ຂະບວນຍ່າງ ລະນຶກເຖິງ ທ້າວ Michael Brown ທີ່ຖືກຕຳຫລວດ ຜິວຂາວຍິງຕາຍ

ບັນດາພວກປະທ້ວງ ທີ່ລວມມີ ພໍ່ຂອງທ້າວ Michael Brown (ກາງ, ດ້ານຫຼັງຮູບພາບ), ພາກັນຍ່າງເປັນຂະບວນໃນເມືອງ Ferguson ລັດ Missouri ເພື່ອລະນຶກເຖິງ ການຍິງສັງຫານທ້າວ Brown ຜູ້ເປັນລູກຊາຍ ໂດຍຕຳຫລວດຜິວຂາວ ເມື່ອປີກາຍນີ້, ວັນທີ 8 ສິງຫາ 2015.

ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ ທີ່ພວມລະນຶກ​ເຖິງ​ຊາຍ​ໜຸ່ມ​ຜິວ​ດຳ
ຄົນ​ໜຶ່ງ​ ທີ່​ໄດ້​ຖືກ​ຕຳຫຼວດ ​ຍິງ​ເສ​ຍຊີວິດ​ປີ​ກາຍ​ນີ້​ ໄດ້​ພາ​ກັນ​
ຍ່າງ​ເປັນ​ຂະ​ບວນ ໃນ​ວັນ​ເສົາ​ວານ​ນີ້ ໃນໃຈກາງ ເມືອງ
ເຟີເກິສັນ ໃນ​ລັດມິ​ສຊູ​ຣີ ຂອງສະຫະລັດ. ​ໃນ​ຂະນະ​ທີ່​ບັນດາ
​ນັກ​ເຄື່ອນ​ໄຫວສິດທິ​ພົນ​ລະ​ເມືອງ​ ​ແລະ ຜູ້ນຳ​ສາສະໜາ​ໄດ້
​ລວມຕົວ​ກັນ​ຊຸ​ມນຸມ​ ໃນ​ເມືອງ​ທີ່​ມີ​ຄົນ​ອາ​ເມ​ຣິກັນ ອາ​ຟຣິກັນ​
ສ່ວນ​ໃຫຍ່​ ເພື່ອ​ລະນຶກ​ເຖິງ​ວັນ​ດັ່ງກ່າວ.

ບັນດາ​ຜູ້​ຮ່ວມ​ການ​ເດີນ​ຂະ​ບວນໄດ້ນຳ​ໜ້າ​ໂດຍ​ພໍ່ ​ແລະ ຄອບ​ຄົວ
​ຂອງ​ທ້າວ ​Michael Brown, ​ຊາຍ​ອາຍຸ 18 ປີ​ເຊິ່ງການ​ຕາຍ
​ຂອງ​ລາວ ​ໃນ​ວັນ​ທີ 9 ສິງຫາ 2014 ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ
​ແລະ ຈະ​ລາ​ຈົນ​ໃນ​ຫຼາຍ​ມື້​ຫຼັງ​ຈາ​ກການ​ຕາຍ​ດັ່ງ​ກ່າວ ​ແລະ ​ແລ້ວ​ຫຼາຍ​ເດືອນ​ຕໍ່​ມາ ​ເມື່ອ
​ຄະ​ນະ​ຂຸນ​ສານ​ຕັດສິນ​ຄະດີ​ ໄດ້​ຕັດສິນ​ກ່າວ​ໂທດ ​ຕໍ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜິວ​ຂາວ​ ທີ່​ໄດ້​ຍິງ
​ລາວ​ຫຼັງ​ຈາກ​ການ​ຜິດ​ຖຽງ​ກັນ.

ການ​ຕາຍ​ຂອ​ງທ້າວ Brown ​ຍັງ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ໃນ​ຫຼາຍ​ເມືອງ​ຂອງ ອາ​ເມຣິກາ,
ເນື່ອງ​ຈາກ​ການ​ຂ້າ​ຜູ້​ຊາຍ​ຜິວ​ດຳ​ທີ່​ບໍ່​ມີ​ອາ​ວຸດ ​ໂດຍຕຳຫຼວດ​ຄົນ​ອື່ນໆ​ຫຼາຍ​ຄັ້ງ​ ໄດ້ດຶງ​ດູດ​
ຄວາມ​ສົນ​ໃຈ​ຂອງ​ສາກົນ ຕໍ່​ຄວາມ​ເຄັ່ງ​ຕຶງ​ອັນ​ດຸ​ເດືອດ ທີ່​ມີ​ມາ​ແຕ່​ດົນ​ນານ ​ລະຫວ່າງ
ບັນດາ​ຕຳຫຼວດ ​ແລະ ປະຊາ​ຊົນ ​ທີ່​ພວກ​ເຂົາ​ໄດ້​ຖືກ​ມອບ​ໝາຍ ໃຫ້​ປົກ​ປ້ອງ​ພວກ​ເຂົາ.

ພໍ່​ຂອງ​ທ້າວ Brown ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ​ ລາວ​ກຳລັງ​ເຮັດ​ວຽກ​ເພື່ອ​ຮັກສາ​ຊີວິດ​ ​ແລະ ການ​ຕາຍຂອງລູກ​ຂອງ​ລາວ​ ໃຫ້ເປັນ​ຈຸດ​ສົນ​ໃຈ​ຂອງສາ​ທາ​ລະນະ​ຊົນ ​ເພື່ອຊ່ວຍ​ເຫຼືອ​ຫຼາຍ​ຄອບຄົວ ​ແລະ ຄົນ​ໄວ​ໜຸ່ມ​ໃນ​ຊຸມ​ຊົນ​ຂອງ​ລາວ.

ພິທີ​ລະນຶກ​ເຖິງດັາງກ່າວ ​ແມ່ນ​ຄາດ​ວ່າ​ຈະ​ມີຄົນ​ເຂົ້າ​ຮ່ວມ​ຫຼາຍທີ່​ສຸດໃນ​ວັນ​ອາທິ​ດມື້​ນີ້
ພ້ອມ​ດ້ວຍ​ການ​ຍ່າງ​ງຽບສະຫງົບ​ໄປ​ຫາ​ໂບດ​ ເພື່ອ​ພິທີ​ທາງ​ສາສະໜາ. ຜູ້​ເຂົ້າ​ຮ່ວມ​ກໍ​ຍັງ​
ຈະ​ໄດ້​ປະຕິບັດ​ການ​ໄວ້ອາ​ໄລ ສີ່​ນາທີ​ເຄິ່ງ ​ເຊິ່ງສົບ​ຂອງ​ທ້າວ Brown ​ໄດ້​ນອນ​ຢູ່​ຖະໜົນ
ສີ່​ຊົ່ວໂມງ​ເຄິ່ງ ​ກ່ອນ​ທີ່​ ຈະ​ຖືກ​ນຳ​ອອກໄປ.