໃຫ້ທະຫານ.
ເພື່ອໃຫ້ມີສິດໄດ້ ບຸກຄົນຕ້ອງໄດ້ເຮັດວຽກຢູ່ໃນອັຟການິສຖານໃຫ້ກັບລັດຖະບານ ສະຫະລັດ, ອົງການສື່ມວນຊົນທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະຕ້ອງໄດ້ຮັບການແນະນຳໂດຍຜູ້ວ່າຈ້າງ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.